ວັນທີ 26 ກັນຍາ 2018, ພິທີໄວ້ອາໄລ ທ່ານ ເຈິ່ນດ້າຍກວາງ, ກໍາມະການກົມການເມືອງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ໄດ້ຈັດຂຶ້ນ ຢ່າງສົມກຽດ ຢູ່ ຫໍທໍາພິທີງານສົບແຫ່ງຊາດ, ເຮືອນເລກທີ 5, ຖະໜົນ ເຈິ່ນແທັງຕົງ, ນະຄອນຫຼວງຮ່າໂນ້ຍ.

ຄະນະຜູ້ແທນແຫ່ງ ສປປ.ລາວ ນໍາໂດຍທ່ານ ພັນຄໍາ ວິພາວັນ - ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານປະເທດ ລາວ ເຂົ້າວາງພວງມາລາ ແລະ ໄວ້ອາໄລ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຢູ່ ຫໍທໍາພິທີງານສົບແຫ່ງຊາດ, ເຮືອນເລກທີ 5, ຖະໜົນ ເຈິ່ນແທັງຕົງ, ນະຄອນຫຼວງຮ່າໂນ້ຍ.

ຄະນະຜູ້ແທນແຫ່ງ ສປປ.ລາວ ນໍາໂດຍທ່ານ ພັນຄໍາ ວິພາວັນ - ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານປະເທດ ລາວ ກົ້ມຫົວໄວ້ອາໄລເຖິງດວງວິນຍານ ທ່ານປະທານປະເທດ ເຈິ່ນດ້າຍກວາງ

ຄະນະຜູ້ແທນ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ນໍາໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ສໍານັກງານສະຖານທູດຫວຽດນາມ ຢູ່ ນະຄອນຫຼວງ ວຽງຈັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ຈູດທູບໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ສໍານັກງານສະຖານທູດຫວຽດນາມ ຢູ່ ນະຄອນຫຼວງ ວຽງຈັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ຂຽນປື້ມໄວ້ອາໄລ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເຂົ້າວາງພວງມາລາ ແລະ ໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ສໍານັກງານສະຖານທູດຫວຽດນາມ ຢູ່ ນະຄອນຫຼວງ ວຽງຈັນ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕາງໜ້າຄະນະຜູ້ແທນ ສປປ.ລາວ ຂຽນປື້ມໄວ້ອາໄລ.

ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ລາວ ວາງພວງມາລາ ໄວ້ອາໄລເຖິງດວງວິນຍານ ທ່ານ ປະທານປະເທດ ເຈິ່ນດ້າຍກວາງ.

ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ລາວ ຈູດທູບໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ.

ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ລາວ ຂຽນປື້ມໄວ້ອາໄລ.

ຄະນະຜູ້ແທນ ກະຊວງປ້ອງກັນປະເທດລາວນໍາໂດຍທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ

ຄະນະສະພາການຄ້າ ແລະ ອຸດສາຫະກໍາຢູ່ແຂວງສະຫວັນນະເຂດ ຂຽນປື້ມໄວ້ອາໄລ

ສະຖານກົງສູນຫວຽດນາມ ຢູ່ ຫຼວງພະບາງ ໄດ້ຈັດພິທີໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ.

ການນໍາແຂວງຫຼວງພະບາງ ແລະ ບັນດາແຂວງທາງພາກເໜືອຂອງລາວ, ຕາງໜ້າປະຊາຄົມຊາວຫວຽດນາມ, ນັກສຶກສາ ແລະ ວິສາຫະກິດຊາວຫວຽດນາມ ພວມຮໍ່າຮຽນ, ເຮັດວຽກ ແລະ ດໍາລົງຊີວິດຢູ່ຫຼວງພະບາງ ໄດ້ມາໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ສະຖານກົງສູນຫວຽດນາມ ຢູ່ຫຼວງພະບາງ.

ສະຖານກົງສູນລາວ ຢູ່ ນະຄອນໂຮ່ຈີມິນ (ຫວຽດນາມ) ມາໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ ຫໍປະຊຸມ ທົ໊ງເຍິດ ນະຄອນໂຮ່ຈີມິນ.

ຄະນະຜູ້ແທນສະຖານທູດລາວ ປະຈໍາ ຟິລິບປິນ ໄດ້ມາໄວ້ອາໄລທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ທີ່ສໍານັກງານສະຖານທູດຫວຽດນາມ ຢູ່ ມານີລາ.

ທ່ານນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານສະຖານທູດ ໄດ້ມາໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທີ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ຈີນ.

ຄະນະຜູ້ແທນສະຖານທູດ ແຫ່ງ ສປປ ລາວ ປະຈໍາ ຝລັ່ງ, ນໍາໂດຍທ່ານ ຢົງ ຈັນທະລັງສີ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ສໍານັກງານສະຖານທູດ ຫວຽດນາມ ປະຈໍາ ຝລັ່ງ.

ທ່ານ ວິໂລດ ສູນດາລາ ເອກອັກຄະລັດຖະທູດລາວ ປະຈໍາ ຍີ່ປຸ່ນ ພ້ອມດ້ວຍພັນລະຍາ ແລະ ພະນັກງານສະຖານທູດ ໄດ້ເຂົ້າໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ສໍານັກງານ ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ.