(vovworld)- ນັກທ່ອງທ່ຽວມາຢ້ຽມຢາມ ນະຄອນ ເຫ້ວ ຍາມໃດກໍມັກຄວາມງາມ ຂອງເຂດດິນນີ້ ດ້ວຍຮູບພາບສຸສານທີ່ເກົ່າແກ່ຫລາຍແຫ່ງ, ຄວາມສະຫງົບງຽບ ແລະ ສັກກະລະບູຊາຂອງບັນດາວັດວາອາຮາມ ກໍຄື ຄວາມງາມຂອງເຮືອນສວນຫລາຍຫລັງຢູ່ ນະຄອນເຫ້ວ. ຄຽງຄູ່ກັນນັ້ນ ທິວທັດທຳມະຊາດທີ່ສວຍງາມຂອງ ບຶງແຄມທະເລ ຢູ່ເຫ້ວ ຍາມໃດກໍແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ. ໃນລາຍການຄົ້ນຫາຫວຽດນາມ ພາກນີ້ ພວກເຮົາຂໍແນະນຳບົດທີ່ພາດຫົວຂໍວ່າ: ຄວາມງາມຂອງບຶງແຄມຝັ່ງທະເລ ຢູ່ ນະຄອນເຫ້ວ
![]() ຊາວທ້ອງຖິ່ນຫາປາຢູ່ບຶງຕາມຢາງ
ພາບ:dulich.vn |
ມາຢ້ຽມຢາມ ເຫ້ວ ເທື່ອຫນຶ່ງເພື່ອຮັບຊົມຄວາມງາມຂອງທິວທັດທຳມະຊາດ ແລະ ຄົ້ນຫາຊີວິດການເປັນຢູ່ຂອງປະຊາຊົນຢູ່ອາໄສຢູ່ລຽບຕາມ ບຶງແຄມຝັ່ງທະເລ. ຜູ້ໃດຢາກຄົ້ນຫາ ບຶງແຄມຝັ່ງທະເລ ຢູ່ ເຫ້ວ ຄວນຂີ່ລົດຈັກ ເພື່ອຊົມຄວາມງາມບົນຫນ້ານ້ຳທີ່ກວ້າງໃຫຍ່ນີ້. ເລີ່ມຕົ້ນຈາກໃຈກາງນະຄອນ ຂີ່ລົດຈັກຕາມທາງຫລວງ 49, ເບື້ອງຫນຶ່ງແມ່ນທະເລ, ສ່ວນເບື້ອງຫນຶ່ງແມ່ນ ບຶງແຄມຝັ່ງທະເລຫລາຍແຫ່ງ ຄື: ບຶງແທງລາມ, ບຶງ ຊາມ, ບຶງ ຮ່າຈູງ, ບຶງ ຖູຍຕູ, ບຶງ ເກົ່າຮາຍ ຕິດຕໍ່ກັນ ຄືດັ່ງພວມໄປໃນເສັ້ນທາງລະຫວ່າງສອງລຳແມ່ນ້ຳ. ອ້າຍ ຫງວຽນແທ່ງກົງ, ຊ່າງພາບຜູ້ທີ່ເຄີຍມາຖ່າຍຮູບຢູ່ ບຶງແຄມຝັ່ງທະເລ ເປັນຫລາຍຄັ້ງໃຫ້ຮູ້ວ່າ:
“ຢູ່ ເຫ້ວ ມີ ບຶງແຄມຝັ່ງທະເລ ຫລາຍແຫ່ງ, ໃນນັ້ນ ກວ້າງກວ່າໝູ່ ແມ່ນ ບຶງແຄມຝັ່ງທະເລ ຕາມຢາງ, ບຶງ ເກົ່າຮາຍ, ບຶງຖືຍຕູ, ບຶງຈ່ວນ. ບັນດາ ບຶງແຄມຝັ່ງທະເລ ນີ້ ລ້ວນແຕ່ມີການປະສົມປະສານຢ່າງແຫນ້ນແຟ້ນນຳກັນ. ຖ້າຂີ່ເຮືອໃນ ບຶງແຄມຝັ່ງທະເລ ທ່ານສາມາດເດີນເຮືອຈາກບຶງນີ້ຫາບຶງອື່ນໄດ້. ທິວທັດຢູ່ ບຶງແຄມຝັ່ງທະເລ ແມ່ນສວຍງາມທີ່ສຸດ, ພິເສດ ໃນຍາມສາຍັນ ຖ່າຍຮູບໃນຊ່ວງເວລານີ້ ທ່ານຈະສາມາດຖ່າຍເອົາໄດ້ຫລາຍຮູບທີ່ສ້າງຄວາມປະທັບໃຈທີ່ສຸດ.”
![]() ຍາມສາຍັນຢູ່ ບຶງຕາມຢາງ
|
ບຶງແຄມຝັ່ງທະເລ ຕາມຢາງ ແມ່ນບຶງນ້ຳຈາງ ກວ້າງກວ່າໝູ່ຢູ່ ອາຊີຕາເວັນອອກສຽງໃຕ້, ໂດຍຫ່າງຈາກນະຄອນ ເຫ້ວ ປະມານ 12 ກິໂລແມັດ. ເນື້ອທີ່ຂອງບຶງ ຕາມຢາງປະມານແມ່ນ 52 ຕາລາງກິໂລແມັດ ແລະ ມີຄວາມຍາວປະມານ 24 ກິໂລແມັດ ຈາກປາກແມ່ນ້ຳ ໂອເລົາ ຮອດປາກແມ່ນ້ຳເຮືອງ ຂຶ້ນກັບ ສາມເມືອງຄື: ຟອງດຽນ, ກວ໋າງດຽນ, ເຮືອງຈ່າ ຂອງແຂວງ ເທື່ອທຽນເຫ້ວ. ບຶງຕາມຢາງ ມີຄວາມເລິກແຕ່ 2 -4 ແມັດ, ບາງບ່ອນເລິກ 7 ແມັດ ແມ່ນບ່ອນເຕົ້າໂຮມແມ່ນ້ຳ 3 ລຳດັ່ງກ່າວ ກ່ອນທີ່ໄຫລອອກສູ່ທະເລທ້ວນອານ. ຄວາມງາມແບບຮົກເຮື້ອເປົ່າຫວ່າງ, ສະຫງົບງຽບຂອງ ບຶງຕາມຢາງຍາມໃດກໍ ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ.
ກ່ອນນີ້ ຢາກໄປຢ້ຽມຢາມ ບຶງຕາມຢາງ ແມ່ນຫຍຸ້ງຍາກຫລາຍ, ແຕ່ປະຈຸບັນ ການໄປມາແມ່ນສະດວກແລ້ວ. ນັກທ່ອງທ່ຽວ ເຄີຍມານີ້ເພື່ອຊົມທິວທັດໃນຍາມສາຍັນ ແລະ ສູບອາກາດທີ່ປອດໂປ່ງກໍຄືຄວາມສະຫງົບງຽບຢູ່ທີ່ນີ້. ເມື່ອນັ່ງເທິງເຮືອລ່ອງຕາມ ບຶງແຄມຝັ່ງທະເລ, ທ່ານຈະຮູ້ສຶກຈິດໃຈສະຫວາດສະເຫວີຍກວ່າ. ອ້າຍ ຫງວຽນແທ່ງກົງ ແບ່ງປັນວ່າ ເມື່ອຍາມສາຍັນລົງ ບຶງແຄມຝັ່ງທະເລ ຄືດັ່ງນຸ່ງເສື້ອຜືນຫນຶ່ງທີ່ມີສີສັນຫລາກຫລາຍ.
“ແສງຕາເວັນອອ່ນໃນຍາມສາຍັນປະສົມກັບສີຂຽວຂອງທ້ອງຟ້າ ແລະ ຫນ້ານ້ຳ ສ້າງເປັນສີສັນພິເສດທີ່ສຸດ. ແຕ່ສິ່ງທີ່ສ້າງຄວາມປະທັບໃຈເມື່ອຂ້າພະເຈົ້າລ່ອງເຮືອຕາມ ບຶງແຄມຝັ່ງທະເລ ຢູ່ ເຫ້ວແມ່ນຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້, ພິເສດ ແມ່ນຮູບພາບປະຊາຊົນຫາສິນທະເລ. ຖ້າສັງເກດຈາກທາງໄກ ທ່ານຈະເຫັນຮູບພາບບັນດາກຸບຂອງຊາວທ້ອງຖິ່ນເຄິຍໃຊ້ເມື່ອຫາສິນທະເລແຕ່ເມື່ອລະດັບນ້ຳທະເລຂຶ້ນສູງກຸບເຫລົ່ານັ້ນ ແມ່ນລັບໆລີ້ໆເທິງຫນ້ານ້ຳ ອັນໄດ້ສ້າງຄວາມປະທັບໃຈທີ່ສຸດ.”
ປະຊາຊົນຢູ່ ບຶງແຄມຝັ່ງທະເລ ສ່ວນຫລາຍທຳມາຫາກິນດ້ວຍອາຊີບຫາ ແລະ ລ້ຽງປູກສິນທະເລ. ເມື່ອຄ່ຳຄືນວຽນມາ, ເຂົາເຈົ້າເຄີຍຂີ່ເຮືອ ຫາສິນທະເລ ແລະ ຮອດຮຸ່ງເຊົ້າມື້ຕໍ່ມາ ແມ່ນນຳເອົາໄປຂາຍຢູ່ຕະຫລາດແຄມທະເລ.
ພາຍຫລັງລ່ອງເຮືອຊົມທິວທັດທີ່ສວຍງາມຂອງ ບຶງແຄມຝັ່ງທະເລ ແລ້ວ, ທ່ານສາມາດແວ່ຮ້ານອາຫານ ເພື່ອຮັບປະທານບັນດາເຍື່ອງອາຫານທີ່ແຊບນົວ ຊື່ງໄດ້ຮັບການປຸງແຕ່ງດ້ວຍສິນທະເລພິເສດຂອງເຂດດິນນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


