ຮູບຖ່າຍ 100 ແຜ່ນກ່ຽວກັບໝູ່ເກາະເຈືອງຊາ, ແຜນທີ່ “ ຄວາມເອກອ້າງທະນົງໃຈ ເຂດທະເລໝູ່ເກາະຫວຽດນາມ” ຖືວາງສະແດງຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ຟູ້ຢ້ຽນ. ແລະ ກໍໃນມື້ໄຂສົກຮຽນໃໝ່, ຄູອາຈານ ແລະ ນັກຮຽນກວ່າ 1200 ຄົນໃນໂຮງຮຽນໄດ້ເຂົ້າຮ່ວມການເຄື່ອນໄຫວວັນບຸນໄຫ້ວພະຈັນປີ 2018 ໂດຍ ສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງ ນອນຈັດຂຶ້ນເພື່ອນຳລະດູໃບໄມ້ຫຼົ່ນທີ່ອົບອຸ່ນມາໃຫ້ພວກເດັກທີ່ເປັນລູກ ຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1

ເອື້ອຍຄູ ແລະ ນັກຮຽນໃນໂຮງຮຽນພວມມ່ວນຊື່ນກັບບັນດາໂຄມໄຟຮູບດາວ. 1000 ສານແຫ່ງຄວາມຮັກແພງໄດ້ຖືກພວກນັກຮຽນຝາກຝັງໃນບັນດາໂຄມໄຟຮູບດາວ. ນອກຈາກນັ້ນ, ພວກເດັກຍັງໄດ້ເຮັດໜ້າກາກເຈ້ຍເພື່ອເປັນຂອງຂວັນໃນວັນບຸນໄຫ້ວພະຈັນ… ແນໃສ່ນຳລະດູໃບໄມ້ຫຼົ່ນທີ່ອົບອຸ່ນມາໃຫ້ພວກເດັກທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1

ພວກເດັກໄດ້ຮັບຟັງການແນະນຳກ່ຽວກັບໝູ່ເກາະເຈືອງຊາຈາກພວກອ້າຍທະຫານເຮືອ

ແຕ້ມໜ້າກາກພື້ນເມືອງ

ນາງໂຮ່ທິລຽນ- ສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນພວມແນະນຳກ່ຽວກັບໝູ່ເກາະເຈືອງຊາໃຫ້ແກ່ນັກຮຽນ

ເດັກສາວຊົມຊອບໂຕຫອຍຢູ່ເຈືອງຊາ

ນັກຮຽນ 1000 ຄົນໄດ້ສົ່ງສານແຫ່ງຄວາມຮັກແພງໂດຍຜ່ານບັນດາໂຄມໄຟຮູບດາວເຖິງພວກເພື່ອນທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1

ບັນດາຂອງຂວັນທີ່ມີຄວາມໝາຍຈະຖືກພວກອ້າຍເອື້ອຍໃນສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນນຳມາໃຫ້ພວກເພື່ອນທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1