(vovworld)-ຕົ້ນເດືອນ 10/2013, ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ ແມ່ນສະຖານທີ່ດຳເນີນກອງປະຊຸມສະຫະສະມາຄົມບັນດາຫໍພິພິດທະພັນອາຊີ ຄັ້ງທີ 4 (ANMA4). ນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດສຳລັບປະເທດເຈົ້າພາບຫວຽດນາມ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມສົນໃຈ, ການຕີລາຄາຈາກບັນດາຫໍພິພິດທະພັນຢູ່ ອາຊີ ສຳລັບການເຄື່ອນໄຫວຕ່າງໆຂອງຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມອິກດ້ວຍ.
ໂດຍຕັ້ງຢູ່ເຂດໃຈກາງນະຄອນຫລວງ ຮ່າໂນ້ຍ, ຫໍພິພິດທະພັນປະຫວັດສາດແຫ່ງຊາດ ຫວຽດນາມ ບໍ່ພຽງແຕ່ແມ່ນກິດຈະກຳສະຖາປັດຕະຍະກຳຝລ່ັງ ທີ່ງາມຕາເທົ່ານັ້ນ ຫາກຍັງໄດ້ຮັບການຕີລາຄາຈາກນັກທ່ອງທ່ຽວສາກົນວ່າ ແມ່ນຫນຶ່ງໃນບັນດາຫໍພິພິດທະພັນອັນດູດດື່ມຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີ ອີກດ້ວຍ.
ຫໍພິພິດທະພັນປະຫວັດສາດແຫ່ງຊາດໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານໂຮມຫໍພິພິດທະພັນປະຫວັດສາດຫວຽດນາມ ແລະ ຫໍພິພິດທະພັນປະຕິວັດຫວຽດນາມເຂົ້າເປັນຫນຶ່ງດຽວເມື່ອປີ 2001. ນີ້ກໍແມ່ນກິດຈະກຳສະຖາປັດຕະຍະກຳ ຫໍພິພິດທະພັນຊື່ງໄດ້ຮັບການກໍ່ສ້າງຢູ່ຫວຽດນາມແຕ່ດົນນານມາແລ້ວ. ໃນນັ້ນ ກິດຈະກຳ ຫໍພິພິດທະພັນປະຫວັດສາດຫວຽດນາມ ຕັ້ງຢູ່ເລກ 1 ຖະຫນົນ ຈາງຕຽນ ຮ່າໂນ້ຍ, ແມ່ນແຫ່ງທີ່ໄດ້ຮັບການກໍ່ສ້າງກວ່າໝູ່ ບົນພື້ນຖານສືບທອດຂອງ ຫໍພິພິດທະພັນ Loui Fino ທີ່ຂຶ້ນສະຖາບັນຄົ້ນຄ້ວາຂອງຝລັ່ງກ່ຽວກັບບັນດາປະເທດອາຊີ ຖືກກໍ່ສ້າງເມ່ືອປີ 1926. ສ່ວນ ຫໍພິພິດທະພັນ ປະຕິວັດຫວຽດນາມ ກ່ອນນີ້ຕັ້ງຢູ່ເລກທີ 25 ຖະຫນົນ ຕົງດານ ກໍແມ່ນສຳນັກງານຂອງພະແນກພາສີ ອິນດູຈີນ ໂດຍຊາວຝລັ່ງກໍ່ສ້າງເມື່ອປີ 1917. ຫໍພິພິດທະພັນສອງແຫ່ງດັ່ງກ່າວ ຖືກຕັ້ງຢູ່ອ້ອມແອ້ມໂຮງລະຄອນໃຫຍ່ ຮ່າໂນ້ຍ ອັນໄດ້ສ້າງເປັນກຸ່ມສະຖາປັດຕະຍະກຳທີ່ສວຍງາມ ແຕ່ລະມື້ໄດ້ດຶງດູດຜູ້ເຂົ້າຢ້ຽມຊົມເປັນຈຳນວນຫລວງຫລາຍ. ດຣ ຫວູແມ້ງຮ່າ, ຮອງຜູ້ອຳນວຍການ ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ ຖືວ່າ:
“ຄວາມໝາຍຂອງການສ້າງຕັ້ງ ຫໍພິພິດທະພັນແຫ່ງດັ່ງກ່າວແມ່ນຕາມຄຳເຫັນຂອງບັນດາຜູ້ຊ່ຽວຊານ, ນັກວິທະຍາສາດ. ສະນັ້ນ ເລື່ອງໂຮມ ຫໍພິພິດທະພັນສອງແຫ່ງເຂົ້າເປັນຫນຶ່ງດຽວແມ່ນຄວາມມຸ່ງມາດຂອງບັນດານັກວິທະຍາສາດກໍຄືຂອງພັກ, ລັດ ເພື່ອເຮັດແນວໃດໃຫ້ມີ ຫໍພິພິດທະພັນແຫ່ງຫນຶ່ງທີ່ສອ່ງແສງໃຫ້ເຫັນໄລຍະປະຫວັດສາດນັບພັນປີຂອງຊາດຫວຽດນາມ ຈາກຍຸກດຶກດຳບັນຈົນເຖິງປະຈຸບັນ. ແລະ ບົດບາດຫນ້າທີ່ຂອງມັນຕ້ອງໄດ້ຍົກໃຫ້ສູງຂຶ້ນ ບົນພື້ນຖານເນື້ອໃນການເຄື່ອນໄຫວໃນເງື່ອນໄຂໃຫມ່.”
![]() ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ
ພາບ:vov |
ດ້ວຍເນື້ອທີ່ວາງສະແດງເກືອບ 4.000 ຕາລາງແມັດ, ມີເອກະສານ, ວັດຖຸພັນນັບ 10.000 ຢ່າງ, ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ ໄດ້ແນະນຳວິວັດການສ້າງສາ ແລະ ພັດທະນາສັງຄົມຫວຽດນາມ ແຕ່ຍຸກດຶກດຳບັນກ່ອນນີ້ 30.000-40.000 ປີ, ໄລຍະທຳອິດແຫ່ງການສ້າງສາປະເທດຊາດ(ກ່ອນນີ້ 4000 ປີ), ຕະຫລອດຮອດບັນດາສະໄຫມສັກດີນາ, ບັນດາການຕໍ່ສູ້ຍາດເອົາເອກະລາດຂອງຊາດຫວຽດນາມ, ການລຸກຮືຂຶ້ນໃນທົ່ວປະເທດ ແລະ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ເມື່ອວັນທີ 2/9/1945. ຫໍພິພິດທະພັນກໍໄດ້ແນະນຳບັນດາການຕໍ່ຕ້ານກູ້ຊາດ, ໝາກຜົນແຮງງານຂອງປະຊາຊົນຫວຽດນາມໃນການສ້າງສາປະເທດຊາດກ້າວເຂົ້າສູ່ໄລຍະປ່ຽນແປງໃຫມ່ຂອງປະເທດຊາດ. ນອກຈາກບັນດາວັດຖຸພັນ, ເອກະສານ ທີ່ໄດ້ນຳມາວາງສະແດງ, ຫໍພິພິດທະພັນປະຫວັດສາດແຫ່ງຊາດຍັງຮັກສາເອກະສານ, ວັດຖຸພັນທີ່ລຳ້ຄ່າກວ່າ 150.000 ຢ່າງ. ດຣ ຫວູແມ້ງຮ່າ ໃຫ້ຮູ້ວ່າ:
“ໃນການຮັບຮອງວັດຖຸພັນອັນລຳ້ຄ່າຂອງປະເທດຊາດ, ຫໍພິພິດທະພັນປະຫວັດສາດໄດ້ຮັບການຮັບຮອງຈາກນາຍົກລັດຖະມົນຕີວ່າ ມີວັດຖຸພັນອັນລຳ້ຄ່າ 10 ຢ່າງຂອງປະເທດຊາດ. ນີ້ແມ່ນວັດຖຸພັນຫນຶ່ງດຽວ, ມີຄຸນຄ່າວັດທະນະທຳທີ່ດີເດັ່ນຂອງຫວຽດນາມ. ຄື ກອງທອງ ດົງເຊີນ, ຖັງທອງ ດາວທີ້ງ. ນີ້ແມ່ນບັນດາວັດຖຸພັນທີ່ເປັນເອກະລັກສະເພາະ, ນອກນັ້ນຍັງ ມີວັດຖຸພັນອື່ນອັນລຳ້ຄ່ານັບແຕ່ໄລຍະປະຖົມບູຮານຕະຫລອດຮອດປະຈຸບັນ ແລະ ບັນດາວັດຖຸພັນໃນຍຸກໃກ້ນີ້, ຕົວຢ່າງ:ປຶ້ມບັນທຶກປະຈຳວັນໃນຄຸກຂອງປະທານໂຮ່ຈິມີນ.”
ລະບົບວາງສະແດງຂອງ ຫໍພິພິດທະພັນປະຫວັດສາດແຫ່ງຊາດ ຫວຽດນາມແມ່ນປະຕິບັດຕາມຫລັກການວາງສະແດງຕາມລາຍສະຖິຕິປະຈຳປີ, ຖືວັດຖຸພັນເປັນພາສາຕົ້ນຕໍ, ສົມທົບລະຫວ່າງການວາງສະແດງຕາມແຕ່ລະໄລຍະ ແລະ ເຫດການປະຫວັດສາດ ກັບການວາງສະແດງວັດຖຸພັນຕາມທິດວາງສະແດງເປີດ ສ້າງເງື່ອນໄຂເພື່ອວາງສະແດງບັນດາວັດຖຸພັນໃຫມ່, ເຮັດໃຫ້ໂສມຫນ້າການວາງສະແດງຍາມໃດກໍໃຫມ່ອ່ຽມ, ດຶງດູດຜູ້ຊົມ. ຫວ່າງແລ້ວນີ້ ຫໍພິພິດທະພັນປະຫວັດສາດແຫ່ງຊາດວາງສະແດງວັດຖຸພັນເກືອບ 150 ຢ່າງ ຂຶ້ນກັບມໍລະດົກສາສະຫນາພຸດ ແລະ ຕະກຽງບູຮານຫວຽດນາມ ຕາມຮູບການເຕັກໂນໂລຊີ 3 D(ມີຕີ). ນີ້ເປັນຄັ້ງທຳອິດ ຫໍພິພິດທະພັນແຫ່ງຫນຶ່ງຢູ່ຫວຽດນາມ ວາງສະແດງຕາມຮູບການດັ່ງກ່າວ ບົນພື້ນຖານສຳພັດກັບເຕັກໂນໂລຊີທີ່ກ້າວຫນ້າໃນໂລກ. ອ້າຍຮ່ວາງກວກຫວຽດ, ພາລະກອນຢູ່ ຫໍພິພິດທະພັນປະຫວັດສາດແຫ່ງຊາດ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້ານຳລະບົບແນະນຳລວງຕາ ດ້ວຍພາສາອັງກິດ, ພາສາຫວຽດ ແລະ ຫລາຍພາສາເພື່ອໃຫ້ຜູ້ຊົມສາມາດສຳພັດກັບຂໍ້ມູນຂ່າວສານໄດ້. ຢູ່ໃນບັນດາຫ້ອງວາງສະແດງແບບລວງຕາ ພວກຂ້າພະເຈົ້າໃຊ້ບັນດາຮູບຈຳລອງ 3 D, ກ້າວຫນ້າທີ່ສຸດໃນໂລກ, ເຮັດໃຫ້ນັກທ່ອງທ່ຽວສາມາດກຳໄດ້ຂໍ້ມູນຢ່າງມີຊີວິດຊີວາກວ່າ.”
ຊື່ງແມ່ນຫນື່ງໃນບັນດາກິດຈະກຳສະຖາປັດຕະຍະກຳທີ່ສວຍງາມ, ຫໍພິພິດທະພັນປະຫວັດສາດແຫ່ງຊາດ ຍັງມີລະບົບວາງສະແດງອຸດົມສົມບູນ ດ້ວຍການເຄື່ອນໄຫວສະເພາະຂະແຫນງ, ຫົວເລື່ອງສະເພາະເປີດກວ້າງ, ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມບໍ່ພຽງແຕ່ແມ່ນສະຖານທີ່ຮັກສາສິ່ງຍອດຢ້ຽມຂອງອະດີດຕະການ ຫາກຍັງສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈ, ມູນເຊື້ອວັດທະນະທຳປະຫວັດສາດຂອງປະເທດຊາດ ແລະແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ. ສະເພາະ 10 ເດືອນ ປີ 2013 ນີ້ ຈຳນວນນັກທ່ອງທ່ຽວມາຢ້ຽມຊົມ ຫໍພິພິດທະພັນປະຫວັດສາດແຫ່ງຊາດ ຂຶ້ນເຖິງ 63.000 ເທື່ອຄົນ. ໂດຍມີການເຄື່ອນໄຫວ ຕິດພັນກັບການທ່ອງທ່ຽວ, ຍູ້ແຮງການເຊື່ອມຕໍ່ກັບບັນດາ ຫໍພິພິດທະພັນແຫ່ງອື່ນພາຍໃນພາກພື້ນ, ຫໍພິພິດທະພັນປະຫວັດສາດແຫ່ງຊາດ ຫວຽດນາມ ພວມກາຍເປັນຈຸດນັດພົບອັນດູດດ່ືມຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

