ຄົ້ນຫາລະດູເຂົ້າສຸກເຫຼືອງຢ່າງສະຫງົບງຽບຢູ່ບ້ານ ຮ່າງດັງເຢ, ລາວກາຍ
(VOVWORLD) - ໂດຍທ່າມກາງລະດູເຂົ້າສຸກເຫຼືອງອາລ່າມຂອງ ໝູ່ກັງຈ໋າຍ, ບ້ານ ຮ່າງດັງເຢ ຍັງຮັກສາໄດ້ຄວາມງາມທີ່ລຽບງ່າຍປະຖົມປະຖານ, ແມ່ນສະຖານທີ່ເປັນໜ້າຈັບໃຈຂອງແຂກທ່ອງທ່ຽວທີ່ຢາກລົງຕົວຈິງລະດູເຂົ້າສຸກເຫຼືອງແບບລຽບງ່າຍ.
 |
| ໝູ່ກັງຈ໋າຍ (ແຂວງ ລາວກາຍ) ແມ່ນສະຖານທີ່ທີ່ມີຊື່ສຽງເມື່ອລະດູໃບໄມ້ຫຼົ່ນວຽນມາເຂດນາຂັ້ນໄດ. ໄປຄຽງຄູ່ກັບສະຖານທີ່ທີ່ລຶ້ງເຄີຍຄື ລາປ້ານເຕິນ ຫຼື ເຈ້ກູຍາ, ບ້ານ ຮ່າງດັງເຢ ຍັງແມ່ນສະຖານທີ່ທີ່ຍັງບໍ່ທັນມີຫຼາຍຄົນຮູ້ຈັກເຖິງ. |
 |
| ບ້ານ ຮ່າງດັງເຢ ຕັ້ງຢູ່ຫ່າງຈາກໃຈກາງເມືອງ ໝູ່ກັງຈ໋າຍ (ເກົ່າ) ກວ່າ 10 ກີໂລແມັດ, ເສັ້ນທາງສ່ວນຫຼາຍແມ່ນກິ່ວຊັນນ້ອຍແຄບ, ແຕ່ແທນທີ່ນັ້ນ ແຂກທ່ອງທ່ຽວຈະໄດ້ຮັບຊົມທິວທັດທຳມະຊາດຂອງລະດູເຂົ້າສຸກເຫຼືອງຢູ່ເຂດຮ່ອມພູທີ່ຍາວຢຽດ. |
 |
| ທັງບ້ານມີເຮືອນຂອງຊາວເຜົ່າມົ້ງພຽງແຕ່ 20 - 30 ຫຼັງໄດ້ຕັ້ງສະຫຼັບຢູ່ທ່າມກາງນາຂັ້ນໄດ. |
 |
| ບໍ່ຄັບຄາໜາແໜ້ນຄືບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ບ້ານ ຮ່າງດັງເຢ ຍັງຮັກສາການດຳລົງຊີວິດທີ່ລຽບງ່າຍ, ບໍ່ຟ້າວບໍ່ຟັ່ງ. |
 |
| ປີນີ້ ແຂກທ່ອງທ່ຽວມາຫຼາຍກວ່າ, ແຕ່ຜູ້ໃດກໍ່ສຸພາບ, ມາຖ່າຍຮູບແລ້ວກໍ່ຂອບໃຈທັກທາຍສະບາຍດີຢ່າງມ່ວນຊື່ນ. ພໍ່ແມ່ປະຊາຊົນຍັງເກັບກ່ຽວຄືທຸກໆປີ, ພຽງແຕ່ຫວັງຢາກຮັກສາຄວາມສະອາດຂອງບ້ານເພື່ອໃຫ້ແຂກທ່ອງທ່ຽວກັບຄືນມາອີກ”, ປະຊາຊົນຄົນໜຶ່ງດຳລົງຢູ່ແຫ່ງນີ້ແບ່ງປັນ. |
 |
| ແຂກທ່ອງທ່ຽວມາ ບ້ານ ຮ່າງດັງເຢ ມັກເລືອກພັກຢູ່ homestay ຂອງປະຊາຊົນ, ລອງຊິມອາຫານການກິນຢູ່ເຂດພູສູງ. |
 |
| ບັນດາເຂດນາຂັ້ນໄດນອນຢ່ລຽບເປີ້ນພູ, ຕາມແຕ່ລະຊັ້ນ, ສ້າງເປັນຄື້ນເຂົ້າທີ່ອ່ອນໂຍນລຽບຕາມສັນພູ. |
 |
| ທ່າມກາງລະດູເຂົ້າສຸກເຫຼືອງຂອງເຂດ ໝູ່ກັງຈ໋າຍ, ບ້ານ ຮ່າງດັງເຢ ຍັງຮັກສາຄວາມສະຫງົບສຸກ, ລຽບງ່າຍ ແລະ ໃກ້ຊິດຕິດພັນ. |
 |
| ບໍ່ຄືກໂຄມ, ບໍ່ຫັນເປັນການຄ້າ, ສະຖານທີ່ແຫ່ງນີ້ໄດ້ຄ່ອຍໆກາຍເປັນທາງເລືອກຂອງຜູ້ຄົນທີ່ຢາກກັບໄປຄົ້ນຫາເຂດດິນແດນ ໄຕບັກ ແບບດັ້ງເດີມ, ລຽບງ່າຍແຕ່ເຕັມໄປດ້ວຍພະລັງທີ່ດຶງດູດໃຈ. |