ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງລາວ ຫຼາຍທ່ານ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເພື່ອນ ສີສະມຸດ ຢູ່ແຂວງ ຈຳປະສັກ ສົ່ງອີແມວມາຍັງລາຍການໂດຍໃຫ້ຮູ້ວ່າ, ຂ້າພະເຈົ້າໄດ້ຕິດຕາມລາຍການຕອບຈົດໝາຍຂອງທ່ານຜູ່ຟັງຝາກມາລາຍການພາກພາສາລາວເປັນປະຈຳ, ຜ່ານລາຍການນີ້ ຂ້າພະເຈົ້າໄດ້ເຂົ້າໃຈກ່ຽວກັບຮີດຄອງປະເພນີ້ ກໍ່ຄືຊີວິດປະຈຳວັນຂອງຊາວຫວຽດນາມ ຫຼາຍກວ່າອີກ. ຂ້າພະເຈົ້າຂໍອວຍພອນໃຫ້ລາຍການນັບມື້ນັບພັດທະນາ.

(ດ່າລາດ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມດູດດື່ມ)
ເພື່ອນ ພອນໄຊ ທີ່ຮັກແພງ, ໃນເດືອນ 8 ນີ້ ດ່າລາດ ຈະຈັດງານບຸນ ຝົນຕົກດ່າລາດ ດ້ວຍຫົວຂໍ້ “ຝົນຕົກທີ່ດູດດື່ມຢູ່ດາລາດ”, ແຕ່ວັນທີ 07 – 10/08. ນີ້ແມ່ນລາຍການນອນໃນບັນດາການເຄື່ອນໄຫວ “ລະດູຮ້ອນທີ່ຟົດຟື້ນໃນເຂດ ໄຕງວຽນ” ຂອງປີທ່ອງທ່ຽວແຫ່ງຊາດ ໄຕງວຽນ - ດາລາດ. ດ້ວຍຈຸດປະສົງຫັນຝົນຕົກຢູ່ດ່າລາດ ເປັນຜະລິດຕະພັນທ່ອງທ່ຽວທີ່ມີຄວາມດູດດື່ມ, ງານບຸນຈະສ້າງຄວາມປະທັບໃຈທີ່ດີໃຫ້ແກ່ນັກທ່ອງທ່ຽວ. ເປີດສາກງານບຸນແມ່ນລາຍການ “ລໍຖ້າຝົນຕົກ” ເຊິ່ງໄດ້ຮັບການຈັດຕັ້ງຢູ່ສະໜາມຫຼວງ ເລີມວຽນ ແລະ ຮ້ານອາຮານບາງແຫ່ງ. ສືບຕໍ່ລາຍການ “ລໍຖ້າຝົນຕົກ” ແມ່ນງານວາງສະແດງພາບແຕ້ມ ແລະ ຮູບຖ່າຍສິລະປະ ດ້ວຍຫົວຂໍ້ “ເພີນຈິດໃນຝົນຕົກດ່າລາດ” ເຊິ່ງໄດ້ຈັດຂຶ້ນໃນຕະຫຼອດເວລາດຳເນີນງານບຸນ. ນອກນັ້ນ, ໃນງານບຸນຄັ້ງນີ້ ຍັງຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບຸນ ແລະ ຟົດຟື້ນຄື ການລະຫຼິ້ນໃນຍາມຝົນຕົກ, ເຂົ້າຮ່ວມການຖີບເຮືອຫົງ…

Festival ກຳປັ່ນທ່ອງທ່ຽວສາກົນ ຍາຈາງ
(ພາບປະກອບ)
ເພື່ອນ ວົງຄຳ ອຸບັນ, ຢູ່ແຂວງ ຊຽງຂວາງ ໄດ້ສົ່ງອີແມວມາລາຍການໂດຍໃຫ້ຮູ້ວ່າ: ມີເພື່ອນຜູ້ໜຶ່ງອາໄສຢູ່ ຍາຈາງ ຢາກເຊີນຂ້າພະເຈົ້າມາທ່ຽວ ແລະ ເຂົ້າຮ່ວມ Festival ຍາຈາງ ໃນເດືອນ 8 ນີ້. ຂ້າພະເຈົ້າຢາກຖາມວ່າ Festival ຍາຈາງ ຈະຈັດຂຶ້ນໃນເວລາໃດ? ແລະ ການເຄື່ອນໄຫວຕົ້ນຕໍຂອງ Festival ຍາຈາງ ມີຫຍັງແດ່?
ເພື່ອນ ວົງຄຳ ອຸບັນ ທີ່ຮັກແພງ. ຄາດວ່າ, ໃນລະຫວ່າງວັນທີ 02 – 04/08/2014, ຄະນະກຳມະການປະຊາຊົນແຂວງ ແຄ໋ງຮ່ວາ ຈະຈັດຕັ້ງ Festival ກຳປັ່ນທ່ອງທ່ຽວສາກົນ ຍາຈາງ - ຫວຽດນາມ ຢູ່ນະຄອນທະເລ ຍາຈາງ, ແຂວງ ແຄ໋ງຮ່ວາ. ການເຄື່ອນໄຫວຕົ້ນຕໍຂອງ Festival ຈະດຳເນີນຢູ່ອ່າວ ຍາຈາງ ດ້ວຍພິທີໄຂ Festival, ງານວາງສະແດງ ການເດີນກຳປັ່ນທ່ອງທ່ຽວ; ງານບຸນເຫຼົ້າ ແລະ ອາຫານສາກົນ. ນອກຈາກນັ້ນ, ຍັງມີການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບຸນ ແລະ ຈັບອົກຈັບໃຈອື່ນໆກໍ່ຈະສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວເປັນສຳນວນຫຼວງຫຼາຍ ກໍ່ຖືກຈັດຂຶ້ນໃນຂອບເຂດ Festival ຄັ້ງນີ້ຄື, ລາຍການດົນຕີເພື່ອເຈື່ອງຊາທີ່ ຮັກແພງ; ວັນເພື່ອສິ່ງແວດລ້ອມທະເລ; ງານວາງສະແດງ ແລະ ເດີນຂະບວນລົດໂອໂຕທັນສະໄໝ; ລາຍການສະແດງສິລະປະຂອງບັນດາປະເທດເຂົ້າຮ່ວມ Festival, ງານພົບປະແລກປ່ຽນລະຫວ່າງບັນດານັກດຳເນີນທຸລະກິດ, ເຈົ້າຂອງກຳປັ່ນບົນທະເລຍາຈາງ ນຳກັນ.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ສົ່ງອີແມວດ້ວຍລະຫັດ laovov@yahoo.com. ຂໍອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
