ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ, ປະ​ທານ ໄອ​ປາ ຕ້ອນ​ຮັບ​​ຫົ​ວ​ໜ້າບັນ​ດາ​ຄ​ະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄອ​ປາ ຄັ້ງ​ທີ 45

(VOVWORLD) -  ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45, ຕອນເຊົ້າວັນທີ 19 ຕຸລາ ຢູ່ນະຄອນຫຼວງ ວຽງຈັນ, ລາວ, ກ່ອນດຳເນີນພິທີໄຂ, ທ່ານປະທານສະພາແຫ່ງຊາດ ລາວ, ປະທານ ໄອປາ ໄຊສົມພອນ ພົມວິຫານ ໄດ້ໃຫ້ການຕ້ອນຮັບຫົວໜ້າບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ, ປະ​ທານ ໄອ​ປາ ຕ້ອນ​ຮັບ​​ຫົ​ວ​ໜ້າບັນ​ດາ​ຄ​ະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄອ​ປາ ຄັ້ງ​ທີ 45 - ảnh 1ບັນຍາກາດການພົບປະ (ພາບ: ເລຕວຽດ VOV1)

ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້ “ບົດບາດຂອງລັດຖະສະພາໃນການຊຸກຍູ້, ເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງ ອາຊຽນ”. ດັ່ງນັ້ນ, ຕາມທ່ານປະທານສະພາແຫ່ງຊາດ ລາວ, ປະທານ ໄອປາ ໄຊສົມພອນ ພົມວິຫານ ແລ້ວ, ບັນດາປະເທດຈະດຳເນີນການແລກປ່ຽນ ແລະ ປຶກສາຫາລືຫຼາຍບັນຫາສຳຄັນກ່ຽວກັບດ້ານການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ ແລະ ວຽກງານພາຍໃນຂອງ ໄອປາ. ນອກຈາກນັ້ນແລ້ວ, ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45  ຍັງດຳເນີນການປຶກສາຫາລືກ່ຽວກັບບັນດາກົນໄກຮ່ວມມື, ເພື່ອແນໃສ່ໜູນຊ່ວຍວິໄສທັດ ອາຊຽນ ປີ 2025. ທ່ານປະທານສະພາແຫ່ງຊາດ ລາວ, ປະທານ ໄອປາ ໄຊສົມພອນ ພົມວິຫານ ເຊື່ອໝັ້ນວ່າ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຈະຊ່ວຍໃຫ້ບັນດາປະເທດສະມາຊິກມີໂອກາດໄດ້ພົບປະ, ແລກປ່ຽນໃນການພັດທະນາການຮ່ວມມື, ຄວາມສາມັກຄີ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມທັງໄດ້ແລກປ່ຽນບັນດາທັດສະນະ ເພື່ອແນໃສ່ສ້າງຄວາມເປັນເອກະພາບ ແລະ ບັນລຸໝາກຜົນສູງ.

ເລຕວຽດ


ຕອບກັບ

ຂ່າວ/ບົດ​ອື່ນ