ເອື້ອຍຈັນສີດາອິນຄະວິໄລ |
ໂດຍກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວທີ່ມີມູນເຊື້ອເຮັດວຽກງານການທູດ, ໂດຍສະເພາະແມ່ນກ່ຽວຂ້ອງເຖິງການພົວພັນລະຫວ່າງ ຫວຽດນາມ ແລະ ລາວ. ຈາກບັນດາເລື່ອງລາວ ແລະ ຂອງຕ້ອນເລັກໆນ້ອຍໆຄື ເຂົ້າໜົມໝາກພ້າວ, ເລືອງໂຄ (ເຂົ້າໜົມທີ່ເຮັດຈາກແປ້ງຫຼາຍຊະນິດ ປະສົມກັບນຳ້ຕານ, ອົບແຫ້ງແລ້ວອັດເປັນກ້ອນ) ພາຍຫຼັງທີ່ພໍ່ເຖົ້າແມ່ເຖົ້າໄປປະຕິບັດງານມາຈາກ ຫວຽດນາມ ແຕ່ລະຄັ້ງ ໄດ້ກາຍເປັນສາຍໃຍຊ່ວຍນຳ ເອື້ອຍ ຈັນສີດາ ອິນຄະວິໄລ ມາ ຮ່າໂນ້ຍ ແລະ ນັ້ນກໍແມ່ນຄວາມຝັນຂອງເອື້ອຍ. ພາຍຫຼັງຮຽນຈົບມັດທະຍົມຕອນປາຍ, ເອື້ອຍກໍໄດ້ຮັບທຶນໄປຮຽນມະຫາວິທະຍາໄລຢູ່ ຮ່າໂນ້ຍ ດັ່ງທີ່ໄດ້ປາດຖະໜາ, ຫຼັງຈາກນັ້ນກໍໄດ້ແຕ່ງງານກັບຄົນຫວຽດ ແລະ ຕິດພັນກັບ ຮ່າໂນ້ຍ ມາຈົນຮອດປັດຈຸບັນນີ້. ເອື້ອຍ ຈັນສີດາ ຕັດສິນໃຈມາຢູ່ນຳຄອບຄົວ ແລະ ດຳລົງຊີວິດຢູ່ຮ່າໂນ້ຍ ເພາະວ່າ ລາວມີຄວາມຮັກທີ່ພິເສດຕໍ່ກັບ ຮ່າໂນ້ຍ. ຍາມໃດເອື້ອຍກໍຮູ້ສຶກໄດ້ເຖິງຄວາມອົບອຸ່ນຈາກຄອບຄົວທາງຜົວ ແລະ ເພື່ອນມິດສະຫາຍ ຫວຽດນາມ ທີ່ມີຕໍ່ ເອື້ອຍ ເໝືອນດັ່ງຢູ່ບ້ານເກີດເມືອງນອນຂອງຕົນ. ນັບທັງເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງສັບສົນ, ຄອບຄົວຂອງເອື້ອຍກໍປະສົບກັບຄວາມຫຍຸ້ງຍາກສ່ວນໃດໜຶ່ງ ແຕ່ເອື້ອຍຍັງຮູ້ສຶກມີຄວາມອຸ່ນອ່ຽນໃຈເປັນສະເໝີ.
ສະຖານທີ່ຂາຍຜະລິດຕະພັນກະເສດ ຊ່ວຍເຫຼືອຊາວ ຫາຍເຢືອງ ເມື່ອໂລກລະບາດແຜ່ລະບາດຢູ່ແຂວງນີ້ |
ເອື້ອຍ ຈັນສີດາ ໄດ້ຕິດຕາມສະພາບການ ແລະ ຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຂອງ ຫວຽດນາມ ເປັນປະຈຳ ເພື່ອປະຕິບັດຢ່າງຖືກຕ້ອງ. ເອື້ອຍເຫັນວ່າ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ບໍ່ພຽງແຕ່ມີການເຂົ້າຮ່ວມຂອງທັງລະບົບການເມືອງເທົ່ານັ້ນ ຫາກປະຊາຊົນ ຫວຽດນາມ ກໍມີສະຕິສູງໃນການປະຕິບັດ ແລະ ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ທຸກແຫຼ່ງກຳລັງ ລ້ວນແຕ່ໄດ້ເຂົ້າຮ່ວມເພື່ອປະກອບເຫື່ອແຮງຂອງຕົນເຂົ້າໃນວຽກງານງານ ຢ່າງຄວາມສຸດຈິດສຸດໃຈ ແລະ ບໍ່ຮູ້ອິດບໍ່ຮູ້ເມື່ອຍ. ຜູ້ປະກອບເຫື່ອແຮງ, ຜູ້ປະກອບວັດຖຸສິ່ງຂອງ, ຜູ້ປະດິດສ້າງບັນດາວັດຖຸອຸປະກອນເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ແທດເໝາະກັບສະພາບການ. ສິ່ງທີ່ເຮັດໃຫ້ເອື້ອຍມີຄວາມປະທັບໃຈທີ່ສຸດ ນັ້ນແມ່ນ ຊາວ ຫວຽດນາມ ບໍ່ປະຖີ້ມກັນ.
ພະຍາບານ, ແພດໝໍ ເຮັດວຽກທັງເວັນ ແລະ ຄືນ ໂດຍບໍ່ຮູ້ອິດ ບໍ່ຮູ້ເມື່ອຍ |
ເຖິງວ່າ ຫວຽດນາມ ພວມປະເຊີນໜ້າກັບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ກໍຕາມ, ແຕ່ ຫວຽດນາມ ຍັງຊ່ວຍເຫຼືອ ລາວ ບໍ່ວ່າຈະເປັນດ້ານຊັບພະຍາກອນມະນຸດ, ວັດຖຸອຸປະກອນການແພດ ແລະ ການເງິນອີກດ້ວຍ. |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ




