(vovworld) - ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ໂທລະສັບ 156 ສະບັບຂອງທ່ານຜູ້ຝັງທີ່ມາຈາກ 37 ປະເທດໃນໂລກ. ໃນນັ້ນລາຍກະຈາຍສຽງພາກພາສາລາວ ໄດ້ຮັບອີແມວ, ໂທລະສັບ 4 ສະບັບຈາກທ່ານຜູ້ຟັງລາວ. ຍອນເວລາຖືກຈຳກັດ, ສະນັ້ນ, ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງເພື່ອນ ພອນໄຊ ແລະ ເພື່ອນ ສຸກມະລີວົງທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ.

(ພາບ: goclamdep.vn)
ໃນອາທິດຜ່ານມາ, ເພື່ອນພອນໄຊ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວເຖິງລາຍການໂດຍຢາກຮູ້ວ່າ ຢູ່ຫວຽດນາມ ໄດ້ຈັດວັນບຸນ ຄຼິດສມາດ ຄືແນວໃດ? ບັນດາເພື່ອນໜູ່ມຫວຽດນາມ ມີຄວາມເອົາໃຈໃສ່ເຖິງວັນບູນນີ້ບໍ່?.
ເພື່ອນພອນໄຊ ທີ່ຮັກແພງ, ຢູ່ຫວຽດນາມ, ເຖິງວ່າບໍ່ແມ່ນວັນພັກການຢ່າງເປັນທາງການ, ແຕ່ວັນບຸນ ຄຼິດສມາດ ຄ່ອຍໆໄດ້ຮັບຖືວ່າເປັນວັນບຸນລວມ, ຕາມປົກກະຕິແມ່ນຈັດຕັ້ງໃນຄ່ຳຄືນວັນທີ 24 ແລະ ແກ່ຍາວຮອດວັນທີ 25/12. ມີບາງບໍລິສັດ, ອົງການຈັດຕັ້ງພາກເອກະຊົນ ຍັງຈັດໃຫ້ພະລາກອນໄດ້ພັກການໃນໂອກາດນີ້. ໃນຊຸມມື້ນີ້, ຕົ້ນແປກ Noel ໄດ້ປະດັບປະດາຢູ່ຫຼາຍບ່ອນ, ອາດຈະແມ່ນຕົ້ນແປກເຮັດດ້ວຍຢາງ ຫຼື ຕົ້ນແປກແທ້. ຢູ່ເທິງຕົ້ນແປກ ກໍໄດ້ປະດັບປະດາເຄື່ອງຂອງຫຼາຍຢ່າງ, ແຕ່ສ່ວນຫຼາຍຈະມີກະດິງຄູ່ໜຶ່ງ, ບັນດາກັບຂອງຂວັນສັນຍາລັກ ແລະ ດອກໄຟ. ຢູ່ບັນດານະຄອນໃຫຍ່ຄື: ຮ່າໂນ້ຍ, ເຫ້ວ, ດ່ານັ້ງ, ນະຄອນໂຮ່ຈິມິນ ແລະ ບັນດາເຂດເຊື່ອຖືສາສະໜາຄຼິດ ຕາມປົກກະຕິແມ່ນໄດ້ຈັດພິທີຕ້ອນຮັບວັນບຸນ ຄຼິດສມາດ ແລະ ປີໃໝ່ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ. ວັນບຸນ ຄຼິດສມາດ ຢູ່ຫວຽດນາມ ແມ່ນໂອກາດດຳເນີນຊີວິດດ້ານວັດທະນະທຳປະຊາຄົມທີ່ອຶກກະທຶກຄຶກໂຄມ. ພິເສດແມ່ນໃນໂອກາດນີ້, ໄວໜຸ່ມມັກພາກັນໄປລະຫຼີ້ນຕາມເຂດບັນເທິງຕ່າງໆ. ໃນຄ່ຳຄືນວັນບຸນ ຄຼິດສມາດ, ບັນດາຄູ່ບາວສາວຮັກແພງກັນໄດ້ມອບຂອງຂວັນໃຫ້ກັນ, ເດັກນ້ອຍມີຄວາມກະຕືລືລົ້ນລໍ້ຖ້າພໍ່ເຖົ້າ Noel ປະກົດຕົວ, ຄອບຄົວເພື່ອນມິດພາກັນເຕົ້າໂຮມກິນດື່ມນຳກັນ ແລະ ພິເສດແມ່ນບັນດາຊາວຄຼິດ ໄດ້ກະກຽມເຂົ້າຮ່ວມພິທີບູຊາພະເຢຊູ ຢູ່ໂປດແຫ່ງຕ່າງໆ.

(ການເຫຼື້ອມໃສບູຊາພະແມ່ 3 ພະນາງຂອງຊາວຫວຽດນາມ)
ການເຫຼື້ອມໃສບູຊາພະແມ່ 3 ພະນາງຂອງຊາວຫວຽດນາມ - ນີ້ແມ່ນຫົວເລື່ອງເຊິ່ງເພື່ອນ ສຸກມະລິວົງ ເອົາໃຈໃສ່ໃນອາທິດຜ່ານມາ. ໃນອີແມວສົ່ງເຖິງລາຍການ, ເພື່ອນ ສຸກມະລິວົງ ໄດ້ແບ່ງປັນວ່າ: ຂ້າພະເຈົ້າໄດ້ຮັບຊົມກ່ຽວກັບການເຫຼື້ອມໃສບູຊາພະແມ່ 3 ພະນາງຂອງຊາວຫວຽດນາມ ໃນໂອກາດໄປທ່ຽວຢູ່ຫວຽດນາມ, ຂ້າພະເຈົ້າເອງມີຄວາມປະທັບໃຈຕໍ່ຮູບການວັດທະນະທຳນີ້. ໃນໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮັບຂ່າວວ່າ ການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ ນີ້ໄດ້ຮັບການຮັບຮອງເອົາເປັນມໍລະດົກບໍ່ມີຮູບຮ່າງຂອງມວນມະນຸດແມ່ນບໍ່? ແລະ ຜ່ານລາຍການ, ຂ້າພະເຈົ້າຢາກຮັບຟັງການຂັບຮ້ອງຕອນໜຶ່ງໃນການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ ໄດ້ບໍ່?
ເພື່ອນ ສຸກມະລິວົງ ທີ່ຮັກແພງ, ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຂອງຊາວຫວຽດນາມ ແມ່ນຮູບການບູຊາພະແມ່ທີ່ມີມາແຕ່ສັດຕະວັດທີ 16. ແຕ່ດົນນານມາແລ້ວ, ຊາວຫວຽດນາມ ໄດ້ມີທັດສະນະວ່າ ທຸກໆປະກົດການໃນທຳມະຊາດຄື: ໄພແຫ້ງແລ້ງ ຫຼື ໄພນ້ຳຖ້ວມ, ດິນແດນຖືກແຕກແຫງໄຫມ້ຫລືດິນສັນດອນ, ຕົ້ນໄມ້ໃບຫຍ້າ, ສັດສາວາສິ່ງພັດທະນາຫຼືຖືກຫ່ຽວແຫ້ງກໍລ້ວນແຕ່ນອນໃນສິດຂອງພະແມ່. ສະນັ້ນ, ຖ້າຫາກໄດ້ຮັບການປົກປ້ອງ, ອຸ້ມຊູຈາກພະແມ່ຄືດັ່ງຜູ້ເປັນແມ່, ຊີວິດຂອງ ມະນຸດຈະໄດ້ຮັບປະກັນກວ່າ. ນີ້ແມ່ນທັດສະນະພິເສດຂອງຊາດຫວຽດນາມ ຫາກບໍ່ມີຢູ່ປະເທດໃດ. ນັ້ນກໍແມ່ນຄຸນຄ່າຕົ້ນຕໍ, ພົ້ນເດັ່ນຂອງການເຫຼື້ອມໃສບູຊາພະແມ່. ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຂອງຫວຽດນາມ ໄດ້ນຳມາບັນດາຄຸນຄ່າທົ່ວໂລກ ຍ້ອນບັນດາຄຸນຄ່າດ້ານປະຫວັດສາດ ແລະ ສີສັນວັດທະນະທຳຂອງຊາວຫວຽດນາມ. ຜ່ານນີ້ ຊາວຫວຽດນາມ ໄດ້ສະແດງໃຫ້ເຫັນທັດສະນະຂອງຕົນກ່ຽວກັບປະຫວັດສາດ, ມໍລະດົກວັດທະນະທຳ, ບົດບາດຂອງເພດໄວ ແລະ ສີສັນຊາດ. ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຕອບສະຫນອງໄດ້ຄວາມຕ້ອງການ ແລະ ຄວາມມຸ້ງຫວັງຂອງຊີວິດດ້ານຈິດໃຈຂອງຊາວຫວຽດນາມ. ວັນທີ 1/12/2016, ດ້ວຍຄວາມເຫັນດີເຫັນພ້ອມຂອງກອງປະຊຸມ, ຄະນະກຳມະການໄດ້ອອກມະຕິຮັບຮອງເອົາ “ການປະຕິບັດ ເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດ” ຢ່າງເປັນທາງການ. ເລື່ອງສຳເນົາເອກະສານ “ການປະຕິບັດ ເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ” ໄດ້ຮັບການ ຮັບຮອງຈາກ UNESCO ວ່າແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດນັ້ນ ດ້ານໜຶ່ງໄດ້ປະກອບສ່ວນເພີ່ມທະວີທີຕັ້ງບົດບາດຂອງມໍລະດົກສຳລັບສັງຄົມ, ເຮັດໃຫ້ວັດທະນະທຳ ຫວຽດນາມ ແລະ ຂອງມະນຸດອຸດົມສົມບູນຂຶ້ນຕື່ມ, ອີກດ້ານອື່ນຈະເຮັດໃຫ້ວົງຄະນະຍາດ, ບັນດາຜູ້ປະຕິບັດການເຄື່ອນໄຫວຂອງມໍລະດົກມີຄວາມຮັບຮູ້ຢ່າງເລິກເຊິ່ງຕື່ມອີກກ່ຽວກັບມໍລະດົກຂອງຕົນເພື່ອໃຫ້ເຂົາເຈົ້າມີຄວາມເອກອ້າງທະນົງໃຈ ແລະ ຕັ້ງໜ້າກ່ວາໃນວຽກງານເຂົ້າຮ່ວມ ແລະ ພັດທະນາຄຸນຄ່າຂອງການເຫຼື້ອມໃສບູຊາພະແມ່.
ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຂອງເພື່ອນ, ເຊີນເພື່ອນ ສຸກມະລີວົງ ແລະ ທ່ານຜູ້ຟັງ ຮັບຟັງຕອນໜຶ່ງກ່ຽວກັບການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ
ດັ່ງກ່າວແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍສາມາດເຂົ້າເວັບໄຊ vovworld.vn ຫຼື vov5.vn ເພື່ອແລກປ່ຽນຄຳເຫັນ ແລະ ຈຳວິຈານຂອງຕົນຜ່ານບັນດາລາຍການທີ່ໄດ້ລົງໃນເວັບໄຊດັ່ງກ່າວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
