ທົ່ງຫຍ້າ ເລິມດົ່ງ ມີເນື້ອທີ່ລວງກວ້າງເຖິງ 100 ເຮັກຕາ, ຢູ່ໃນພູມີຖ້ຳ, ທາງລຸ່ມມີທົ່ງຫຍ້າຂຽວກວ້າງໃຫຍ່ໄພສານ ແລະ ມີຫ້ວຍນ້ຳໄຫຼອ້ອມຂ້າງ
(ພາບ: VNExpress)
ລ້ຽວເບິ່ງສາຍນ້ຳຂຽວຈາກບ່ອນສູງ
(ພາບ: VNExpress)
ທົ່ງຫຍ້າ ດົ່ງເລິມ ຂຶ້ນກັບຕາແສງ ຫຶວລຽນ, ເມືອງ ຫຶວລຸ້ງ, ແຂວງ ລ້າງເຊີນ. ດົ່ງເລິມ ຫ່າງຈາກນະຄອນ ຮ່າໂຮ້ຍ ປະມານ 150 ກມ.
ນີ້ແມ່ນເຂດທີ່ສວຍງາມເພື່ອໃຫ້ບັນດາຄອບຄົວມາຕັ້ງຄ້າຍຊຸມມື້ທ້າຍອາທິດ
ຝູງມ້າຍັງມາຕູບເພື່ອຂໍຂອງກິນ
ປະຊາຊົນຢູ່ທີ່ນີ້ຍັງນຳເອົາມ້າມາໃຫ້ນັກທ່ອງທ່ຽວຂີ່ອີກ
ຖີບລົດຖີບຢູ່ເຂດທົ່ງຫຍ້າກວ້າງໃຫຍ່ກໍ່ແມ່ນການເຄື່ອນໄຫວທີ່ດູດດື່ມ.
ນັກທ່ອງທ່ຽວສາມາດຕິດຕໍ່ກັບເຮືອນພັກ (homestay) ກ່ອນເພື່ອຈ້າງລົດຖີບ
ຢູ່ເຂດນີ້ບໍ່ມີສັນຍານໂທລະສັບ. ສິ່ງດັ່ງກ່າວກໍ່ຈະຊ່ວຍໃຫ້ພວກເດັກ “ຕັດຂາດຈາກການ” ໃຊ້ໂທລະສັບມືຖື. ບັນດາຄອບຄົວ ແລະ ນັກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບທຳມະຊາດໄດ້ຢ່າງເຕັມທີ່.