ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນຄ່ຳວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ແວ່ຢ້ຽມຢາມສະຖານທູດ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ.
ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ທີ່ຍາມໃດກໍເອົາໃຈໃສ່, ເບິ່ງແຍງປະຊາຊົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ຖືນີ້ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້. ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ພໍ່ແມ່ປະຊາຊົນ ຈະສືບຕໍ່ມານະພະຍາຍາມຫຼາຍກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ສ້າງສາປະເທດ ລາວ; ທ່ານເຊື່ອໝັ້ນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຈະນັບມື້ນັບພັດທະນາ, ສາມັກຄີ, ອວ່າຍໜ້າເມືອຫາປະເທດຊາດ, ຍາມໃດກໍອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອອັນປະເສີດເລີດລ້ຳຂອງຊາດ, ຄວາມຮັກແພງ, ຄວາມສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະ ກັນ. ສຳລັບສະຖານທູດ ຫວຽດນາມ ປະຈຳ ລາວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນ ແທັງເໝິນ ກໍສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ສະຖານທູດ ຫວຽດນາມ ປະຈຳ ລາວ ສືບຕໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ, ໃນນັ້ນ: ສືບຕໍ່ຍົກລະດັບທີ່ຕັ້ງບົດບາດດ້ານນິຕິທຳ, ຮັກສາພາສາ ຫວຽດ ຢູ່ ລາວ. ພວກເຮົາຕ້ອງເປີດໂຮງຮຽນ, ການຈັດຕັ້ງ, ສະໂມສອນດຳເນີນຊີວິດເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ພີ່ນ້ອງທີ່ມີເງື່ອນໄຂຢ່າງຄົບຖ້ວນ, ແລກປ່ຽນຂໍ້ມູນຂ່າວສານໃຫ້ກັນ, ແບ່ງປັນບົດຮຽນປະສົບການໃນໄລຍະດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ທີ່ນີ້”.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມອບຂອງຂວັນຈຳນວນ 200 ພູດ ໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ. ກໍໃນຕອນຄ່ຳຂອງວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ໂຮງແຮມ Holiday Inn & Suites Vientiane. ນີ້ແມ່ນໂຮງແຮມທີ່ມີເຄື່ອງໝາຍການຄ້າສາກົນ ແຫ່ງທີ 2 ເຊິ່ງ ກຸ່ມບໍລິສັດ BIM Group ຂອງ ຫວຽດນາມ ພັດທະນາຢູ່ ລາວ, ໂດຍສືບຕໍ່ຜົນສຳເລັດຂອງໂຮງແຮມ Crowne Plaza Vientiane.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ