ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ.

(VOVWORLD) -ບຸນປີໃໝ່ປະຈຳຊາດຫຼືບຸນເຕັດແມ່ນມີຄວາມໝາຍທີ່ສັກກາລະບູຊາສຳລັບຊາວຫວຽດນາມ ແຕ່ລະຄົນ. ນີ້ແມ່ນບຸນເຕັດດ້ວຍການເຕົ້ນໂຮມກັນທຸກໆຄົນໃນຄອບຄົວ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳທີ່ມີມາແຕ່ດົນນານ. ເມື່ອລະດູບານໃໝ່ວຽນມາໃນແຕ່ລະປີ ບັນດາຄຸນຄ່າທີ່ມີມາແຕ່ດົນນານຂອງບຸນເຕັດເມື່ອກ່ອນນີ້ ໄດ້ຖືກເຕື້ອງເຖິງຫຼາຍກ່ວາ ເພື່ອແຜ່ກະຈາຍແລະ ຮັກສາໃຫ້ເສ່ັນຄົນໃນອະນາຄົດ.ນີ້ແມ່ນໂອກາດເພື່ອໃຫ້ຊາວບ້ານຫຼາຍຄົນຄິດເຖິງຄວາມຊົງຈຳໃນຊຸມວັນບຸນເຕັດເຊິ່ງໄດ້ວາດພາບເຖິງບຸນເຕັດ ຜ່ານຮູບຖ່າຍຕ່າງໆຂອງນັກຖ່າຍຮູບ ຟານຮູຍ

ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 1
ຄວາມເບີກບານມ່ວນຊື່ນ ເມື່ອໄດ້ເຕົ້າໂຮມກັບລູກຫຼານໃນວັນບຸນເຕັດ
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 2
ຮູບພາບການຫໍ່ເຂົ້າຕົ້ມໄດ້ເຮັດໃຫ້ຫຼາຍຄົນເບີກບານໃຈລໍຖ້າຕ້ອນຮັບບຸນເຕັດ
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 3
ບຸນເຕັດປີນີ້ ທຸກໆຄົນພຽງແຕ່ຊັ່ງຊື້ເຂົ້າຕົ້ມ ກໍ່ຈະມີເຂົ້າຕົ້ມຫຼາຍກ້ອນ ເພື່ອຕ້ອນຮັບບຸນເຕັດ, ແຕ່ບຸນເຕັດເມື່ອກ່ອນນີ້ ບັນດາ ຄອບຄົວກໍ່ຫ້າງຫາກະກຽມນັບແຕ່ໃບຕອງຈີງ, ເຂົ້າໜຽວ, ຖົ່ວຂຽວ, ຊີ້ນໝູ ເພື່ອຫໍ່ເຂົ້າຕົ້ມເອງ.
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 4
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 5
ບັນດາສະມາຊິກໃນຄອບຄົວຈາກເດັກນ້ອຍຫາຜູ້ເຖົ້າຜູ້ແກ່ກໍ່ໄດ້ເຕົ້າໂຮມກັນນັ່ງຫໍ່ເຂົ້າຕົ້ມ.
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 6
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 7
ປະເພນີຫໍ່ເຂົ້າຕົ້ມໃນບຸນເຕັດກໍ່ໄດ້ຄ່ອຍໆເຂົ້າສູ່ແນວຄິດຈິດໃຈຂອງເດັກນ້ອຍ
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 8
ພາໝາກໄມ້ 5 ຊະນິດ ແລະ ພາເຂົ້າວັນບຸນເຕັດຖືກກະກຽມຢ່າງລອບຄອບຖີ່ຖ້ວນເພື່ອບູຊາບັນພະບຸລຸດ.
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 9
ບັນດາຜູ້ຄົນໃນຄອບຄົວໄຫວ້ບູຊາ ດ້ວຍຄວາມຫວັງວ່າ ປີໃໝ່ ຈະມີຄວາມສະຫງົບສຸກ ແລະ ຈະເລີນກ້າວໜ້າ.
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 10
ປູ່ຍ່າຕາຍາຍ, ພໍ່ແມ່ອວຍພອນເດັກນ້ອຍໃນຄອບຄົວດ້ວຍອັງເປົາແດງເພື່ອຈະມີໂຊກມີລາບໃນປີໃໝ່ ນີ້ໄດ້ຮັບຖືວ່າແມ່ນປະເພນີຂາດບໍ່ໄດ້ໃນວັນບຸນເຕັດ.
ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ. - ảnh 11
ທຸກໆຄົນໃນຄອບຄົວເຕົ້າໂຮມກັນອ້ອມພາເຂົ້າໃນວັນບຸນເຕັດດ້ວຍຄວາມສຸກສຳລານ.

ຕອບກັບ

ຂ່າວ/ບົດ​ອື່ນ