(vovworld)- ໂດຍຕັ້ງຢູ່ ບໍລິເວນທີ່ກວ້າງໃຫຍ່ ຂຶ້ນກັບເມືອງ 9, ຫ່າງຈາກໃຈກາງນະຄອນໂຮ່ຈິມີນ ປະມານກວ່າ 16 ກິໂລແມັດ, ແຕ່ລະປີ ເຂດທ່ອງທ່ຽວ ຊວຍຕຽນ ດຶງດູດນັກທ່ອງທ່ຽວມາຢ້ຽມຢາມນັບລ້ານໆເທື່ອຄົນ. ດ້ວຍກິດຈະກຳລະຫລິ້ນ ບັນເທີງກວ່າ 150 ແຫ່ງ ຊື່ງໄດ້ວາດພາບເຖິງບັນດາເທບນິຍາຍ, ຮ່ອງຮອຍປະຫວັດສາດວັດທະນະທຳ, ເຂດທ່ອງທ່ຽວ ຊວຍຕຽນ ກາຍເປັນຫໍພິພິດທະພັນທຳມະຊາດ, ບ່ອນລະຫລິ້ນບັນເທິງ, ສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບນັກທ່ອງທ່ຽວ ພາຍຫລັງຊຸມມື້ເຮັດວຽກຢ່າງອິດເມື່ອຍ.ບົດຂຽນຂອງນັກຂ່າວ ໂຕຕວນທີ່ມີຫົວຂໍ້ວ່າ: ເຂດທ່ອງທ່ຽວວັດທະນະທຳ ຊວຍຕຽນ ຢູ່ ນະຄອນ ໂຮ່ຈິມີນ.
![]() |
ຊວຍຕຽນ ກ່ອນນີ້ ແມ່ນເຂດດິນເປົ່າຫວ່າງ ດ້ວຍ ນ້ຳຫ້ວຍນອ້ຍລຳຫນຶ່ງທີ່ໄຫລຜ່ານເຂດດິນທຳມະຊາດທີ່ເປົ່າຫວ່າງ. ຕົ້ນປີ 1992, ອຳນາດການປົກຄອງນະຄອນໂຮ່ຈິມີນ ຕົກລົງກໍ່ສ້າງເຂດນີ້ ໃຫ້ກາຍເປັນເຂດທ່ອງທ່ຽວທັນສະໄຫມເພື່ອຮັບໃຊ້ຊີວິດ ວັດທະນະທຳທາງດ້ານຈິດໃຈຂອງປະຊາຊົນນະຄອນໂຮ່ຈິມີນ. ໃນໄລຍະກວ່າ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ ດ້ວຍຫົວເລື່ອງ “ກັບຄືນເມືອຫາກົກເຄົ້າເຫງົ້າກໍວັດທະນະທຳຂອງຊາດ”, ຊວຍຕຽນ ປະຈຸບັນ ແມ່ນເຂດທ່ອງທ່ຽວບັນເທິງອັນດັບຕົ້ນຂອງທົ່ວປະເທດ ດ້ວຍ ກວ່າ 150 ກິດຈະກຳ, ມີຮູບແບບລະຫລິ້ນບັນເທິງທີ່ອຸດົມສົມບູນ ມີຫລາຍຮູບຫລາຍແບບ ຕິດພັນກັບບັນດາຮູບພາບປະຫວັດສາດ ແລະ ເລື່ອງລາວສືບມາແຕ່ບູຮານນະການກ່ຽວກັບກົກເຄົ້າເຫງົ້າກໍຂອງຊາດຫວຽດນາມຄື: ລາກລອງກວັນ, ເອົາເກີ, ເຈົ້າຊີວິດຮຸ່ງ, ເຊີນຕິງຖູຍຕີງ.. . ມາແຫ່ງນີ້ ນັກທ່ອງທ່ຽວຍັງໄດ້ຮັບຊົມທິວທັດທຳມະຊາດທີ່ສວຍງາມ ດ້ວຍນ້ຳຫ້ວຍໄຫລ, ປ່າໄມ້ຂຽວສົດງົດງາມ, ຫນອງປາ… ຖືກກໍ່ສ້າງໃນບໍລິເວນກວ້າງໃຫຍ່ ທີ່ສ້າງຄວາມປະທັບໃຈ. ທ່ານ ຫລາກວກແຄງ, ຮອງຫົວຫນ້າ ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ນະຄອນໂຮ່ຈິມີນ ໃຫ້ຮູ້ວ່າ:
“ພວກເຮົາຄວນຂຸດຄົ້ນບັນດາຄຸນຄ່າທຳມະຊາດ, ຄຸນຄ່າມໍລະດົກວັດທະນະທຳ. ເພາະ ສິ່ງນີ້ໄດ້ສ້າງຄວາມດູດດື່ມກ່ຽວກັບທ່ອງທ່ຽວ. ນັກທ່ອງທ່ຽວມາແຫ່ງນີ້ ມີເງື່ອນໄຂຊອກຮູ້ກ່ຽວກັບປະຫວັດສາດວັດທະນະທຳຂອງຊາດ, ເຂົ້າຮ່ວມບັນດາລາຍການທ່ອງທ່ຽວທີ່ຈັບອົກຈັບໃຈ, ຈາກນັ້ນ ນັກທ່ອງທ່ຽວມີຄວາມເຂົ້າໃຈຕື່ມອີກກ່ຽວກັບບັນດາຮູບການ, ບໍລິການທ່ອງທ່ຽວຢູ່ທີ່ນີ້.”
ໃນສອງທົດສະວັດຜ່ານມາ, ເມື່ອບຸນປີໃຫມ່ປະຈຳຊາດ, ລະດູບານໃຫມ່ວຽນມາ ຫລືໃນໂອກາດວັນພັກການ, ເຂດທ່ອງທ່ຽວວັດທະນະທຳຊວຍຕຽນ ໄດ້ສ້າງຮູບການລະຫລິ້ນບັນເທີງໃຫມ່ຕື່ມອີກ ເພື່ອຮັບໃຊ້ນັກທ່ອງທ່ຽວ. ເຂດທ່ອງທ່ຽວຊວຍຕຽນ ແມ່ນກຸ່ມບໍລິການດຸດດື່ມ, ທັນສະໄຫມ ແລະເຂັ້ມຂົ້ນໄປດ້ວຍສີສັນປະຫວັດສາດວັດທະນະທຳຂອງຊາດຫວຽດນາມ. ເຂດທ່ອງທ່ຽວ ຊວຍຕຽນ ສະຫງວນເນື້ອທີ່ດິນກວ່າ 15.000 ຕາແມັດ ເພື່ອກໍ່ສ້າງເຂດລະຫລິ້ນບັນເທິງສະເພາະໃຫ້ລຸ້ນຫນຸ່ມ. ແຕ່ລະມື້ເຂດນີ້ໄດ້ຕ້ອນຮັບ 30.000 ເທື່ອຄົນ. ເອື້ອຍ ຫງວຽນທິແທງງາ ຢູ່ ເມືອງ 1 ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:
“ຄອບຄົວຂ້າພະເຈົ້າຍາດເວລາພາພວກຫລານໄປຢ້ຽມຢາມ ເຂດທ່ອງທ່ຽວຊວຍຕຽນ. ເຖິງວ່າ ພວກຫລານຍັງນ້ອຍ ແຕ່ເມື່ອມານີ້ ພວກຫລານເຂົ້າໃຈຕື່ມອີກກ່ຽວກັບໂລກ, ສະພາບແວດລ້ອມ ເປັນຕົ້ນ ພວກຂ້າພະເຈົ້າມີເວລາພັກຜ່ອນຢ່ອນອາລົມພາຍຫລັງຊຸມມື້ເຮັດວຽກຢ່າງອິດເມື່ອຍ.”
![]() ວັນບຸນໝາກໄມ້ພາກໃຕ້ຈັດຂຶ້ນຢູ່ ຊວຍຕຽນ
ພາບ:dulichbamien.vn |
ໃນເຂດທ່ອງທ່ຽວວັດທະນະທຳຊວຍຕຽນ ຍັງມີເຂດຫນຶ່ງສະຫງວນໃຫ້ຊາວຫນຸ່ມ, ເຍົາວະຊົນ ຊື່ງປະກອບດ້ວຍການລະຫລິ້ນ 100 ຢ່າງ. ຢູ່ອ້ອມແອ້ມແມ່ນເຂດອາຫານການກິນ ດ້ວຍອາຫານທີ່ແຊບນົວຫລາຍເຍື່ອງຂອງພາກເຫນືອ, ພາກກາງ ແລະ ພາກໃຕ້ ຫວຽດນາມ. ນອກນັ້ນຍັງມີຮ້ານຂາຍເຄື່ອງທີ່ລະນຶກ ດ້ວຍຮ້ານຄ້າທັນສະໄຫມ 50 ຮ້ານ.
ແຕ່ລະປີ, ຢູ່ເຂດທ່ອງທ່ຽວທຳມະຊາດຊວຍຕຽນ ດຳເນີນຫລາຍເຫດການວັດທະນະທຳໃຫຍ່, ໃນນັ້ນ ພົ້ນເດັ່ນແມ່ນວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ໃນວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ແລະ ວັນບຸນໝາກໄມ້ພາກໃຕ້ ໃນຕົ້ນເດືອນ 6 ປະຈຳປີ ລ້ວນແຕ່ໄດ້ຮັບການຈັດຂຶ້ນດ້ວຍຂອບຂະຫນາດໃຫຍ່ ອັນໄດ້ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມເປັນຈຳນວນຫລວງຫລາຍ. ທີ່ວັນບຸນໝາກໄມ້ພາກໃຕ້ ຍັງມີລາຍການ canaval ຖະຫນົນ ຂອງບັນດາກອງສິລະປະຫວຽດນາມ, ສເກົາຫລີ, ມາເລເຊຍ, ອິນໂດເນເຊຍ, ອິນເດຍ, ລາວ, ກຳປູເຈຍ ແລະ ໄທ. ໃນໂອກາດນີ້ ນັກທ່ອງທ່ຽວໄດ້ຊີມໝາກໄມ້ພິເສດເກືອບ 50 ຊະນິດ ຂອງ 21 ແຂວງ ພາກໃຕ້ຫວຽດນາມ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດອີກດ້ວຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


