ເດັກນ້ອຍ ແລະ ຄວາມເປັນຫນ້າຮັກຂອງເດັກ ຍາມໃດກໍ່ສ້າງຄວາມປະທັບໃຈ, ແລະ ກໍ່ແມ່ນແຫລ່ງດຶງດູດການປະດິດຄິດສ້າງສິລະປະ

ການລະຫລິ້ນດຶງເຊືອກ ຊື່ງແມ່ນການລະຫລິ້ນທີ່ເດັກນ້ອຍນິຍົມທີ່ສຸດ
ການລະຫລິ້ນໝາກລີ້
ເດັກເປັນນັກມວຍໃນງານບຸນຂອງບ້ານ ໂນມ ຢູ່ ແຂວງ ຮືງອຽນ
ການລະຫລິ້ນເຕັ້ນເຊືອກຢູ່ ໂບດ ຈາໂກ໋ ມອງກາຍ ແຂວງ ກວ໋າງນີງ
ນ້ອງ ເຕ້ມີງ ພວມເຂົ້າຮ່ວມການປ່ອຍນົກຢູ່ ຫນອງ ໂຮ່ໄຕ ໃນເວລາ 5 ໂມງເຊົ້າ. ນ້ອງໃຫ້ຮູ້ວ່າ ນ້ອງຢາກພາວະນາຂໍໃຫ້ທຸກຄົນໃນໂລກ ໄດ້ດຳລົງຊີວິດໃນສັນຕິພາບ, ເດັກນ້ອຍທຸກຄົນດຳລົງຊີວິດດ້ວຍຄວາເບິກບານມ່ວນຊື່ນ ແລະ ມີຄວາມຜາສຸກ
ຍ້ອນມີຄວາມປາດຖະຫນາຢາກໃຫ້ອະນຸຊົນ ເຍົາວະຊົນ ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ, ໃນຊຸມປີຜ່ານມາ ວິທະຍຸກະຈາຍສຽງຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ ໄດ້ຈັດຕັ້ງການເຄື່ອນໄຫວກຸສົນເປັນປະຈຳ, ມອບຂອງຂວັນໃຫ້ເດັກນ້ອຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ.
ນ້ອງນ້ອຍຊາວຊົນເຜົ່າໄດ້ຮັບຂອງຂວັນໃນລາຍການກຸສົນ
ຄວາມເບິກບານມ່ວນຊື່ນຂອງເດັກນ້ອຍ 2 ຄົນໃນງານລາຕີ ໂດຍ VOV5 ແລະ ທະຫານປ້ອງກັນຊາຍແດນຈັດຕັ້ງຢູ່ ລາວຊາງ ເມືອງ ບາດຊາດ ແຂວງ ລາວກາຍ.
ນ້ອງນ້ອຍພ້ອມກັບ ພໍ່ເຖົ້າໄປຕະຫລາດ ຢູ່ ເຂດພູສູງ ບັກຮ່າ ແຂວງ ລາວກາຍ
ນ້ອງນ້ອຍຊາວເຜົ່າ ມົ້ງ ຢູ່ ເຂດພູພຽງ ບັກຮ່າ
ນ້ອງນ້ອຍ 2 ຄົນເຂົ້າຮ່ວມການເຄື່ອນໄຫວຄ້າຍພັກແລ້ງສະຫງວນໃຫ້ແກ່ເດັກຖືກຕິດ ເຊື້ອ HIV ຢູ່ ເທດສະບານ ໄຕດັງ ເມືອງ ບາວີ ຮ່າໂນ້ຍ.
ຜູ້ອາສາສະໝັກ ກຸ່ມດອກຕາເວັນຂອງເດັກ ສະແດງຄວາມຮັກແພງຕໍ່ເດັກ
ຄວາມຍີ້ມແຍ້ມແຈ່ມໃສຂອງເດັກນ້ອຍ