(vovworld)- ບວນມາທວດ ແມ່ນນະຄອນໃຫຍ່ຢູ່ ດັກລັກ ຊື່ງໄດ້ຮັບການຮູ້ຈັກເຖິງດ້ວຍເມືອງ ເອກແຫ່ງ ກາເຟ ຢູ່ ຫວຽດນາມ. ຢູ່ທີ່ນີ້ ປະຊາຊົນ ບໍ່ພຽງແຕ່ປູກ ແລະ ປຸງແຕ່ງກາເຟ ເທົ່ານັ້ນ ຫາກຍັງດື່ມກາເຟທຸກມື້ອີກດ້ວຍ. ສະນັ້ນ ໄລ່ສະເພາະໃນເຂດຕົວເມືອງ, ມີຮ້ານກາເຟເຖິງ 300 ກວ່າຮ້ານ. ບັນດາຮ້ານກາເຟ ຢູ່ ບວນມາທວດ ລ້ວນແຕ່ມີສີສັນສະເພາະ.
![]() ໝູ່ບ້ານ ກາເຟ ຈູງງວຽນ
ພາບ:internet |
ຢູ່ຖະຫນົນສາຍຕ່າງໆ ຂອງນະຄອນບວນມາທວດ ກໍ່ມີຮ້ານກາເຟ. ບັນດາຮ້ານກາເຟເຫລົ່ານັ້ນ ໄດ້ຕັ້ງຊື່ມ່ວນທີ່ສຸດຄື: ມີໂມຢາ, ແອງຈັງ (ແສງພະຈັນ).. ມີບາງຮ້ານກາເຟຕັ້ງຢູ່ກາງສວນຕົ້ນໄມ້ຂຽວ ເພື່ອສະຫງວນໃຫ້ຜູ້ມັກນຶກຄິດ ແລະ ມັກຄວາມສະຫງົບງຽບດ້ວຍຊື່ລຽບງ່າຍທີ່ວ່າ: ເຊືອ ວ່າ ໄນ (ອະດີດຕະການ ແລະ ປະຈຸບັນ) ແລະ ບາງຮ້ານສະຫງວນໃຫ້ແກ່ໄວຫນຸ່ມທີ່ໃສ່ຊື່ວ່າ: Rock, Melody.. ບັນດາຮ້ານກາເຟນີ້ຍາມໃດກໍຟົດຟື້ນມ່ວນຊື່ນດ້ວຍສຽງດົນຕີ ແລະ ແສງດອກໄຟນາໆສີ
ຢູ່ໃຈກາງນະຄອນບວນມາທວດ ມີສະຖານທີ່ແຫ່ງຫນຶ່ງ, ຊື່ງບໍ່ວ່າຜູ້ໃດມາຢ້ຽມຢາມນະຄອນກໍມັກແວ່ຢາມ, ນັ້ນແມ່ນໝູ່ບ້ານກາເຟ ຈູງງວຽນ. ໝູ່ບ້ານກາເຟ ຈູງງວຽນ ແມ່ນກຸ່ມກິດຈະກຳສະຖາປັດຕະຍະກຳທີ່ມີເນື້ອທີ່ກວ້າງປະມານ 20.000 ຕາລາງແມັດ, ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເຫນືອນະຄອນບວນມາທວດ. ນີ້ແມ່ນສະຖານທີ່ທ່ອງທ່ຽວລືຊື່ ຢູ່ ໄຕງວຽນ ດ້ວຍສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດ. ໝູ່ບ້ານ ກາເຟ ຈູງງວຽນ ໄດ້ຮັບການອອກແບບຄືຫໍພິພິດທະພັນທີ່ມີຊີວິດຊີວາກ່ຽວກັບປະຫວັດແຫ່ງການພັດທະນາຂອງຕົ້ນກາເຟຢູ່ ໂລກ ແລະ ຢູ່ ຫວຽດນາມ. ມາຢ້ຽມຢາມແຫ່ງນີ້ ນັກທ່ອງທ່ຽວມີໂອກາດໄດ້ຊອກຮູ້ກ່ຽວກັບ ກາເຟຢູ່ໂລກ ແລະ ກາເຟຫວຽດນາມ. ໂດຍໄດ້ຮັບການກໍ່ສ້າງເປັນ “ເຂດສະຫງວນສະເພາະໃຫ້ແກ່ກາເຟ, ໝູ່ບ້ານກາເຟ ຈູງງວຽນ ແມ່ນແຫ່ງເພື່ອໃຫ້ນັກທ່ອງທ່ຽວສາມາດຊີມລົດຊາດບັນດາຈອກກາເຟແຊບທີ່ສຸດ, ນັບແຕ່ຈອກກາເຟພື້ນເມືອງຂອງ ຫວຽດນາມ ຕະຫລອດຮອດກາເຟແບບທັນສະໄຫມຄື: capuchino, Latte, L’mour, Mother Land, Red Rose ແລະ ສິ່ງທີ່ສ້າງຄວາມປະທັບໃຈກວ່າ ນັ້ນແມ່ນນັກທ່ອງທ່ຽວຈະໄດ້ຮັບການແນະນຳກ່ຽວກັບບັນດາພື້ນຖານວັດທະນະທຳກາເຟ ທີ່ເປັນເອກະລັກສະເພາະຂອງໂລກຄື: Ethiopia, ຕວກກີ, Syphon, ອີຕາລີ… ໃນນັ້ນ ກາເຟ ຫວຽດນາມ, ກາເຟ ຈູງງວຽນ ລວມມີບັນດາປະເພດຄື: Weasel, ກາເຟຈົນ (ກາເຟເຫງັນ), Legendee, ຮ່ວຽນທ້ວຍ (ເທບນິຍາຍ), ຊາງຕ້າວ (ຫົວຄິດປະດິດສ້າງ), ກາເຟ G7, Passiona, ກາເຟສົດ. ນອກນັ້ນ ນັກທ່ອງທ່ຽວຈະໄດ້ຮັບແນະນຳກ່ຽວກັບວິທີປຸງແຕ່ງ ກາເຟ ແລະ ຊີມກາເຟພິເສດສະເພາະຂອງຊາວຊົນເຜົ່າຢູ່ ໄຕງວຽນ. ເອື້ອຍ ເຮີແທນກະເບີນ (H’thanh K pon) ຊາວເຜົ່າ ເອເດ ຜູ້ນຳທ່ຽວໝູ່ບ້ານ ກາເຟ ຈູງງວຽນ ໃຫ້ຮູ້ວ່າ:
“ຢູ່ບ້ານພວກນ້ອງ ເມື່ອເກັບກູ້ ກາເຟ ສຳເລັດແລ້ວ, ຈະຕາກແດດໃຫ້ແຫ້ງ ແລ້ວ ຕຳດ້ວຍມື. ພາຍຫລັງຕຳໃຫ້ເປືອກອອກແລ້ວ, ເອົາແກ່ນມາຂົ້ວແລ້ວຕຳອີກໃຫ້ເປັນແປ້ງກາເຟ ເຊິ່ງເອີ້ນວ່າກາເຟສົດ”
![]() ຮ້ານກາເຟ ຢູ່ ໝູ່ບ້ານກາເຟ ຈູງງວຽນ
ພາບ:trungnguyen.com.vn |
ຊາວທ້ອງຖິ່ນມັກດື່ມກາເຟ ໂດຍຕົນເອງປຸງແຕ່ງ, ນັບແຕ່ຂັ້ນຕອນຄັດເລືອກເມັດກາເຟ ຕະຫລອດຮອດການປຸງແຕ່ງ ຕ້ອງເຮັດແນວໃດເພື່ອໃຫ້ກາເຟມີລົດແຊບນົວ. ໂດຍຕອບສະຫນອງຄວາມນິຍົມດັ່ງກ່າວ, ເຈົ້າຂອງຮ້ານການເຟຫລາຍຄົນຢູ່ ບວນທາທວດ ໄດ້ຂົ້ວ, ຕຳກາເຟຢູ່ກັບທີ່, ເພື່ອຮັບໃຊ້ນັກທ່ອງທ່ຽວຜູ້ທີ່ມັກດື່ມກາເຟສົດຂອງເຂດພູຜາປ່າໄມ້ ໄຕງວຽນ. ອ້າຍ ຫວູວັນດຽບຜູ້ເຄີຍດື່ມກາເຟໃນຮ້ານກາເຟ “ມົກ” ຢູ່ ໃຈກາງນະຄອນ ໃຫ້ຮູ້ວ່າ:
“ເພື່ອຮັບຮູ້ໄດ້ລົດຊາດແທ້ຂອງກາເຟ ເຂົາເຈົ້າເຄີຍດື່ມກາເຟສົດ. ກາເຟສົດ ຍາມໃດກໍມີກີ່ນຫອມ ແລະ ຂົມຫນ້ອຍຫນຶ່ງ. ເມື່ອດື່ມກາເຟແບບນີ້ ຮູ້ສຶກສະຫວາດສະເຫວີຍກວ່າ ແລະ ແຊບກວ່າ.”
ນັບແຕ່ຮຸ່ງເຊົ້າ, ບັນດາຮ້ານກາເຟ ຢູ່ ບວນມາທວດ ເກືອບທັງໝົດລ້ວນແຕ່ມີ ແຂກມາດື່ມເຕັມ. ເພາະວ່າ ດື່ມກາເຟໃນຍາມເຊົ້າໄດ້ກາຍເປັນຄວາມນິຍົມຂອງຊາວ ບວນມາທວດມາແຕ່ດົນແລ້ວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


