(ພາບປະກອບ) |
ສຳລັບ “VOV Media” ລຸ້ນໃໝ່ ບັນດາທ່ານຜູ້ຊົມ, ຜູ້ຟັງຂອງວິທະຍຸກະຈາຍສຽງ ຫວຽດນາມ ສາມາດຮັບຟັງຄືນບັນດາລາຍການກະຈາຍສຽງ, ຈັດຕາຕະລາງຟັງບັນດາລາຍການໄດ້ຮັບຄວາມນິຍົມ, ສົ່ງຂໍ້ຄວາມສະແດງຄວາມນິຍົມຕໍ່ບັນດາລາຍການມ່ວນທີ່ໄດ້ ແລະ ຈະອອກອາກາດ, ບັນທຶກບັນດາລາຍການອອກອາກາດໄວ້ ຫຼື ບົດເພງໄດ້ຮັບຄວາມນິຍົມ. ສຳລັບ “VOV Media”, ທ່ານຜູ້ຟັງສາມາດຮັບຟັງບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ຜ່ານຊ່ອງ VOV1 ຫາ VOV5, ແລະ ບັນດາລາຍການທ້ອງຖິ່ນ, ບັນດາລາຍການກະຈາຍສຽງສະເພາະຜ່ານຊ່ອງ: VOVGT, VOVFM89, MEKONG ໂດຍບໍ່ເສຍຄ່າ. ນອກຈາກຮັບຟັງລາຍການ Online, “VOV Media” ຍັງແນະນຳໃຫ້ທ່ານຜູ້ຊົມ, ຜູ້ຟັງ 2 ຊ່ອງໂທລະພາບ ນັ້ນແມ່ນ VTC1 ແລະ VOVTV ນີ້ແມ່ນ 2 ຊ່ອງໂທລະພາບທີ່ແທດຈິງ ສາມາດຊ່ວຍທ່ານຜູ້ຊົມ, ຜູ້ຟັງອັບເດັດຂໍ້ມູນຂ່າວສານຢ່າງສະດວກສະບາຍ
“VOV Media” ໃໝ່ມີຄວາມດູດດື່ມ ແລະ ສະໜິດສະໜົມກັບຜູ້ນຳໃຊ້. ມາຮອດປັດຈຸບັນ, ຊອບແວ ແລະ ລະບົບເຄື່ອງເຄື່ອນໄຫວດີ, ແນະນຳບັນດາລາຍການກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ ແລະ ຊ່ອງດົນຕີພິເສດສະເພາະຂອງວິທະຍຸກະຈາຍສຽງ ຫວຽດນາມ ເພື່ອຮັບໃຊ້ໃຫ້ບັນດາເປົ້າໝາຍເປັນສາມັນຊົນທີ່ນຳໃຊ້ໂທລະສັບມືຖື Smartphone.
ເພື່ອຮັບໃຊ້ຊອບເວ “VOV Media”, ພວກເພື່ອນສາມາດເຂົ້າ CH Play (ສຳລັບລະບົບ Android) ຫຼື App Store (ສຳລັບລະບົບ IOS) ເພື່ອ Download, ຕິດຕັ້ງ ແລະ ຮັບຊົມບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

