ກວາງນິງ ດຶງດູດການລົງທຶນເຂົ້າບັນດາໂຄງການໃຫຍ່
(VOVWORLD) - ກວາງນິງ ພວມຍູ້ແຮງການສົ່ງເສີມ, ດຶງດູດການລົງທຶນ, ໃຫ້ບຸລິມະສິດບັນດາໂຄງການຫັນເປັນສີຂຽວ
ພິທີເລີ່ມລົງມືກໍ່ສ້າງໂຄງການສວນສາທາລະນະປະຊາຄົມ ຕວນເຈົາ
(ພາບ: baoquangninh.vn)
|
ໂດຍປະຕິບັດມະຕິເລກທີ 05 ຄະນະບໍລິຫານງານພັກແຂວງ ດ້ວຍຫົວຂໍ້ “ການບຸກທະລຸໃນການເຕີບໂຕເສດຖະກິດ; ຍົກສູງຄຸນນະພາບຕົວເມືອງ”, ກວາງນິງ ພວມຍູ້ແຮງການສົ່ງເສີມ, ດຶງດູດການລົງທຶນ, ໃຫ້ບຸລິມະສິດບັນດາໂຄງການຫັນເປັນສີຂຽວ, ຕົວເມືອງ, ປຸງແຕ່ງ - ປະດິດແຕ່ງ ແລະ ພະລັງງານສະອາດ ເພື່ອສ້າງກຳລັງໜູນການພັດທະນາບຸກທະລຸ. ພົ້ນເດັ່ນແມ່ນກຸ່ມບໍລິສັດ VinGroup ຫາກໍ່ເລີ່ມລົງມືກໍ່ສ້າງໂຄງການສວນສາທາລະນະປະຊາຄົມ ຕວນເຈົາ ມີຂອບຂະໜາດປະມານ 620 ເຮັກຕາ, ດ້ວນຍອດເງິນລົງທຶນກວ່າ 5.000 ຕື້ດົ່ງ. ໂຄງການລວມມີ 4 ເຂດ, ນອນຢູ່ປະຕູເຂົ້າເຂດທ່ອງທ່ຽວ ຮະລອງ, ເຊື່ອມຕໍ່ຢ່າງສະດວກກັບບັນດາເສັ້ນທາງຄົມມະນາຄົມສຳຄັນ, ຈຸດສຸມ. ຄາດວ່າຈະເລີ່ມນຳເຂົ້າໃຊ້ການໃນປີ 2028.
ພ້ອມກັນນັ້ນ, ກວາງນິງ ກໍ່ພວມຮຽກຮ້ອງໃຫ້ລົງທຶນເຂົ້າຫຼາຍໂຄງການໃຫຍ່, ຄື: ເຂດຕົວເມືອງລວມຕາແສງ ກວາງແຮງ ດ້ວຍຍອດເງິນລົງທຶນກວ່າ 11.000 ຕື້ດົ່ງ ແລະ ໂຄງການເຂດຕົວເມືອງຊີວະພາບ ສົມທົບກັບສວນສາທາລະນະຫົວເລື່ອງສະເພາະ ມີຂອບຂະໜາດກວ່າ 20 ເຮັກຕາ, ດ້ວຍການຄາດຄະເນເງິນລົງທຶນກວ່າ 4.000 ຕື້ດົ່ງ.