![]() ພາບປະກອບ |
ທ່ານ ເຈີນວັນເຈືອງປີນີ້ມີອາຍຸເກືອບ 80 ປີແລ້ວ, ລາວເຄີຍເປັນຊ່າງຕັດຫຍີບຊຸດແວັດທີ່ມີຊື່ສຽງຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ບໍ່ພຽງແຕ່ຕັ້ງໜ້າກັບການທຳມາຫາກິນປະຈຳວັນເທົ່ານັ້ນ, ທ່ານຍັງມີຄວາມເມົາມົວຮັບຟັງບັນດາລາຍການຂອງວິທະຍຸກະຈາຍສຽງຫວຽດນາມອີກດ້ວຍ, ຜ່ານນັ້ນທ່ານໄດ້ເຜີຍແຜ່ຂ່າວຄາວຈາກພາຍໃນປະເທດຫວຽດນາມ, ບັນດາການເຄື່ອນໄຫວກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ-ລາວ ກໍຄືໂຄສະນາກ່ຽວກັບມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບລະຫວ່າງ ຫວຽດນາມ-ລາວ ໃຫ້ຊາວ ຫວຽດນາມ ອາໄສຢູ່ລາວໄດ້ຮັບຊາບ….ທ່ານ ເຈີນວັນເຈືອງ ໄດ້ກຳເນີດຢູ່ ລາວ, ມີລູກ 4 ຄົນ, ປະຈຸບັນເຂົາເຈົ້າໄດ້ໃຫ່ຍໂຕກັນໝົດແລ້ວ, ໃນນັ້ນມີຜູ້ເປັນທ່ານໝໍ, ຜູ້ເປັນຄູສອນ, ຜູ້ເຮັດວຽກໃນກົງຈັກລັດຖະບານ ລາວ. ລູກຂອງທ່ານກໍກຳເນີດຢູ່ ລາວ ເຊັ່ນດຽວກັນ ແຕ່ສາມາດເວົ້າທັງພາສາ ຫວຽດ ແລະພາສາ ລາວ ຢ່າງລຽນໄຫຼດີ, ທ່ານເລົ່າຄວາມໃນໃຈສູ່ຟັງວ່າ: ສິ່ງດັ່ງກ່າວແມ່ນຍ້ອນເຂົາເຈົ້າໄດ້ຮັບຟັງວິທະຍຸກະຈາຍສຽງ ຫວຽດນາມ ເປັນປະຈຳ. ທ່ານເຈືອງໃຫ້ຮູ້ວ່າ: ຊາວ ຫວຽດນາມ ອາໄສຢູ່ ລາວ ຫຼາຍພໍສົມຄວນແຕ່ບໍ່ແມ່ນວ່າໃຜກໍເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບຮີດຄອງປະເພນີ, ວັດທະນະທຳ ຫວຽດນາມ ກໍຄືປະຫວັດສາດແຫ່ງສາຍພົວພັນລະຫວ່າງ ຫວຽດນາມ-ລາວ:
“ຊາວ ຫວຽດນາມ ອາໄສຢູ່ທີ່ນີ້ຍາມໃດກໍຢາກຊອກຮູ້ກ່ຽວກັບຮີດຄອງປະເພນີ, ປະຫວັດສາດ, ວັດທະນະທຳ, ສັງຄົມຢູ່ ຫວຽດນາມ, ໂດຍສະເພາະແມ່ນປະຫວັດສາດແຫ່ງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ. ປະຊາຊົນຍັງໄດ້ຮັບຂ່າວຄາວກ່ຽວກັບບັນດາການເຄືອ່ນໄຫວພົວພັນລະຫວ່າງສອງປະເທດ, ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ, ວັດທະນະທຳ… ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນພາຫະນະສື່ມວນຊົນທີ່ມີປະໂຫຍດທີ່ສຸດ ເພື່ອໃຫ້ປະຊາຊົນຮັບເອົາຂ່າວຄາວ ເພື່ອໂຄສະນາໃຫ້ວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ ລາວ ກໍຄືປະຊາຊົນ ລາວ ບັນດາເຜົ່າ”
ທ່ານ ເຈີນວັນເຈືອງ ເລົ່າຄວາມໃນໃຈສູ່ຟັງວ່າ: ໃນ 10 ກ່ວາປີຜ່ານມາ, ຍາມໃດທ່ານກໍມີວິທະຍຸໜ່ວຍໜື່ງຕິດຕົວ ແລະ ຮັບຟັງວິທະຍຸກະຈາຍສຽງ ຫວຽດນາມ ກໍ່ແຈ້ງດີທີ່ສຸດ. ທ່ານເວົ້າວ່າ, ຢູ່ ລາວ, ມີຫຼາຍຄົນຢາກຟັງວິທະຍຸກະຈາຍສຽງຫວຽດນາມ. ເຂົາເຈົ້າຮັບຟັງດ້ວຍຈຸດປະ ສົງສະເພາະຂອງໃຜລາວ. ມີບາງຄົນຢາກຮັບຟັງຂ່າວກ່ຽວກັບການພັດທະນາຂອງປະເທດ ຫວຽດນາມ, ບາງຄົນຮັບຟັງເພື່ອຮ່ຳຮຽນເອົາຕາມແບບຢ່າງຂອງ ຫວຽດນາມ. ມີບາງຄົນພັດຢາກຮັບຟັງຂ່າວກ່ຽວກັບເຫດການຕ່າງໆຢູ່ ຫວຽດນາມ. ສຳລັບທ່ານ ເຈືອງ ແລ້ວ, ທ່ານໄດ້ຮັບຟັງວິທະຍຸເປັນປະຈຳ ເພື່ອກຳໄດ້ຂ່າວໃໝ່ກ່ຽວກັບບັນດານະໂຍບາຍຂອງພັກ ແລະລັດ ຫວຽດນາມ:
“ກ່ອນອື່ນໝົດ, ຂ້າພະເຈົ້າຟັງຂ່າວຢູ່ພາຍໃນປະເທດ. ນອກຈາກຟັງກ່ຽວກັບບັນດາວຽກດີຄົນເດັ່ນ, ການພັດທະນາຂອງ ຫວຽນນາມ ໃນປະຈຸບັນ, ການລົງທຶນ, ການຜະລິດສິນຄ້າ… ຂ້າພະເຈົ້າຍັງສົນໃຈເຖິງບັນດານະໂຍບາຍກ່ຽວກັບການລົງທຶນຂອງ ຫວຽດນາມ ເຂົ້າ ລາວ”
ທ່ານ ເຈືອງ ໃຫ້ຮູ້ວ່າ: ໃນໄລຍະມໍ່ໆມານີ້, ທ່ານໄດ້ຕິດຕາມຮັບຟັງ ແລະ ຮູ້ວ່າ, ວິທະຍຸກະຈາຍສຽງ ຫວຽດນາມ ມີເວບໄຊດ້ວຍຫຼາຍພາສາ, ໃນນັ້ນມີພາສາ ລາວ. ທ່ານ ແລະ ເພື່ອນຂອງທ່ານໄດ້ເຂົ້າອ່ານ, ເຫັນວ່າການອ່ານ ແລະ ຟັງສະດວກສະບາຍທີ່ສຸດ: “ຂ້າພະເຈົ້າຮັບຟັງວິທະຍຸກະຈາຍສຽງເປັນປະຈຳ. ວິທະຍຸກະຈາຍສຽງຫວຽດນາມ ມີຫຼາຍລາຍການທີ່ອຸດົມສົມບຸນ, ຂ່າວໃໝ່ໃນມື້ກໍທັນເຫດການ. ລູກຂອງຂ້າພະເຈົ້າມັກເຂົ້າອິນເຕີແນັດ ເພື່ອທັງອ່ານທັງຟັງວິທະຍຸໄດ້, ການຈັດແຕ່ງ ແລະ ຮູບພາບກໍສວຍງາມ, ມີຊີວິດຊີວາ”
ສຳລັບທ່ານ ເຈີນວັນເຈືອງ ແລ້ວ, ວິທະຍຸປຽບເໝືອນເພື່ອນຜູ້ສະໜິດສະໜົມ ເພື່ອໃຫ້ທ່ານ, ເພື່ອນມິດ, ຍາດຕິພີ່ນ້ອງຂອງທ່ານ ໄດ້ຮັບຟັງ, ປຶກສາຫາລືແລກປ່ຽນຂ່າວຄາວ ໃນທຸກຂົງເຂດເຊີ່ງເຂົາເຈົ້າມີຄວາມສົນໃຈ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

