ພາບປະກອບ

ສຳລັບລາຍການຕ່າງໆ ຜ່ານຊອບແວ VOV Media ລວມມີ:

1. ຟັງ, ຊົມອອນລາຍບັນດາລະບົບລາຍການກະຈາຍສຽງ, ໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມ:

- VOV 1: ລະບົບກະຈາຍສຽງລາຍການສະຖານະການການເມືອງ ແລະ ຂ່າວທົ່ວໄປ

- VOV 2: ລະບົບກະຈາຍສຽງລາຍການ ວິທະຍາສາດການສຶກສາ ວັດທະນະທຳ ສັງຄົມ

- VOV 3: ລະບົບກະຈາຍສຽງ ລາຍການດົນຕີ ແລະ ບັນເທິງ

- VOV4: ລະບົບກະຈາຍສຽງພາກພາສາຊົນເຜົ່າ ລວມມີ 12 ພາສາ

- VOV 5: ລະບົບກະຈາຍສຽງພາກພາສາຕ່າງປະເທດ ລວມມີ 11 ພາສາຕ່າງປະເທດ ແລະ ພາສາຫວຽດສະຫງວນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດຮູ້ພາສາຫວຽດນາມ.

- ຊ່ອງ FM 24/7

- VOV ຄົມມະນາຄົມ

- ຊ່ອງ FM 89: ຊ່ອງລາຍການສຸຂະພາບ ແລະ ຄວາມປອດໄພດ້ານອາຫານ

- VOVTV: ຊ່ອງໂທລະພາບວິທະຍຸກະຈາຍສຽງຫວຽດນາມ

- VTV1: ຊ່ອງໂທລະພາບດີຈີຕອນVTC

2. ຊ່ອງລາຍການດົນຕີດ້ວຍຫລາຍປະເພດດົນຕີຄື: ຂັບກາຈູ, ຂັບແຈ່ວ, ເພງພື້ນເມືອງພາກເຫນືອ, ພາກໃຕ້, ຂັບກວານຫໍ້ ແລະອື່ນໆ.

3. ອ່ານຂ່າວຫລ້າສຸດທາງອອນລາຍຜ່ານບັນດາຫນ້າເວັບຂອງວິທະຍຸກະຈາຍສຽງຫວຽດນາມ

VOV Media: ໂລກແຫ່ງດົນຕີ ແລະ ພາບ ໃນມືຂອງທ່ານ