ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ໄດ້ຮັບໂທລະສັບ, ຂໍ້ຄວາມ ແລະ ຄຳອວຍພອນປີໃໝ່ຜ່ານທາງ Facebook ເຖິງບັນດາອ້າຍເອື້ອຍນ້ອງໃນລາຍການ. ເນື່ອງໃນໂອກາດປີໃໝ່ສາກົນ 2019, ບັນດາທິການ VOV ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສຳເລັດໜ້າທີ່ວຽກງານຂອງຕົນ. ຫວັງວ່າ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ໄດ້ຮັບຄຳເຫັນປະກອບຂອງທ່ານຜູ້ຟັງກ່ຽວກັບບັນດາຂ່າວ/ບົດ ທີ່ໄດ້ອອກອາກາດໄປແລ້ວນັ້ນ ກໍຄືໃນແວັບໄຊ vovworld.vn ຫຼື vov5.vn ຫຼາຍກວ່າອີກ. ນອກນັ້ນ, ມີບາງຂ່າວ/ບົດ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ ຍັງໄດ້ລົງໃນ Facebook ມີຊື່ວ່າ VOV Lao, ນີ້ກໍແມ່ນໜຶ່ງໃນບັນດາຊ່ອງຕິດຕໍ່ພົວພັນລະຫວ່າງບັນນາທິການ ແລະ ທ່ານຜູ້ຟັງ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຄຳເຫັນປະກອບຈາກທ່ານຜູ້ຟັງກ່ຽວກັບລາຍການຫຼາຍກວ່າອີກ.
|
(ພາບປະກອບອີນເຕີແນັດ) |
ໃນອີແມວສົ່ງເຖິງລາຍການ, ເພື່ອນ ສຸກມະລິວົງ ໄດ້ແບ່ງປັນວ່າ: ຂ້າພະເຈົ້າໄດ້ຮັບຊົມກ່ຽວກັບການເຫຼື້ອມໃສບູຊາພະແມ່ 3 ພະນາງຂອງຊາວຫວຽດນາມ ໃນໂອກາດໄປທ່ຽວຢູ່ຫວຽດນາມ, ຂ້າພະເຈົ້າເອງມີຄວາມປະທັບໃຈຕໍ່ວັດທະນະທຳປະເພດນີ້ທີ່ສຸດ. ໃນໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮັບຂ່າວວ່າ ການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ ນີ້ໄດ້ຮັບການຮັບຮອງເອົາຈາກ UNESCO ວ່າ ເປັນມໍລະດົກບໍ່ມີຮູບຮ່າງຂອງມວນມະນຸດແມ່ນບໍ່?
ເພື່ອນ ສຸກມະລິວົງ ທີ່ຮັກແພງ, ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຂອງຊາວຫວຽດນາມ ແມ່ນຮູບການບູຊາພະແມ່ທີ່ມີມາແຕ່ສັດຕະວັດທີ 16. ແຕ່ດົນນານມາແລ້ວ, ຊາວຫວຽດນາມ ໄດ້ມີຈິດສໍານຶກວ່າ ທຸກໆປະກົດການທາງທຳມະຊາດຄື: ໄພແຫ້ງແລ້ງ ຫຼື ໄພນ້ຳຖ້ວມ, ດິນແດນຖືກແຕກແຫ້ງຫລືດິນອຸດົມສົມບູນ, ຕົ້ນໄມ້ໃບຫຍ້າເຕີບໃຫຍ່ຂະຫຍາຍຕົວ, ສັດສາວາສິ່ງອອກແມ່ແຜ່ລູກ ກໍລ້ວນແຕ່ນອນໃນສິດອໍານາດຂອງພະແມ່. ສະນັ້ນ, ຖ້າຫາກໄດ້ຮັບການປົກປ້ອງ, ອຸ້ມຊູຈາກພະແມ່ຄືດັ່ງຜູ້ເປັນແມ່ທາງທໍາມະຊາດນັ້ນ, ຊີວິດຂອງ ມະນຸດຈະໄດ້ຮັບປະກັນກວ່າ. ນີ້ແມ່ນຄໍາສໍານຶກພິເສດຂອງຊາດຫວຽດນາມ ຫາກບໍ່ມີຢູ່ປະເທດໃດ. ນັ້ນກໍແມ່ນຄຸນຄ່າຕົ້ນຕໍ, ພົ້ນເດັ່ນຂອງການເຫຼື້ອມໃສບູຊາພະແມ່. ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຂອງຫວຽດນາມ ໄດ້ນຳມາບັນດາຄຸນຄ່າລະດັບໂລກ ຍ້ອນບັນດາຄຸນຄ່າດ້ານປະຫວັດສາດ ແລະ ສີສັນວັດທະນະທຳຂອງຊາວຫວຽດນາມ. ຜ່ານນີ້ ຊາວຫວຽດນາມ ໄດ້ສະແດງໃຫ້ເຫັນຈິດສໍານຶກຂອງຕົນກ່ຽວກັບປະຫວັດສາດ, ມໍລະດົກວັດທະນະທຳ, ບົດບາດຂອງເພດໄວ ແລະ ສີສັນຊາດ. ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຕອບສະຫນອງໄດ້ຄວາມຕ້ອງການ ແລະ ຄວາມມຸ່ງຫວັງຂອງຊີວິດຈິດໃຈດ້ານວັດທະນະທໍາຂອງຊາວຫວຽດນາມ. ວັນທີ 1/12/2016, ດ້ວຍຄວາມເຫັນດີເຫັນພ້ອມຂອງກອງປະຊຸມ, ຄະນະກຳມະການໄດ້ອອກມະຕິຮັບຮອງເອົາ “ການປະຕິບັດ ເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດ” ຢ່າງເປັນທາງການ. ເລື່ອງສຳເນົາເອກະສານ “ການປະຕິບັດ ເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ” ໄດ້ຮັບການ ຮັບຮອງຈາກ UNESCO ວ່າແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດນັ້ນ ດ້ານໜຶ່ງໄດ້ປະກອບສ່ວນເພີ່ມທະວີທີ່ຕັ້ງບົດບາດຂອງມໍລະດົກສຳລັບສັງຄົມ, ເຮັດໃຫ້ວັດທະນະທຳ ຫວຽດນາມ ແລະ ຂອງມະນຸດອຸດົມສົມບູນຂຶ້ນຕື່ມ, ອີກດ້ານອື່ນຈະເຮັດໃຫ້ວົງຄະນະຍາດ, ບັນດາຜູ້ປະຕິບັດການເຄື່ອນໄຫວຂອງມໍລະດົກມີຄວາມຮັບຮູ້ຢ່າງເລິກເຊິ່ງຕື່ມອີກກ່ຽວກັບມໍລະດົກຂອງຕົນເພື່ອໃຫ້ເຂົາເຈົ້າມີຄວາມເອກອ້າງທະນົງໃຈ ແລະ ຕັ້ງໜ້າກ່ວາໃນວຽກງານເຂົ້າຮ່ວມ ແລະ ພັດທະນາຄຸນຄ່າຂອງການເຫຼື້ອມໃສບູຊາພະແມ່.
ເພື່ອນຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງອີແມວ ມາລາຍການໂດຍໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະໄປທ່ອງທ່ຽວຢູ່ຮ່າໂນ້ຍ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາທ່ອງທ່ຽວຮ່າໂນ້ຍ ຂ້າພະເຈົ້າຍັງບໍ່ຮູ້ບັນດາສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມັກໄປຢ້ຽມຢາມ. ສະນັ້ນ, ຂໍໃຫ້ທາງລາຍການແນະນຳບັນດາສະຖານທີ່ທ່ອງທ່ຽວຢູ່ນະຄອນຮ່າໂນ້ຍໃຫ້ແດ່ ເພື່ອສ້າງຄວາມສະດວກໃຫ້ຂ້າພະເຈົ້າໃນການຢ້ຽມຢາມຄັ້ງນີ້. ຂໍຂອບໃຈ.
ເພື່ອນຄຳພັນ ວິໄລຈິດ ທີ່ຮັກແພງ, ຮ່າໂນ້ຍ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊິ່ງເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນ. ມີແຂກທ່ອງທ່ຽວຫຼາຍຄົນຢາກຊອກຮູ້ຂໍ້ມູນກ່ອນທີ່ມາທ່ອງທ່ຽວຢູ່ຮ່າໂນ້ຍ. ເພື່ອສ້າງຄວາມສະດວກໃຫ້ເພື່ອນໃນການມາຢ້ຽມຢາມຮ່າໂນ້ຍ ໃນໄລຍະຈະມາເຖິງ, ພວກເຮົາຂໍແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ໃຈກາງນະຄອນຮ່າໂນ້ຍ ແລະ ເຂດອ້ອມແອ້ມທີ່ເພື່ອນຄວນໄປຢ້ຽມຢາມ ແລະ ຄົ້ນຫານັ້ນແມ່ນ: ໜອງຮ່ວາງກ໊ຽມ ແລະ ວິຫານຫງອກເຊີນ, ໂຮງລະຄອນໃຫຍ່ຮ່າໂນ້ຍ, ສຸສານປະທານໂຮ່ຈີມິນ, ເຂດປູຊະນີຍະສະຖານຄຸກ ຫວາລໍ່, ວັນມ໋ຽວກ໋ວກຕີຢາມ ເຊິ່ງແມ່ນມະຫາວິທະຍາໄລແຫ່ງທໍາອິດຂອງຫວຽດນາມ, ວັດເສົ້າດຽວ, ພະລາດຊະວັງທັງລອງ. ນອກນັ້ນ, ເພື່ອນອາດຈະໄປຢ້ຽມຢາມຫໍພິພິດຕະພັນຊົນເຜົ່າວິທະຍາຫວຽດນາມ (ຫ່າງຈາກໃຈກາງນະຄອນຮ່າໂນ້ຍ ປະມານ 8 ກ.ມ), ບ້ານແພໄໝ ຫວ້ານຟຸກ (ທີ່ຫ່າງຈາກໃຈກາງນະຄອນຮ່າໂນ້ຍ 10 ກມ), ກຳແພງ ໂກລວາ ແລະ ວິຫານບູຊາ ອານເຍືອງເວືອງ (ຫ່າງຈາກໃຈກາງນະຄອນຮ່າໂນ້ຍ 17 ກມ), ບ້ານບູຮານ ເດື່ອງເລີມ (ຫ່າງຈາກໃຈກາງນະຄອນຫຼວງຮ່າໂນ້ຍປະມານ 50 ກມ)... ເພື່ອນຄຳພັນ ວິໄລຈິດ ທີ່ຮັກແພງ, ນັ້ນແມ່ນບັນດາສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍ ເຊິ່ງພວກເຮົາໄດ້ແນະນຳໃຫ້ເພື່ອນ, ຫວັງວ່າການທ່ອງທ່ຽວຮ່າໂນ້ຍ ຂອງເພື່ອນໃນໄລຍະຈະມາເຖິງຈະເຕັມໄປດ້ວຍຄວາມປະທັບໃຈ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
