![]() |
| ລະດູໃບໄມ້ຫຼົ່ນໄດ້ນຳອາກາດເຢັນສະບາຍມາໃຫ້ຮ່າໂນ້ຍ ດ້ວຍສີຂຽວອຸ່ມທຸ່ມຂອງຕົນໄມ້ໃບຫຍ້າ. ຢູ່ຮ່າໂນ້ຍຍາມລະດູໜາວ, ອາກາດກໍໜາວຈັດ, ຍາມລະດູຮ້ອນ ອາກາດກໍຮ້ອນເອົ້າ, ເບິ່ງຄືວ່າ ທຸກໆຄົນ ຕ່າງກໍຫວັງຮອດຍາມລະດູໃບໄມ້ຫຼົ່ນ ເພາະວ່າ ນີ້ແມ່ນຊ່ວງເວລາທີ່ມີອາກາດເຢັນສະບາຍ. ລະດູໃບໄມ້ຫຼົ່ນພຽງແກ່ຍາວແຕ່ເດືອນກັນຍາຫາພະຈິກໃນປີ. |
![]() |
| ໃບໄມ້ໄດ້ປ່ຽນສູ່ສີແດງໃນທ່າມກາງອາກາດເຢັນສະບາຍຍາມ ລະດູໃບໄມ້ຫຼົ່ນ. ລະດູໃບໄມ້ຫຼົ່ນຍັງຝັງເລິກໃນຄວາມຊົງຈຳຂອງຫຼາຍຄົນດ້ວຍຮູບພາບບັນດາເສັ້ນທາງທີ່ເຕັມໄປດ້ວຍໃບໄມ້ສີເຫຼືອງຫຼົ່ນ. ເມື່ອຍ່າງເລາະຕາມຖະໜົນ ຟານດີງຟຸ່ງ, ເຈີນຟູ້, ໂງກວຽນ, ຮວ່າງຢ້ຽວ ກໍສາມາດຮູ້ສຶກໄດ້ເຖິງ ລະດູໃບໄມ້ຫຼົ່ນວຽນມາສູ່ຖະໜົນແຕ່ລະສາຍ. |
![]() |
| ແຖວຕົ້ນໄມ້ແຄມທາງ ກິມມ້າ ງົດງາມດັ່ງໃນຝັນ |
![]() |
![]() |
| ຖະໜົນ ຟານດີງຟຸ່ງເຕັມໄປດ້ວຍໃບໄມ້ສີເຫຼືອງຫຼົ່ນ. ລະດູໃບໄມ້ຫຼົ່ນຫຼືເອີ້ນວ່າ ລະດູປ່ຽນສີໃບໄມ້. ຢູ່ຕາມຖະໜົນຫຼາຍສາຍ, ສີຂອງໃບໄມ້ໄດ້ປ່ຽນໄປຕາມອາກາດ, ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມປະທັບໃຈ. |
![]() |
| ລະດູໃບໄມ້ຫຼົ່ນພາໃຫ້ຄົນເຮົາມີຄວາມຫຼົງໄຫຼຕາມທິວທັດ |
![]() |
| ຕົ້ນຫູກວາງດ້ວຍໃບໄມ້ປ່ຽນສູ່ສີແດງໄດ້ເຮັດໃຫ້ຮ່າໂນ້ຍເພີ່ມຄວາມເພີ່ນຈິດ. ເມື່ອເວົ້າເຖິງ ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ, ທຸກໆຄົນຕ່າງກໍເວົ້າເຖິງກິ່ນຫອມຫວນຂອງດອກຕີນເປັດໃນຍາມລະດູໃບໄມ້ຫຼົ່ນທີ່ກຸ້ມໄປທົ່ວບໍລິເວນພາໃຫ້ຄົນເຮົາມີຄວາມຫຼົງໄຫຼຕາມທິວທັດ |
![]() |
![]() |
![]() |
| ມາຢ້ຽມຢາມຮ່າໂນ້ຍໃນຍາມລະດູໃບໄມ້ຫຼົ່ນ, ຢາລືມຍ່າງເລາະຕາມຖະໜົນທີ່ມີຕົ້ນດອກຕີນເປັດນີ້. |
![]() |
![]() |
| ລະດູໃບໄມ້ຫຼົ່ນຍັງແມ່ນລະດູເຂົ້າເໝົ້າ. ເມື່ອລະດູໃບໄມ້ຫຼົ່ນວຽນມາແຕ່ລະຄັ້ງ, ພວກແມ່ປ້າກໍຫາບເຂົ້າເໝົ້າໄປເລາະຂາຍຢູ່ຕາມຄຸ້ມຖະໜົນເກົ່າຮ່າໂນ້ຍ. ນີ້ແມ່ນອາຫານເຍື່ອງໜຶ່ງທີ່ພິເສດຂອງຮ່າໂນ້ຍ. |
![]() |
![]() |
| ໝາກຮົ່ງແມ່ນໝາກໄມ້ຊະນິດໜຶ່ງທີ່ເປັນເອກະລັກຂອງລະດູໃບໄມ້ຫຼົ່ນ, ບໍ່ພຽງແຕ່ມີລົດຫອມ ແລະ ແຊບເທົ່ານັ້ນ, ຫາກຍັງມີຫຼາສີງາມຕາໄດ້ຮັບຄວາມນິຍົມບໍລິໂພກຈາກຫຼາຍຄົນ. |
![]() |
| ລະດູໃບໄມ້ຫຼົ່ນເຄີຍມີລົມພັດມາຄ່ອຍໆ ພ້ອມກັບແສງແດດອ່ອນໃນທ່າມກາງອາກາດເຢັນສະບາຍ. |
![]() |
![]() |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

















