(vovworld)- ຢູ່ ນະຄອນໂຮ່ຈິມີນ ນອກຈາກບັນດາສະຖານທີ່ທ່ອງທ່ຽວວັດທະນະທຳສິລະປະແລ້ວ ຍັງມີສະຖານທີ່ທ່ອງທ່ຽວຫລາຍແຫ່ງເພື່ອໃຫ້ນັກທ່ອງທ່ຽວມາຊອກຮູ້ກ່ຽວກັບປະຫວັດສາດ, ປະເທດຊາດ, ຊາວຫວຽດນາມ. ໃນນັ້ນ ຫໍພິພິດທະພັນຮ່ອງຮອຍສົງຄາມ ຊື່ງແມ່ນສະຖານທີ່ຂາດບໍ່ໄດ້ຂອງນັກທ່ອງທ່ຽວເມື່ອມາຢ້ຽມຢາມນະຄອນໂຮ່ຈິມີນ.
![]() ຫໍພິພິດທະພັນຮ່ອງຮອຍສົງຄາມ
ພາບ:internet |
ຫໍພິພິດທະພັນຮ່ອງຮອຍສົງຄາມ ຖືກຕັ້ງຢູ່ເຮືອນເລກທີ 28 ຖະຫນົນ ຫວໍວັນເຕີນ ເມືອງ 6 ແມ່ນບ່ອນວາງສະແດງບັນດາຮ່ອງຮອຍສົງຄາມຂອງ ຝລັ່ງ ແລະ ອາເມລິກາຕໍ່ປະຊາຊົນຫວຽດນາມ ໃນ 21 ປີ ແຕ່ປີ 1954-1975. ຫໍພິພິດທະພັນແຫ່ງນີ້ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 4/9/1975, ໃນຄາວນັ້ນ ເອີ້ນວ່າ ຫໍວາງສະແດງໂທດກຳສົງຄາມ ຫລັງຈາກນັ້ນ ຖືກປ່ຽນຊື່ຢ່າງເປັນທາງການແມ່ນ ຫໍພິພິດທະພັນຮ່ອງຮອຍສົງຄາມ. ປີ 2002, ຫໍພິພິດທະພັນຮ່ອງຮອຍສົງຄາມ ໄດ້ຮັບການກໍ່ສ້າງໃຫມ່ຕາມສະຖາປັດຕະຍະກຳຂອງຫໍພິພິດທະພັນທັນສະໄຫມ ເພື່ອສ້າງຄວາມສະດວກໃນການວາງສະແດງເອກະສານ, ວັດຖຸພັນ. ດ້ວຍການປະສານສົມທົບລະຫວ່າງການວາງສະແດງບັນດາວັດຖຸພັນ ແລະ ການຈັດຕັ້ງເຄື່ອນໄຫວທີ່ເປັນຫລາຍຮູບຫລາຍແບບ, ຫໍພິພິດທະພັນຮ່ອງຮອຍສົງຄາມ ນັບມື້ນັບດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ. ທ່ານນາງ ຮີ່ງງອກເວີນ, ຜູ້ອຳນວຍການ ຫໍພິພິດທະພັນຮ່ອງຮອຍສົງຄາມໃຫ້ຮູ້ວ່າ:
“ປະຈຸບັນ ແຕ່ລະມື້ ຫໍພິພິດທະພັນຮ່ອງຮອຍສົງຄາມ ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມປະມານ 2000 ເທື່ອຄົນ, ໃນນັ້ນ ສ່ວນຫລາຍແມ່ນນັກທ່ອງທ່ຽວສາກົນ, ສ່ວນນັກທ່ອງທ່ຽວພາຍໃນປະເທດເຄີຍມາຢ້ຽມຢາມໃນວັນທ້າຍອາທິດ. ລະດູຮ້ອນ ນັກທ່ອງທ່ຽວມາຢ້ຽມຢາມເປັນ ຈຳນວນ ຫລາຍກວ່າ.”
ຫໍພິພິດທະພັນຮ່ອງຮອຍສົງຄາມ ລວມມີ 2 ເຂດ: ເຂດກ່າງແຈ້ງ ແລະ ໃນຮົ່ມ. ຈາກປະຕູເຂົ້າຫໍພິພິດທະພັນແມ່ນເຂດວາງສະແດງບັນດາປະເພດອາວຸດ, ພາຫະນະການທະຫານຂອງອາເມລິກາ ຊື່ງລວມມີບັນດາປະເພດເຮືອບິນ, ລົດຖັງ, ລູກປືນ, ລູກລະເບີດ. ເຂດວາງສະແດງໃນຮົ່ມ ດ້ວຍວັດຖຸພັນ 15.000 ຢ່າງ ແລະ ຮູບຖ່າຍພ້ອມກັບຟິມຮູບເງົາເອກະສານກ່ຽວກັບໄລຍະຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ, ກ່ຽວກັບສົງຄາມຢູ່ເຂດຊາຍແດນທາງທິດຕາເວັນຕົກສຽງໃຕ້, ສົງຄາມປົກປັກຮັກສາເຂດຊາຍແດນທາງພາກເຫນືອ. ບັນດາຮູບຖ່າຍກ່ຽວກັບສົງຄາມ, ພົ້ນເດັ່ນແມ່ນເຫດການເຂັ່ນຂ້າສາມັນຊົນ, ຮູບຫວ່ານທາດພິດເຄມີຢູ່ພາກໃຕ້, ຖີ້ມລູກລະເບີດທຳລາຍພາກເຫນືອ, ບັນດາວັດຖຸພັນຕ່າງໆຄື: ຮູບແບບ ຄຸກ ຄອກເສືອ, ເຄື່ອງຕັດຄໍອຸປະກອນທໍລະມານ.. ໄດ້ສ້າງຄວາມສະເທືອນໃຈຕໍ່ຜູ້ຊົມ.
ຫໍພິພິດທະພັນ ມີຫ້ອງວາງສະແດງພິເສດທີ່ມີຊື່ວ່າ: “ຫວນຄືນອະດີດຕະການ " ນີ້ກໍແມ່ນຫ້ອງວາງສະແດງດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ, ເປັນຕົ້ນແມ່ນນັກທ່ອງທ່ຽວສາກົນ. ເອື້ອຍ ທູເຊືອງ, ຜູ້ນຳທ່ຽວຢູ່ ຫໍພິພິດທະພັນ ໃຫ້ຮູ້ວ່າ:
“ ຫ້ອງວາງສະແດງ ຫວນຄືນອະດີດຕະການ ນີ້ ໂດຍ ຊາວ ອັງກິດ ຜູ້ຫນຶ່ງ ແລະ ຊາວ ເຢຍລະມັນຜູ້ຫນຶ່ງ ປະຕິບັດ ດ້ວຍຈຸດປະສົງແມ່ນຄິດເຖິງບັນດາເພື່ອນມິດຂອງເຂົາເຈົ້າ. ມີຮູບຖ່າຍ 2 ແຜ່ນ ເຮັດໃຫ້ຜູ້ຊົມເຂົ້າໃຈກ່ຽວກັບເຈດຈຳນົງ, ກຳລັງແຮງແຫ່ງຄວາມເປັນທຳໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາກູ້ຊາດຂອງຊາວຫວຽດນາມ. ເມື່ອ ຊາວອາເມລິກາ ດຳເນີນສົງຄາມຢູ່ ຫວຽດນາມ ເຂົາເຈົ້ານຳໃຊ້ບັນດາພາຫະນະການທະຫານທັນສະໄຫມຄື: ບັນດາປະເພດເຮຶອບິນຂົນສົ່ງທະຫານ. ສ່ວນກອງທັບຫວຽດນາມ ຢູ່ ພາກເຫນືອ ເມື່ອລຳລຽງໜູນຊ່ວຍໃຫ້ແກ່ສະຫນາມຮົບພາກໃຕ້ ລ້ວນແຕ່ຕ້ອງຍ່າງ ແລະ ໃຊ້ອາວຸດຫລ້າຫລັງ. ບັນດາຮູບຖ່າຍເຫລົ່ານັ້ນແມ່ນສະແດງໃຫ້ເຫັນວ່າ ກອງທັບຫວຽດນາມ ເຖິງວ່າ ໃຊ້ອາວຸດຫລ້າຫລັງ ແຕ່ສຸດທ້າຍກໍສາມາດ ຍາດໄດ້ໄຊຊະນະ”
![]() ແຕ່ລະມື້ນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມຫໍພິພິດທະພັນ
ເປັນຈຳນວນຫລວງຫລາຍ ພາບ:internet |
ຢູ່ຊັ້ນ 2 ຂອງຫໍພິພິດທະພັນຮ່ອງຮອຍສົງຄາມຍັງມີຫ້ອງວາງສະແດງພາບແຕ້ມເຍົາວະຊົນ ດ້ວຍຊື່ວ່າ: “ນົກກາງແກຂາວ”. ນີ້ແມ່ນບ່ອນວາງສະແດງບັນດາພາບແຕ້ມໂດຍພວກນ້ອງເຍົາວະຊົນແຕ້ມ ຜ່ານຫລາຍຫົວເລື່ອງກ່ຽວກັບ ຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ພໍ່ແມ່, ປູ່ຍ່າຕາຍາຍ.. ບັນດາພາບແຕ້ມນີ້ແມ່ນສະແດງໃຫ້ເຫັນຄວາມໄຝ່ຝັນຂອງເດັກນ້ອຍ ຫວັງຢາກໄດ້ດຳລົງຊີວິດໃນປະເທດສັນຕິພາບ, ໄດ້ໄປໂຮງຮຽນ ໄດ້ເຮັດວຽກທີ່ຕົນເອງມັກ.
ໃນຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ຫໍພິພິດທະພັນ ມີ 70% ແມ່ນຊາວຕ່າງປະເທດ. ເຂົາເຈົ້າມານີ້ ເພື່ອຊອກຮູ້ກ່ຽວກັບສົງຄາມຢູ່ ຫວຽດນາມ, ເຂົ້າໃຈຕື່ມອີກກ່ຽວກັບຄວາມສູນເສຍ, ການເສຍສະຫລະ ແລະ ຄວາມເສຍຫາຍບໍ່ສາມາດທົດແທນໃຫ້ປະຊາຊົນຫວຽດນາມ ໄດ້. ຄວາມຮູ້ສຶກລວມຂອງນັກທ່ອງທ່ຽວ ແມ່ນຄວາມເຫັນອົກເຫັນໃຈ ແລະ ສະເທືອນໃຈ. ປື້ມບັນທຶກຄວາມຮູ້ສຶກຂອງນັກທ່ອງທ່ຽວນັບ ສິບຫົວ ຢູ່ ຫໍພິພິດທະພັນນີ້ ກໍແມ່ນວັດຖຸພັນອັນລ້ຳຄ່າ ແລະ ມີຄວາມໝາຍ. ໃນຈຳນວນນັກທ່ອງທ່ຽວນັບພັນຄົນນັ້ນ, ມີຜູ້ຫນຶ່ງມາຈາກ ສະວິດໄດ້ຂຽນວ່າ: “ຂ້າພະເຈົ້າມາຈາກປະເທດສວຍງາມ ບໍ່ຮູ້ຫຍັງກ່ຽວກັບສົງຄາມ, ຂ້າພະເຈົ້າມີຄຳເຫັນດັ່ງນີ້: ບັນດານັກການເມືອງທັງໝົດ ແລະ ການນຳພວມມີເຈດຈຳນົງດຳເນີນສົງຄາມ ແລະ ບັນດາຜູ້ມີສ່ວນກ່ຽວຂ້ອງເຖິງສົງຄາມ ຄວນມາຢ້ຽມຢາມຫໍພິພິດທະພັນແຫ່ງນີ້. ຫວັງວ່າ ເຂົາເຈົ້າຄວນພິຈາລະນາຄືນ! ເພື່ອ ສັນຕິພາບ, ສັນຕິພາບ, ສັນຕິພາບ.”
ຫໍພິພິດທະພັນຮ່ອງຮອຍສົງຄາມແມ່ນຫນຶ່ງໃນບັນດາສະຖານທີ່ທ່ອງທ່ຽວພົ້ນເດັ່ນ 10 ແຫ່ງ ໃນລາຍການທ່ອງທ່ຽວ ນະຄອນໂຮ່ຈິມີນ 100 ສິ່ງທີ່ຈັບອົກຈັບໃຈ. ນີ້ກໍແມ່ນ ຫໍພິພິດທະພັນຫນຶ່ງດຽວຢູ່ ຫວຽນາມ ໄດ້ນຳເຂົ້າລະບົບ ຫໍພິພິດທະພັນ ເພື່ອສັນຕິພາບ ກວ່າ 60 ແຫ່ງ ຂອງ ອົງການວັດທະນະທຳ ວິທະຍາສາດ ແລະ ສຶກສາ ສປຊ UNESCO. ຫໍພິພິດທະພັນຮ່ອງຮອຍສົງຄາມ ແມ່ນສະຖານທີ່ຮຽກຮ້ອງໃຫ້ສ້າງໂລກສັນຕິພາບ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


