(vovworld)- ພາຍຫລັງຄົງຕົວມາເປັນເວລານັບສີບປີ, ອາເມລິກາ ໄດ້ຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດລ້າງຜານສຳລັບ ຫວຽດນາມ. ສິ່ງດັ່ງກ່າວ ໂດຍປະທານາທິບໍດີ ອາເມລິກາ Barack Obama ປະກາດຖະແຫລງຕໍ່ໜ້າວົງການນັກຂ່າວພາຍຫລັງການເຈລະຈາກັບປະທານປະເທດ ເຈີນດ້າຍກວາງ ຢູ່ ຮ່າໂນ້ຍ ໃນວັນທີ 23/5.

ປະທານາທິບໍດີ Obama ແລະ ປະທານປະເທດ ເຈີ່ນດ້າຍກວາງ
ຄຳສັ່ງຂວ້ຳບາດດ້ານອາວຸດ ເຊິ່ງ ວໍຊິງຕັນ ນຳໃຊ້ສຳລັບຮ່າໂນ້ຍ ແມ່ນຄຳສັ່ງຂວ້ຳບາດຕາມກົດໝາຍຂອງອາເມລິກາ, ໃນນັ້ນສະກັດກັ້ນບັນດາບໍລິສັດ, ກຸ່ມບໍລິສັດອາວຸດ ອາເມລິກາ ຂາຍບັນດາອຸປະກອນການທະຫານຫລື ບັນດາເຄື່ອງອາໄຫຼ່ແທນທີ່ໃຫ້ ຫວຽດນາມ. ຄຳສັ່ງຂວ້ຳບາດດ້ານອາວຸດລ້າງຜານຂອງ ອາເມລິກາ ສຳລັບຫວຽດນາມ ໄດ້ນຳໃຊ້ໃນໄລຍະສີບໆປີມານີ້. ອາດຖືວ່າ ນີ້ແມ່ນຮົ້ວກີດຂວາງໃຫຍ່ສຸດທ້າຍໃນການພົວພັນສອງຝ່າຍ.
ເດືອນ 10/2014, ອາເມລິກາ ໄດ້ປະກາດຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດສ່ວນຫນຶ່ງສຳລັບຫວຽດນາມ ເພື່ອຊ່ວຍຫວຽດນາມ ເພີ່ມທະວີຄວາມສາມາດຮັບປະກັນຄວາມປອດໄພໃນການເດີນທະເລ. ຫລັງຈາກນັ້ນ ນັບມື້ນັບມີສະມາຊິກສະພາແຫ່ງຊາດ ແລະ ເຈົ້າຫນ້າທີ່ ອາເມລິກາ ຫລາຍທ່ານ ຂົນຂວາຍ, ສະຫນັບສະຫນູນເລື່ອງຍົກເລີກຄຳສັ່ງຂວ້ຳບາດ.
ບາດກ້າວອັນຈຳເປັນເພື່ອສ້າງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ເປັນປົກກະຕິຢ່າງສິ້ນເຊິງ.
ເລື່ອງ ອາເມລິກາ ຍົກເລີກ ຄຳສັ່ງຂວ້ຳບາດດ້ານອາວຸດລ້າງຜານສຳລັບຫວຽດນາມ ແມ່ນສະແດງໃຫ້ເຫັນວ່າ ສອງປະເທດ ໄດ້ສ້າງການພົວພັນເປັນປົກກະຕິຢ່າງສິ້ນເຊິງ, ປະກອບສ່ວນປັບປຸງການພົວພັນສອງຝ່າຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເມື່ອປະທານາທິບໍດີ ອາເມລິກາ Brack Obama ຢັ້ງຢືນ ຂໍ້ຕົກລົງຂອງອາເມລິກາ ໄດ້ລົບລ້າງຮ່ອງຮອຍຂອງສົງຄາມເຢັນມາເປັນເວລາຫລາຍປີ, ສະແດງໃຫ້ເຫັນເລື່ອງເພີ່ມທະວີຄຳໝັ້ນສັນຍາຂອງ ອາເມລິກາ ເພື່ອສ້າງການພົວພັນລະຫວ່າງສອງປະເທດເປັນປົກກະຕິ ນັບທັງການພົວພັນດ້ານປ້ອງກັນຊາດກັບຫວຽດນາມ ແລະ ກັບພາກພື້ນ ໃນໄລຍະຍາວ. ຕາມທ່ານ B. Obama ແລ້ວ, ຂໍ້ຕົກລົງຂອງ ອາເມລິກາ ແມ່ນອີງໃສ່ວິວັດການຮ່ວມມືຍາວນານໃນການພົວພັນລະຫວ່າງສອງປະເທດ. ອາມເລິກາ ບໍ່ຢາກເຮັດໃຫ້ຄຳສັ່ງຂວ້ຳບາດນີ້ ກາຍເປັນປັດໄຈແບ່ງແຍກການພົວພັນສອງຝ່າຍ. ໃນຂະນະນັ້ນ, ທ່ານປະທານປະເທດ ເຈີນດ້າຍກວາງ ກໍຕີລາຄາສູງຄຳຕັດສິນຂອງ ອາເມລິກາ ໃນການຍົກເລີກຄຳສັ່ງຂວ້ຳບາດຫ້າມຂາຍອາວຸດລ້າງຜານໃຫ້ຫວຽດນາມຢ່າງສິ້ນເຊິງ ແລະ ຖືວ່ານີ້ແມ່ນພະຍານຫລັກຖານ ສະແດງໃຫ້ເຫັນ ຢ່າງຈະແຈ້ງ ວ່າສອງປະເທດໄດ້ສ້າງການພົວພັນເປັນປົກກະຕິຢ່າງສິ້ນເຊິງແລ້ວ.
ປະຕິກິລິຍາຢ່າງຕັ້ງຫນ້າຈາກຫາງສຽງ

ປະທານາທິບໍດີ ອາເມລິກາ Barack Obama
ຕາມພົນໂທ ຟ້າມຊວນເທະ ອາດີດຜູ້ບັນຊາການທະຫານເຂດ1ແລ້ວ, ນີ້ແມ່ນເຫດການສຳຄັນໃນການພົວພັນຕ່າງປະເທດລະຫວ່າງສອງປະເທດ. ຮ່ອງຮອຍສຸດທ້າຍພາຍຫຼັງສົງຄາມຖືກລົບລ້າງ, ການພົວພັນລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່. ໃນໄລຍະຍາວແມ່ນສາມາດ ສ້າງຂອບເຂດການຮ່ວມມືໃໝ່ເທື່ອລະກ້າວຄື: ອຸດສາຫະກຳປ້ອງກັນຊາດ, ຄົ້ນຄວ້າ, ປະດິດສ້າງ, ນໍາໃຊ້ອາວຸດ. ຜູ້ຊ່ຽວຊານ ຄົ້ນຄວ້າສາກົນ ເຈີ່ນຫວຽດທ໋າຍ ຮອງຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ ກະຊວງການຕ່າງປະເທດຖືວ່າ: ການຍົກເລີກນີ້ສ້າງກາລະໂອກາດໃຫ້ວິສາຫະກິດອາເມລິກາມີໂອກາດຮ່ວມມືກັບຫວຽດນາມ, ເຊິ່ງແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.
ຫາງສຽງສາກົນກໍ່ສະແດງຄວາມສົນໃຈເປັນພິເສດຕໍ່ການຕັດສິນ ຂອງອາເມລິກາ. ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ່ 23/5 ຢູ່ປັກກິ່ງ, ໂຄສົກກະຊວງການຕ່າງປະເທດຈີນ ຮວນຈວນຢີງໃຫ້ຮູ້ວ່າ: ຈີນມີຄວາມປິຕິຊົມຊື່ນຕໍ່ເລື່ອງ ຫວຽດນາມພັດທະນາ “ບັນດາສາຍພົວພັນການຮ່ວມມືເປັນປົກກະຕິ” ກັບທຸກປະເທດອື່ນໆ ໃນນັ້ນມີອາເມລິກາ. ໂຄສົກຜູ້ນີ້ກໍ່ຖືວ່າ: ຄຳສັ່ງຂວໍ້າບາດອາວຸດລ້າງຜານແມ່ນ “ຜະລິດຕະພັນຂອງສົງຄາມເຢັນ” ແລະ “ບໍ່ຄວນສືບຕໍ່ຄົງຕົວອີກ”. ໃນຂະນະນັ້ນ, ສື່ສານໂລກ ແລະ ພາກພື້ນລ້ວນແຕ່ໃຫ້ຂ່າວ ເລື່ອງປະທານາທິບໍດີອາເມລິກາ Barak Obama ຖະແຫຼງຍົກເລີກຄຳສັ່ງຂວໍ້້າບາດອາວຸດລ້າງຜານສຳລັບຫວຽດນາມ ໜັງສືພິມ New York ຖືວ່ານີ້ແມ່ນຂໍ້ລິເລີ່ມສຳຄັນທີ່ສຸດເຊິ່ງສອງປະເທດໄດ້ປະກາດໃນການຢ້ຽມຢາມ ຫວຽດນາມຢ່າງເປັນທາງການຂອງທ່ານ Barak Obama. ໜັງສືພິມລາຍວັນຂອງ ຍີ່ປຸ່ນກໍ່ວິຈານວ່າ, ຄຳຖະແຫຼງຂອງທ່ານ Barak Obama ຈະເປີດຊ່ອງທາງໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງລະຫວ່າງສອງປະເທດ. ຕາມໜັງສືພິມ ວໍຊິງຕັນໂປສ, ແລ້ວ, ຂໍ້ຕົກລົງນີ້ເພື່ອແນໃສ່ສ່ອງແສງສາຍພົວພັນ ແລະການຮ່ວມມືເລິກເຊິ່ງ, ກວ້າງຂວາງລະຫວ່າງສອງປະເທດໃນຂົງເຂດປ້ອງກັນຄວາມສະຫົງບ ກໍ່ຄືການລົງທຶນທາງດ້ານເສດຖະກິດ, ພາຍຫຼັງສິ້ນສຸດສົງຄາມ ຫວຽດນາມເປັນເວລາ 4 ທົດສະວັດ. ສ່ວນສຳນັກຂ່າວສານ AFP ຂອງ ຝລັ່ງໃຫ້ຂໍ້ສັງເກດວ່າ, ການກະທຳໃໝ່ນີ້ແມ່ນສັນຍາລັກໃຫ້ແກ່ການຫັນປ່ຽນໃນການພົວພັນສອງຝ່າຍທີ່ເຄີຍມີບັນດາບາດກ້າວຕັ້ງໜ້າທາງດ້ານການຄ້າ ແລະ ວັດທະນະທຳໃນໄລຍະຜ່ານມາ. ສຳນັກຂ່າວສານ ANSA ຂອງ ອີຕາລີ ກໍ່ຕີລາຄາເລື່ອງປະທານາທິບໍດີ Barak Obama ຍົກເລີກຄຳສັ່ງຫ້າມຂາຍອາວຸດລ້າງຜານໃຫ້ ຫວຽດນາມ, ແມ່ນເຫດການທີ່ມີລັກສະນະປະຫວັດສາດ.
ຜ່ານ 20 ກວ່າປີແຫ່ງການສ້າງການພົວພັນເປັນປົກກະຕິ. ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິການັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ບົນພື້ນຖານນັ້ນ, ບັນດາຂໍ້ຕົກລົງຂອງການນຳສອງປະເທດໃນການຢ້ຽມຢາມ ຫວຽດນາມຄັ້ງນີ້ຂອງປະທານາທິບໍດີ Barak Obama, ໃນນັ້ນມີເລື່ອງຍົກເລີກຄຳສັ່ງຫ້າມຂາຍອາວຸດລ້າງຜານນັ້ນ, ຈະສ້າງກຳລັງໜູນຕື່ມອີກເພື່ອໃຫ້ການພົວພັນ ຫວຽດນາມ - ອາເມລິກາພັດທະນາຢ່າງຖືກຕ້ອງຕາມທິດທາງ, ແທດຈິງ, ໝັ້ນຄົງ ແລະ ມີປະສິດທິຜົນ.
