ພິທີມອບຮັບ
ເຂົ້າຮ່ວມພິທີມີຜູ້ຕາງໜ້າກະຊວງປ້ອງກັນປະເທດ ສປປ ລາວ, ຜູ້ຕາງໜ້າບໍລິສັດ “Russian Helicopters”, ກຳລັງກອງທັບອາກາດ ລາວ ແລະ ນັກຂ່າວເປັນຈຳນວນຫຼວງຫຼາຍ.
ປະຈຸບັນ, ສປປ ລາວ ໄດ້ກຳມະສິດເຮືອບິນກ່ວາ 20 ລຳໂດຍລັດເຊຍ ຜະລິດ, ໃນນັ້ນມີລຸ້ນ Mi 17 ແລະ Ka 32
2 ໃນຈຳນວນເຮືອບິນເອລີກອບເຕີ 4 ລຳໄດ້ມອບຮັບໃນຄັ້ງນີ້
ຫວ່າງແລ້ວນີ້, ເອລີກອບເຕີ Mi 17 ໂດຍກອງທັບ ອາກາດລາດຊະວົງໄທ ໄດ້ນຳໃຊ້ໃນບັ້ນກອບກູ້ເອົາຊີວິດທີມບານເຕະເຍົາວະຊົນທີ່ຕິດຄ້າງຢູ່ໃນຖ້ຳຫຼວງນາງນອນເກືອບ 3 ອາທິດຢ່າງມີປະສິດທິຜົນ.
ບັນດານັກເຕັກນິກພວມປະຕິບັດລະບຽບການບໍລິຫານກ່ອນທີ່ນຳເຮືອບິນເຂົ້າເຄື່ອນໄຫວ
ການບິນທົດລອງໃນສະໜາມບິນການທະຫານຢູ່ ວຽງຈັນ
ໃນເງື່ອນໄຂອາກາດບໍ່ສະດວກນັ້ນ, ເຮືອບິນ Mi 17 ຍິ່ງສະແດງລັກສະນະພິເສດຂອງຕົນ
ຜູ້ຕາງໜ້າ 2 ປະເທດ ແລະ ນັກຂ່າວເປັນຈຳນວນຫຼວງຫຼາຍທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເຫດການນີ້
2 ຝ່າຍແລກປ່ຽນລາຍລະອຽດກ່ຽວກັບບັນດາຄຸນລັກສະນະດ້ານເຕັກນິກຂອງເຮືອບິນ
ພາຍຫຼັງການບິນທົດລອງ, ຜູ້ຕາງໜ້າ 2 ຝ່າຍໄດ້ດຳເນີນການລົງນາມສັນຍາມອບສົ່ງເຮືອບິນ
2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາໂຄງການກ່ຽວກັບການສ້ອມແປງ, ຫັນເຮືອບິນເອລີກອບເຕີ ເປັນທັນສະໄໝ, ກໍ່ຄືຊື້ເຮືອບິນໃໝ່ໃຫ້ກອງທັບອາກາດ ສປປ ລາວ.
ຜູ້ຕາງໜ້າ ບໍລິສັດ “Russian Helicopters” ໄດ້ມອບໃບຢັ້ງຢືນເຮືອບິນໃຫ້ແກ່ຝ່າຍລາວ.