ເພື່ອນ ຫຼີຮວ່າຍນາມ, ເຊິ່ງເປັນຊາວໜຸ່ມຜູ້ໜຶ່ງ ທີ່ເຄີຍເຮັດວຽກ ແລະ ດໍາລົງຊີວິດຢູ່ລາວ ແລະ ກັບເມືອປະເທດປູກດອກບົວ ດໍາເນີນທຸລະກິດ Start up ໄດ້ສົ່ງຂໍ້ຄວາມມາຍັງລາຍການ ໂດຍຖາມວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ງານວາງສະແດງສິນຄ້າ ການຄ້າ-ການບໍລິການ-ການທ່ອງທ່ຽວນະຄອນໂຮ່ຈີມິນ ຈະດໍາເນີນທີ່ແຂວງສະຫວັນນະເຂດ ໃນໄລຍະຈະມາເຖິງ. ຂ້າພະເຈົ້າຢາກເຂົ້າຮ່ວມງານວາງສະແດງ, ງານຕະຫຼາດນັດ ແລະຢາກຮູ້ລາຍລະອຽດກ່ຽວກັບງານດັ່ງກ່າວເປັນຄືແນວໃດ. ຂ້າພະເຈົ້າຫວັງຢ່າງຍິງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກອ້າຍເອື້ອຍບັນນາທິການລາຍການກະຈາຍສຽງພາກພາກພາລາລາວ. ຂໍຂອບໃຈ!

ເພື່ອນ ນາມ ທີ່ຮັກແພງ! ງານວາງສະແດງ, ງານຕະຫຼາດນັດ ການຄ້າ - ການບໍລິການ - ການທ່ອງທ່ຽວນະຄອນໂຮ່ຈີມິນ ຢູ່ແຂວງສະຫວັນນະເຂດ ຄັ້ງທີ 2 ປີ 2018 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 – 16 ຕຸລາ 2018, ທີ່ສູນການຄ້າ ສະຫວັນ ITEC, ແຂວງສະຫວັນນະເຂດ, ລາວ. ເປົ້າໝາຍໄດ້ເຂົ້າຮ່ວມງານວາງສະແດງ, ງານຕະຫຼາດນັດ ຄັ້ງນີ້ ແມ່ນບັນດາວິສາຫະກິດ ທີ່ມີກໍາລັງຄວາມສາມາດສົ່ງອອກ, ຈໍາໜ່າຍບັນດາປະເພດສິນຄ້າຄື ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງສໍາອາງ, ການຢາ, ໄຟຟ້າ-ກົນຈັກ, ກະສິກໍາໝູນໃຊ້ເຕັກໂນໂລຢີສູງ, ວັດຖຸດິບ ແລະ ສະບຽງອາຫານປຸງແຕ່ງ, ການບໍລິການທ່ອງທ່ຽວ... ໄດ້ຮັບການສ້າງຕັ້ງ ຕາມຂໍ້ກໍານົດກົດໝາຍ ແລະ ພວມເຄື່ອນໄຫວຢູ່ນະຄອນ ໂຮ່ຈີມິນ;ສະມາຊິກ ສະໂມສອນວິສາຫະກິດສົ່ງອອກຫວຽດນາມ (VEXA), ສະມາຊິກສະມາຄົມທັນຍາຫານສະບຽງອາຫານນະຄອນ ໂຮ່ຈີມິນ (FFA). ບັນດາວິສາຫະກິດເຂົ້າຮ່ວມງານວາງສະແດງ, ຕະຫຼາດນັດຄັ້ງນີ້ ຈະບໍ່ໄດ້ເສຍຄ່າເຊົ່າຮ້ານ, ຕົບແຕ່ງເຂດວາງຂາຍສິນຄ້າ, ການໂຄສະນາ, ການບໍລິການຢູ່ງານວາງສະແດງ, ຄ່າຂົນສົ່ງ ແລະ ພາສີນໍາເຂົ້າສິນຄ້າ. ໄປຄຽງຄູ່ກັນນັ້ນ, ວິສາຫະກິດຕ້ອງຈ່າຍຄ່າບໍລິການຈັດຕັ້ງ ຄ່າຮັບໃຊ້ຄະນະ: 2.000.000 ດົ່ງ/ຮ້ານ, ຈ່າຍຄ່າບຸກຄະລາກອນເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າ ແມ່ນ 18.700.000 ດົ່ງ/ຄົນ.

ດັ່ງທີ່ກ່າວມາຂ້າງເທິງ ແມ່ນຂໍ້ມູນຂ່າວກ່ຽວກັບງານວາງສະແດງ ແລະ ງານຕະຫຼາດນັດ ເພື່ອໃຫ້ເພື່ອນທາບທາມ ຫຼື ເພື່ອນຢາກຮູ້ລາຍລະອຽດ ໃຫ້ຕິດຕໍ່ມາໂດຍກົງ ຕາມເບີໂທ: 0084 28 3910 4565, ຫ້ອງການສົ່ງເສີມການຄ້າ - ITPC, ທີ່ຢູ່: ເຮືອນເລກທີ 51 ຖະໜົນດິງຕຽນຮວ່າງ,ຕາແສງ ດາກາວ, ເມືອງ 1 ນະຄອນໂຮ່ຈີມິນ.

ທ່ານ ຮ່າເຕິນເຢືອກ ເຊິ່ງແມ່ນຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະ ດໍາເນີນທຸລະກິດ ກ່ຽວກັບເຄື່ອງອຸປະກອນເອເລັກໂຕນິກຢູ່ແຂວງສະຫວັນນະເຂດ, ປະເທດລາວ ໄດ້ໂທລະສັບມາຫາລາຍການ ດ້ວຍເນື້ອໃນວ່າ: ໃນໄລຍະຜ່ານມາ, ຍ້ອນຄ້າງຄາກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ ສະນັ້ນ, ຂ້າພະເຈົ້າ ຈຶ່ງບໍ່ໄດ້ຕິດຕາມກອງປະຊຸມສໍາມະນາ “ຕະຫຼາດລາວ - ສະພາບການ ແລະ ຄວາມສາມາດບົ່ມຊ້ອນໃນການດໍາເນີນທຸລະກິດ - ລົງທຶນ” ເຊິ່ງດໍາເນີນຢູ່ນະຄອນໂຮ່ຈີມິນ ຜ່ານມານັ້ນ. ຂ້າພະເຈົ້າ ຢາກໃຫ້ທາງລາຍການແນະນໍາໂດຍສັງເຂບກ່ຽວກັບເນື້ອໃນຕົ້ນຕໍ ຂອງກອງປະຊຸມສໍາມະນາດັ່ງກ່າວ ໃຫ້ຂ້າພະເຈົ້າຮູ້ຕື່ມແດ່...ຂໍຂອບໃຈ.

ກອງປະຊຸມສໍາມະນາ “ຕະຫຼາດລາວ - ສະພາບການ ແລະ ຄວາມສາມາດບົ່ມຊ້ອນໃນການດໍາເນີນທຸລະກິດ - ລົງທຶນ”

ທ່ານ ເຢືອກທີ່ຮັກແພງ! ກອງປະຊຸມສໍາມະນາ “ຕະຫຼາດລາວ - ສະພາບການ ແລະ ຄວາມສາມາດບົ່ມຊ້ອນໃນການດໍາເນີນທຸລະກິດ - ລົງທຶນ” ໄດ້ດໍາເນີນໃນວັນທີ 28 ສິງຫາ ຢູ່ນະຄອນໂຮ່ຈີມິນ ຜ່ານມາ ດ້ວຍຄວາມປາດຖະໜາຢາກໜູນຊ່ວຍບັນດາວິສາຫະກິດ ມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບຕະຫຼາດ ແລະ ບັນດາກາລະໂອກາດລົງທຶນຢູ່ລາວ.

ທີ່ກອງປະຊຸມສໍາມະນາ, ທ່ານ ສົມໄຊ ຊະນະມອນ ຫົວໜ້າສະຖານກົງສູນລາວ ປະຈໍາ ນະຄອນໂຮ່ຈີມິນ ຢັ້ງຢືນວ່າ: ລັດຖະບານລາວ ສະໜັບສະໜູນ ແລະ ບຸລິມະສິດໃຫ້ບັນດາວິສາຫະກິດ ຫວຽດນາມ ມາລົງທຶນ, ດໍາເນີນທຸລະກິດຢູ່ ລາວ ທີ່ສຸດ. ປະເທດລາວມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເຊິ່ງບັນດາວິສາຫະກິດຫວຽດນາມສາມາດຮ່ວມມືລົງທຶນຄື: ເຂື່ອນໄຟຟ້ານໍ້າຕົກ; ການສໍາຫຼວດ, ຂຸດຄົ້ນ, ປຸງແຕ່ງແຮ່ທາດ; ປູກຕົ້ນໄມ້ອຸດສາຫະກໍາ; ປຸງແຕ່ງຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງ... ທ່ານໃຫ້ຮູ້ວ່າ ເພື່ອຍູ້ແຮງດຶງດູດການລົງທຶນຈາກຕ່າງປະເທດ ລັດຖະບານລາວພວມຄ່ອຍໆຍົກເລີກບັນດາຂໍ້ກໍານົດ, ລະບຽບການບໍລິຫານທີ່ສັບສົນ, ຫຼຸດຜ່ອນເວລາການສ້າງຕັ້ງວິສາຫະກິດ, ຫຼຸດຜ່ອນພາສີອາກອນ ແລະ ເພີ່ມທະວີພື້ນຖານໂຄງລ່າງ...

ທ່ານ ເຢືອກ ທີ່ເຄົາລົບ, ທີ່ກ່າວມານັ້ນ ແມ່ນເນື້ອໃນຕົ້ນຕໍຂອງກອງປະຊຸມສໍາມະນາ ແລະ ນີ້ ແມ່ນຂ່າວດີສໍາລັບບັນດາວິສາຫະກິດຫວຽດນາມ ຢູ່ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ບໍລິສັດຂອງທ່ານ ແລະ ບັນດາວິສາຫະກິດຫວຽດນາມຢູ່ລາວ ນັບມື້ນັບພັດທະນາຢ່າງແຮງ ແລະ ເສີມຂະຫຍາຍນໍ້າໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ແມ່ນຂົວເຊື່ອມຕໍ່, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ.

ເພື່ອນຄໍາມະນີ ດວງບຸດດີ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການ ຜ່ານທາງ facebook ວ່າ: ສະບາຍດີອ້າຍເອື້ອຍບັນນາທິການລາຍການພາກພາສາລາວ, ນ້ອງເຫັນວ່າຢູ່ຕາມຄຸ້ມຖະໜົນ ນາໄຊ ແລະ T2 ທີ່ນະຄອນຫຼວງວຽງຈັນ ເຊິ່ງແມ່ນບ່ອນທີ່ມີຊາວຫວຽດນາມ ແລະ ຊາວຈີນ ດໍາລົງຊີວິດ, ໄດ້ວາງຂາຍໂຄມໄຟ, ເຄື່ອງຫຼິ້ນ ແລະ ເຂົ້າໜົມໄຫວ້ພະຈັນ ຫຼາຍທີ່ສຸດ. ນ້ອງຢາກຮູ້ວ່າ ບັນຍາກາດກະກຽມຕ້ອນຮັບບຸນໄຫວ້ພະຈັນຢູ່ຮ່າໂນ້ຍເປັນຄືແນວໃດ. ຂໍຂອບໃຈ.

ຄົນໄປຊື້ເຄື່ອງຂອງ ຢ່າງຄັບຄາໜາແໜ້ນ

ເພື່ອນ ຄໍາມະນີ ທີ່ຮັກແພງ! ຢູ່ຮ່າໂນ້ຍ, ບັນຍາກາດ ຫ້າງຫາກະກຽມຕ້ອນຮັບບຸນໄຫວ້ພະຈັນ ພວມຄຶກຄື້ນມ່ວນຊື່ນ. ຢູ່ຄຸ້ມຖະໜົນຫຼາຍສາຍຢູ່ຂອງຮ່າໂນ້ຍ ລ້ວນແຕ່ມີບັນດາຮ້ານວາງຂາຍເຂົ້າໜົມໄຫວ້ພະຈັນ ດ້ວຍບັນດາເຄື່ອງໝາຍການຄ້າແຕກຕ່າງກັນ ຢູ່ຕາມສອງຝາກທາງ, ບັນດາເຂດຕະຫຼາດ ແລະ ສູນການຄ້າ. ເພື່ອຮູ້ແຈ້ງກວ່າ ກ່ຽວກັບບັນຍາກາດ ຫ້າງຫາກະກຽມຕ້ອນຮັບບຸນໄຫວ້ພະຈັນ ຢູ່ຮ່າໂນ້ຍ, ພວກຂ້າພະເຈົ້າຂໍແນະນໍາຕໍ່ເພື່ອນ ຄຸ້ມຖະໜົນ ທີ່ມີຊື່ວ່າ ຮ່າງມ໋າ, ເຊິ່ງແມ່ນໜຶ່ງໃນບັນດາຄຸ້ມຖະໜົນທີ່ນອນໃນເຂດຄຸ້ມຖະໜົນເກົ່າຮ່າໂນ້ຍ ແລະ ມີຊື່ສຽງດ້ວຍອາຊີບຫັດຖະກໍາທີ່ເປັນມູນເຊື້ອ. ໂດຍເລີ່ມຕົ້ນແຕ່ວັນເພັງເດືອນ 7, ຄຸ້ມຖະໜົນດັ່ງກ່າວນີ້ ໄດ້ວາງຂາຍທຸງ, ດອກໄມ້, ໂຄມໄຟ, ໜ້າກາກ, ເຄື່ອງຫຼິ້ນພື້ນເມືອງ ແລະ ທັນສະໄໝ ຫຼາຍຮູບຫຼາຍແບບ ແລະ ມີສີສັນຫຼາກຫຼາຍ. ສິ່ງເຫຼົ່ານັ້ນ ແມ່ນເຄື່ອງຫຼິ້ນນິຍົມ ແລະເກືອບຄືວ່າ ແມ່ນສິ່ງທີ່ຂາດບໍ່ໄດ້ສໍາລັບເດັກນ້ອຍຫວຽດນາມ ໃນໂອກາດບຸນວັນເພັງເດືອນ 8 ວຽນມາໃນແຕ່ລະປີ. ສະນັ້ນ, ບັນຍາກາດຢູ່ທີ່ນີ້ ມີຄວາມຄຶກຄື້ນມ່ວນຊື່ນທີ່ສຸດ, ມີຄົນໄປຊື້ເຄື່ອງຂອງ ຢ່າງຄັບຄາໜາແໜ້ນ ແລະ ຖ່າຍຮູບເປັນທີ່ລະນຶຶກ.

ການຝຶກຊ້ອມການເຊີດສິງໂຕ

ນອກຈາກນັ້ນ, ຢູ່ບັນດາຫໍວັດທະນະທໍາ, ຫໍເຍົາວະຊົນ ຢູ່ບັນດາຕາແສງ, ເມືອງຕ່າງໆ ພວມຝຶກຊ້ອມການເຊີດສິງໂຕ ແລະ ກະກຽມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະເພື່ອຮັບໃຊ້ໃນຄໍ່າຄືນໄຫວ້ພະຈັນ ວັນເພັງເດືອນ 8.

ເພື່ອນ ຄໍາມະນີທີີ່ຮັກແພງ! ຍັງອີກບໍ່ພໍເທົ່າໃດມື້ ກໍຈະຮອດວັນບຸນໄຫວ້ພະຈັນແລ້ວ, ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະຈັດແບ່ງເວລາ ມາຢ້ຽມຢາມຮ່າໂນ້ຍ, ຢ້ຽມຢາມຄຸ້ມຖະໜົນຮ່າງມ໋າ ເພື່ອຄົ້ນຫາ ແລະ ເຊື່ອມຕົວເຂົ້າກັບບັນຍາກາດບຸນໄຫວ້ພະຈັນຢູ່ຮ່າໂນ້ຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.