ຫຼີເຊີນຍັງຖືກຂະໜານນາມວ່າ ແມ່ນເກາະແດນສະຫວັນ, ເກາະແຫ່ງຄວາມຮັກດ້ວຍທັດສະນີຍະພາບທີ່ຮັກເຮື້ອໃຫຍ່ໂຕມະໂຫຖານ…

10 ປາກພູເຂົາໄຟທີ່ເກົ່າແກ່ຢູ່ຫຼີເຊີນທີ່ມີມາກ່ອນນີ້ແຕ່ 9 – 11 ລ້ານປີ

ບັນດານັກວິທະຍາສາດຫາກໍປະກາດຜົນການສຳຫຼວດຂອງຕົນ, ຕາມນັ້ນແລ້ວ, ສະເພາະຢູ່ຫຼີເຊີນມີເຖິງ 10ປາກພູເຂົາໄຟເກົ່າແກ່(ໃນນັ້ນ ມີ 3 ປາກພູເຂົາໄຟຢູ່ພື້ນທະເລ)

ທິວທັດທັງໝົດຢູ່ຫຼີເຊີນເບິ່ງສັງເກດຈາກເກາະ ແບ້.

ທ່ານຮອງສາດສະດາຈານ, ປອ ວູ້ກາວມິນ ສັງກັດສະຖາບັນທໍລະນີສາດ- ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມໃຫ້ຮູ້ວ່າ : “ ຢູ່ແຫ່ງນີ້, ພວກເຮົາອາດຈະພົບເຫັນເຖິງເກືອບ 10 ປະເພດມໍລະດົກທໍລະນີ ຊຶ່ງແມ່ນແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ ແລະ ດູດດື່ມສຳລັບຂະແໜງທ່ອງທ່ຽວ. ໃນເກາະ ພວກເຮົາອາດຈະພົບເຫັນບັນດາພູເຂົາໄຟທີ່ໃຫຍ່ໂຕມະໂຫຖານ, ບັນດາຜາຫີນພູເຂົາໄຟທີ່ບໍ່ເຄີຍເຫັນໃນທຳມະຊາດ”

ປາກພູເຂົາໄຟເທີ້ຍເລີ້ຍ

ບັນດາປາກພູເຂົາໄຟຢູ່ຫຼີເຊີນມີຫຼາຍຮູບຫຼາຍສີ. ບັນດາປາກພູເຂົາໄຟໃຫຍ່ເຊັ່ນ: ເທີຍເລີ້ຍ, ເກັງຊ້ອຍ, ເຢັງຕຽນ, ຮ່ອນດຸ້ນ ແມ່ນບ່ອນທີພູເຂົາໄຟລະເບີດ ແລະ ໄດ້ພົ່ນຄວັນໄຟຂຶ້ນສູ່ຊັ້ນບັນຍາກາດນັບ ກມ. ສ່ວນບັນດາ ພູເຂົາໄຟນ້ອຍເຊັ່ນ ຮ່ອນຕາຍ, ຮ່ອນວຸງ…

ບັນດາປາກພູເຂົາໄຟແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ປາກພູເຂົາໄຟເທີ້ຍເລີ້ຍສູງ 149 ມ , ປາກພູເຂົາໄຟເກັງຊ້ອຍສູງ 106 ມ…

ປາກພູເຂົາໄຟຢູ່ພື້ນທະເລດ້ວຍປາກະລັງທີ່ດັ້ງເດີມ ກໍແມ່ນສະຖານທີ່ດຶງດູດບັນດານັກທ່ອງທ່ຽວມັກຄົ້ນຫາ, ດຳນ້ຳທະເລ.

ທ່ານຮອງສາດສະດາຈານ, ປອ ວູ້ກາວມິນ ສັງກັດສະຖາບັນທໍລະນີສາດ- ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມນຳສະເໜີໃຫ້ກໍ່ສ້າງຫຼີເຊີນເປັນເມືອງເກາະທີ່ເປັນເອກະລັກກ່ຽວກັບການທ່ອງທ່ຽວຢ້ຽມຊົມພູເຂົາໄຟຢູ່ພື້ນທະເລ.

ບັນດາພູເຂົາໄຟເກົ່າແກ່ທີ່ມີອາຍຸນັບລ້ານປີໄດ້ກາຍເປັນທັດສະນີຍະພາບທີ່ເປັນເອກະລັກສະເພາະໃຫ້ແກ່ຫຼີເຊີນ.

ມໍລະດົກທໍລະນີວັດທະນະທຳທີ່ເປັນເອກະລັກ

ໃນເກາະຫຼີເຊີນ ຍັງມີປະເພດມໍລະດົກປະສົມ - ມໍລະດົກທໍລະນີວັດທະນະທຳ. ນັ້ນແມ່ນວັດຮາງ ແລະ ບັນດາເນື້ອທີ່ນາຂັ້ນໄດທີ່ວາງດ້ວຍຫີນຈາກ ພູເຂົາໄຟ.

ວັດຮາງ

ວັດຮາງໄດ້ຮັບການປຸກສ້າງໃນຖ້ຳແຫ່ງໜຶ່ງຂອງພູເຂົາໄຟ. ຖ້ຳກ້ວາງ ແລະ ເລິກກວ່າ 20 ມ, ສູງກວ່າ 3 ມ ແລະ ສູງກວ່າໜ້ານ້ຳທະເລ 2-3 ມ, ຢູ່ອ້ອມແອ້ມແມ່ນບັນດາຜາຫີນຖືກນ້ຳທະເລກະທົບມາຫຼາຍຟ້າຫຼາຍປີ ສ້າງເປັນຫຼາຍຮູບຮ່າງທີ່ງາມຕາ.

ນາຂັ້ນໄດຖືກວາງດ້ວຍຫີນຈາກ ພູເຂົາໄຟ ແມ່ນຜົນງານທີ່ພົ້ນເດັ່ນໃນການອອກແຮງງານ.

ນາຂັ້ນໄດຖືກຜູ້ອອກແຮງງາ ວາງດ້ວຍຫີນຈາກພູເຂົາໄຟເພື່ອປູກຜັກບົວ, ຜັກທຽມ.

ສັງເກດກ່ຽວກັບຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນແຫ່ງນີ້, ທ່ານ ດັ້ງຫງອກຢຸງ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ກວາງງ້າຍ ໃຫ້ຮູ້ວ່າ : ຫຼີເຊີນແມ່ນແຫ່ງທີ່ເກັບຮັກສາພະຍານຫຼັກຖານປະຫວັດສາດຫຼາຍຢ່າງກ່ຽວກັບອະທິປະໄຕເຂດທະເລໝູ່ເກາະສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ປະຈຸບັນ, ແຂວງ ກວາງງ້າຍໄດ້ເຊີ້ອເຊີນນັກຊ່ຽວຊານມາຊ່ວຍປະກອບສຳເນົາເອກະສານເພື່ອສະເໜີ UNESCO ຮັບຮອງຫຼີເຊີນ, ບິງເຈົາ ແລະ ເຂດອ້ອມຂ້າງເປັນສວນສາທາລະນະທໍລະນີທົ່ວໂລກ.

ຄູຜົວເມຍບຸກເບີກທີ່ດິນເພື່ອປູກຜັກທຽມຢູ່ຂ້າງພູເຂົາໄຟເກົ່າແກ່