ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ

(VOVWORLD) -ຫວ່າງມໍ່ໆມານີ້, ວາລະສານ The Culture Trip ໄດ້ແນະນຳບັນດາການເຄື່ອນໄຫວທີ່ສ້າງຄວາມດູດດື່ມໃຫ້ນັກທ່ອງທ່ຽວບໍ່ຄວນພາດໂອກາດເມື່ອແຫ່ງນີ້ຄວນໄປຄົ້ນຫາຢູ່ເຂດອ່າວຮະລອງ, ເຊິ່ງແມ່ນມໍລະດົກວັດທະນະທຳຂອງໂລກ

ແວ່ຫຼີ້ນຫາດຊາຍທະເລ

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 1

ເຂດອາບນ້ຳ ຕ່ວນເຈົາ, ດ້ວຍຫາດຊາຍຂາວກ້ຽງພ້ອມກັບນ້ຳຂຽວໃສງາມດີ. 

(ພາບ: tuanchau-halong.com.vn)

ມີບາງເຂດອາບນ້ຳທະເລທີ່ມີຊື່ສຽງຕ້ອງໄດ້ເວົ້າເຖິງນັ້ນແມ່ນ: ຕ່ວນເຈົາ, ບາຈ໊າຍດ່າວ, ງອັກວື່ງ… ບັນດາເຂດອາບເຫຼົ່ານີ້ລ້ວນແຕ່ນອນຢູ່ເກາະແຫ່ງຕ່າງໆທີ່ຢູ່ອ້ອມເຂດອ່າວນີ້.

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 2

ເຂດອາບນ້ຳທະເລ ບາຈ໊າຍດ່າວ 

(ພາບ: baoquangninh.com.vn)

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 3

ຄົ້ນຫາຖ້ຳ ໂດຍມີລວງກວ້າງປະມານ 5000 ຕາແມັດ, ຖ້ຳ ເດົ່າໂກ ຕັ້ງຢູ່ຄວາມສູງ 27ມ ເມື່ອທຽບໃສ່ໜ້ານ້ຳທະເລ, ຢູ່ແຫ່ງນີ້ໄດ້ສ້າງຄວາມງາມແບບປະຖົມປະທານ, ຫົກເຫື້ອ.

(ພາບ: vietnamnet.vn)

ນັກທ່ອງທ່ຽວສາມາດໄປຢ້ຽມຊົມຖ້ຳ ທຽນກຸງ ແລະ ຖ້ຳ ເດົ່າໂກ ໄດ້ຢ່າງງ່າຍດາຍ, ໂດຍຂຶ້ນເຮືອຢູ່ທ່າກ່ຳປັ່ນ ຕ່ວນເຈົາ.

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 4

ໂດຍແມ່ນຖ້ຳທີ່ງາມທີ່ສຸດໃນລະບົບຖ້ຳຢູ່ອ່າວຮະລອງ, ຖ້ຳ ທຽນກຸງ ມີຄວາມສະຫງ່າງາມ, ມີຊີວິດຊີວານັບແຕ່ດ້ານນອກເຂົ້າໄປຈົນຮອດໃນຖ້ຳ.

(ພາບ: vietnamnet.vn)

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 5

ຢ້ຽມຢາມບັນດາບ້ານຢູ່ໜ້ານ້ຳ ໜັງສືພິມຫຼາຍສະບັບໃນໂລກ ໄດ້ເລືອກເອົາບ້ານໜ້ານ້ຳ ເກືອວ້ານ ແມ່ນໜຶ່ງໃນບັນດາບ້ານນ້ອຍທີ່ມີຄວາມສວຍງາມທີ່ສຸດໃນໂລກ.

(ພາບ: baoquangninh.com.vn)

ເພື່ອນສາມາດແວ່ຢ້ຽມຢາມໜຶ່ງໃນບັນດາບ້ານໜ້ານ້ຳຕົ້ນຕໍຢູ່ເຂດອ່າວຮະລອງຄື: ເກືອວ້ານ, ວູງວຽງ ແລະ ບາຮ່າງ ເພື່ອໄດ້ເຫັນປະຈັກຕາທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ຊອກຮູ້ກ່ຽວກັບຊີວິດວັດທະນະທຳຂອງຊາວປະມົງ.

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 6

ມູນໜຶ່ງບ້ານແຫ ວູງວຽງ ທີ່ສະຫງົບງຽບ. 

(ພາບ: baohaiduong.vn)

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 7

ເກາະ ກ໊າດບ່າ 

(ພາບ: vtc.vn)

ໝູ່ເກາະ ກ໊າດບ່າ ລວມມີ 367 ເກາະ ທີ່ຢູ່ທາງທິດໃຕ້ອ່າວຮະລອງ. ຢູ່ແຫ່ງນີ້ໄດ້ສ້າງຄວາມປະທັບໃຈກ່ຽວກັບທິວທັດທຳມະຊາດໃຫ້ແກ່ນັກທ່ອງທ່ຽວ. ນອກຈາກອາບນ້ຳທະເລແລ້ວ, ເພື່ອນຍັງສາມາດຖີບລົດຖີບ ຫຼື ຍ່າງອ້ອມເກາະເພື່ອຄົ້ນຫາຕື່ມອີກ.

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 8

ບໍ່ພຽງແຕ່ແມ່ນສະຖານທີ່ຢ້ຽມຢາມທີ່ມີຄວາມດູດດື່ມເທົ່ານັ້ນ, ປ່າສະຫງວນແຫ່ງຊາດ ກ໊າດບ່າ ຍັງແມ່ນບ່ວນຊ່ວຍໃຫ້ນັກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບທຳມະຊາດອີກດ້ວຍ 

(ພາບ: vtc.vn)

ພາຍເຮືອ Kayak ແລະ ດຳນ້ຳທະເລ

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 9

ພາຍເຮືອ Kayak

(ພາບ: truyenhinhdulich.vn)

ວາລະສານ National Geographic Adventures ເຄີຍເລືອກເອົາອ່າວຮະລອງແມ່ນໜຶ່ງໃນຈຳນວນສະຖານທີ່ທ່ອງທ່ຽວພາຍເຮືອ Kayak 25 ແຫ່ງແຖວໜ້າໂລກ. ເຖິງວ່າມີການເຄື່ອນໄຫວບັນເທີງຢູ່ເທິງໜ້ານ້ຳທະເລຫຼາຍຢ່າງທີ່ນັກທ່ອງທ່ຽວສາມາດເຂົ້າຮ່ວມເມື່ອໄປທ່ອງທ່ຽວຢູ່ອ່າວຮະລອງກໍ່ຕາມ, ແຕ່ການຄົ້ນຫາຊີວິດຢູ່ໃຕ້ນ້ຳກໍ່ແມ່ນການເຄື່ອນໄຫວທີ່ດຶງດູດນັກທ່ອງທ່ຽວເຊັ່ນດຽວກັນ.

ຊົມອ່າວຮະລອງດ້ວຍເຮືອບິນເຫາະບົນໜ້ານ້ຳ

ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ - ảnh 10

ຊົມອ່າວຮະລອງຈາກເຮືອບິນເຫາະບົນໜ້ານ້ຳ

(ພາບ: truyenhinhdulich.vn)


ຕອບກັບ

ຂ່າວ/ບົດ​ອື່ນ