ໂດຍຫ່າງຈາກນະຄອນ ເຫ້ວ ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 8 ກິໂລແມັດ, ຂົວແທງຕວານ ຂຶ້ນກັບ ຕາແສງ ຖູຍແທງ, ເທດສະບານ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວໄດ້ຈັດເຂົ້າບັນຊີລາຍຊື່ແມ່ນປູຊະນີຍະສະຖານຫາຍາກ ແລະ ມີຄຸນຄ່າດ້ານສິລະປະສູງໃນບັນດາປະເພດຂົວບູຮານຢູ່ຫວຽດນາມ.
ຂົວມີລວງຍາວ 17 ແມັດ, ກວ້າງ 4 ແມັດ
ຂົວມີຫລັງຄາມຸ້ງດ້ວຍດິນຂໍ
ຂົວຖືກແບ່ງເປັນ 7 ສ່ວນ, ໃນນັ້ນ ຢູ່ໃຈກາງໄດ້ຮັບການອອກແບບດ້ວຍເນື້ອທີ່ກວ້າງກວ່າ ແລະ ຢູ່ນີ້ໄດ້ວາງແທ່ນບູຊາທ່ານນາງເຈີນທິດ້າວ, ຜູ້ບໍລິຈາກເງິນຂອງຕົນເອງໃຫ້ແກ່ປະຊາຊົນໃນບ້ານ, ໃຫ້ຕາແສງເພື່ອກໍ່ສ້າງຂົວແຫ່ງນີ້ເພື່ອໃຫ້ປະຊາຊົນໃນບ້ານໄປມາຢ່າງສະດວກ.
ຂົວແທງຕວານເປັນສະຖານທີ່ດູດດື່ມສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາຢ້ຽມຢາມນະຄອນເຫ້ວ
ຢູ່ສອງເບື້ອງຂອງຂົວມີແທ່ນໄມ້ແລະຮາວເພື່ອໃຫ້ນັກທ່ອງທ່ຽວນັ່ງພັກຜ່ອນກ່ອນທີ່ຈະເຂົ້າໄປໃນບ້ານ.