ຍາມດວງຕາເວັນອອກ ກໍແມ່ນຈຸດເວລາເລີ່ມຊີວິດໃນມື້ໃໝ່.
ໄປຢ້ຽມຢາມເກາະໂຖຈູ, ທ່ານຈະໄດ້ພົບເຫັນຮູບພາບເຫຼົ່ານີ້. ປາທີ່ຊາວປະມົງຈັບຫາມາ ຖືກປຸງແຕ່ງ, ຕາກແຫ້ງ ແລະ ສົ່ງໄປດິນຕໍ່ແຜ່ນ. ເກາະໂຖຈູທີ່ຂຶ້ນກັບແຂວງກຽນຢາງ ນອນຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ, ຫ່າງຈາກເທດສະບານ ແຣກຢ້າປະມານ 220 ກມ.
ປາຊະນິດໜຶ່ງທີ່ຈັບຫາມາຈາກທະເລ ຖືກຕາກແຫ້ງ, ວາງຂາຍຢູ່ຕະຫຼາດໃນເກາະໂຖຈູ.
ບັນດາຮ້ານຂາຍເຄື່ອງແບບນີ້ ເຄີຍນອນຢູ່ໃຈກາງເກາະ.
ຍາມມີເວລາວ່າງ, ຊາວປະມົງເອົາແຫມາສ້ອມແປງ.
ການເຄື່ອນໄຫວສິລະປະຂັບເດີນກາຕາຍຕືຂອງປະຊາຊົນໃນເກາະໂຖຈູ.
ທິວທັດທຳມະຊາດທີ່ງົດງາມໃນເກາະ ຮ່ອນຈ້ວຍ, ແຂວງກາເມົາ.
ເດັກນ້ອຍໃນເກາະເມື່ອເລີກຮຽນ ກໍໄດ້ເຮັດວຽກບ້ານຊ່ວຍພໍ່ແມ່.
ປາຊະນິດຕ່າງໆຖືກຕາກແຫ້ງ ແລະ ສົ່ງໄປຍັງດິນຕໍ່ແຜ່ນເພື່ອຈຳໜ່າຍ.
ການສ້ອມແປງເຮືອໃນເກາະ.
ເດັກນ້ອຍໃນເກາະພ້ອມກັນລະຫຼິ້ນມ່ວນຊື່ນ.
ແຈໜຶ່ງໃນເກາະ ນາມຢູ ທີ່ຂຶ້ນກັບແຂວງກຽນຢາງ.
ເດັກນ້ອຍໃນເກາະນາມຢູ ມັກຫຼິ້ນເຕັ້ນເຊືອກທີ່ສຸດ.
ສະຖານທີ່ເອົານ້ຳຈືດບ່ອນໜຶ່ງໃນເກາະນາມຢູ.
ຮ້ານຂາຍຂອງກິນເຄື່ອນທີ່ຮັບໃຊ້ປະຊາຊົນໃນເກາະ.
ອາຫານທະເລຖືກຂາຍຢູ່ບ່ອນເຮືອທຽບທ່າ.
ເກາະຫາຍຕັກໃນຍາມເຊົ້າ.
ການລ້ຽງປາໃນກະຊັງຢູ່ເກາະ ຫາຍຕັກ.