ນັບແຕ່ວັນທີ 20/3 ທີ່ຈະມາເຖິງ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຈະດຳເນີນ 3 ບັ້ນຕິດຕາມກວດກາເພື່ອຊອກຮູ້ບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາໃນການຜັນຂະຫຍາຍປະຕິບັດວຽກງານການເລືອກຕັ້ງຢູ່ທ້ອງຖິ່ນໃນພາກຕົວຈິງ. ນີ້ແມ່ນການເຄື່ອນໄຫວທີ່ສຳຄັນໃນວິວັດການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ໃນວັນທີ 22/5 ທີ່ຈະມາເຖິງ.
![]() ຄະນະຕິດຕາມກວດກາຂອງສະພາແຫ່ງຊາດລົງຕິດຕາມກວດກາວຽກງານການເລືອກຕັ້ງຢູ່ແຂວງກວາງຈິ |
ຈຸດປະສົງຂອງການຕິດຕາມກວດກາວຽກງານການເລືອກຕັ້ງແມ່ນເພື່ອກຳແໜ້ນສະພາບການ, ໝາກຜົນການຈັດຕັ້ງຜັນຂະຫຍາຍວຽກງານການເລືອກຕັ້ງຢູ່ທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມໃນທ້ອງຖິ່ນຕ່າງໆ. ຜ່ານການຕິດຕາມກວດກາ, ກໍພົບເຫັນມີບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາໃນພຶດຕິກຳແຫ່ງການຜັນຂະຫຍາຍວຽກງານການເລືອກຕັ້ງຢູ່ທ້ອງຖິ່ນ, ບັນດາການລະເມີດກົດໝາຍວ່າດ້ວຍການເລືອກຕັ້ງເພື່ອມີທິດທາງແກ້ໄຂ ແນໃສ່ຮັບປະກັນໃຫ້ແກ່ການເລືອກຕັ້ງໃນວັນທີ 22/5 ມີປະຊາທິປະໄຕ, ຖືກຕ້ອງຕາມລະບຽບກົດໝາຍ, ມີຄວາມປອດໄພ ແລະ ກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.
ຕິດຕາມກວດກາວຽກງານການເລືອກຕັ້ງຖືກຕາມລະບຽບກົດໝາຍ
ຕາມທ່ານ ວໍ້ເສີ, ຜູ້ມີສິດເລືອກຕັ້ງຢູ່ເມືອງດົງດາ, ຮ່າໂນ້ຍ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນປີ 2015 ໄດ້ກຳນົດວ່າ ແນວໂຮມປະເທດຊາດຫວຽດນາມຕ້ອງຕິດຕາມກວດກາທັງໝົດວິວັດການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021. ທ່ານ ວໍ້ເສີ, ຜູ້ມີສິດເລືອກຕັ້ງຢູ່ເມືອງດົງດາ, ຮ່າໂນ້ຍ ກ່າວວ່າ :
“ແນວໂຮມປະເທດຊາດຫວຽດນາມຕ້ອງລົງມືປະຕິບັດວຽກງານຕົວຈິງ, ກຳແໜ້ນວຽງການຂອງບັນດາອົງການເຂົ້າຮ່ວມການເລືອກຕັ້ງ, ກົດໝາຍວ່າດ້ວຍການເລືອກຕັ້ງ… ແນວໂຮມປະເທດຊາດຫວຽດນາມກໍຕ້ອງຕິດຕາມກວດກາທຸກໆຮູບແບບການຈັດຕັ້ງ, ຈັດແບ່ງຜູ້ອອກສະໝັກຮັບເລືອກຕັ້ງ, ຮູບການດຳເນີນການອອກສະໝັກຮັບເລືອກຕັ້ງ, ສະເໜີຜູ້ອອກສະໝັກຮັບເລືອກຕັ້ງ ແລະ ການໂຄສະນາຫາສຽງຂອງຜູ້ອອກສະໝັກຮັບເລືອກຕັ້ງ. ນີ້ແມ່ນວຽກງານທີ່ສຳຄັນ. ແນວໂຮມປະເທດຊາດຫວຽດນາມຕ້ອງເຮັດທຸກຂັ້ນຕອນ, ນັບທັງການຈັດແບ່ງ, ພິຈາລະນາມາດຕະຖານຂອງແຕ່ລະສ່ວນບຸກຄົນຢູ່ຂັ້ນຕ່າງໆ ”
ໃນວຽກງານ 6 ປະການທີ່ສຳຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ນັ້ນ, ນອກຈາກການປຶກສາຫາລື, ເລືອກເຟັ້ນ, ສະເໜີຜູ້ອອກສະໝັກຮັບເລືອກຕັ້ງ, ຕິດຕາມກວດກາວິວັດການເລືອກຕັ້ງ ແມ່ນສຳຄັນທີ່ສຸດ. ທ່ານເລຈວ່ຽນ ອະດີດຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຖືວ່າ : ວຽກງານນີ້ຕ້ອງໄດ້ປະຕິບັດຢ່າງຮັດກຸ່ມ, ຖືກຕາມລະບຽບກົດໝາຍເພື່ອໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ປະກອບສ່ວນສຳຄັນເຂົ້າໃນການປ່ຽນແປງໃໝ່ລະບົບການເມືອງ, ຮັບປະກັນສິດປະຊາທິປະໄຕແມ່ນຂອງປະຊາຊົນ. ທ່ານ ເລຈ່ວຽນກ່າວວ່າ :
“ ການຕິດຕາມກວດກາ ບໍ່ແມ່ນການຕິດຕາມກວດກາລວມໆແບບຮູບການ, ແຕ່ກ້າວໄປເຖິງການຕິດຕາມກວດກາວຽກງານໂດຍກົງ, ວິທີການເລືອກຕັ້ງ, ນັບບັດ…ສຳລັບວຽກງານນີ້, ປະຊາຊົນມີຄວາມຫວັງຢ່າງຍິ່ງວ່າ ແນວໂຮມປະເທດຊາດຫວຽດນາມຕ້ອງສະແດງໃຫ້ເຫັນບົດບາດຂອງຕົນຢ່າງຈະແຈ້ງ. ການຕິດຕາມກວດກາຢູ່ນີ້ ກໍແມ່ນການ ຕິດຕາມກວດກາຕົນເອງ. ການຕິດຕາມກວດກາວິວັດການປຶກສາຫາລືຈະມີຫຍັງທີ່ກ້າວໜ້າກ່ວາເກົ່າ ແລະ ມີຄວາມຖືກຕ້ອງກັບເນື້ອໃນຈິດໃຈປະຊາທິປະໄຕຫຼືບໍ່. ເພາະວ່າ ການເລືອກຕັ້ງກໍແມ່ນໜຶ່ງໃນບັນດາວຽກງານປະກອບສ່ວນສຳຄັນເຂົ້າໃນການປ່ຽນແປງໃໝ່ລະບົບອົງການສຳນັກງານລັດແຫ່ງອຳນາດນິຕິບັນຍັດ ”
ເລັ່ງໃສ່ຕິດຕາມກວດກາການຂົນຂວາຍຫາສຽງເລືອກຕັ້ງ
ເພື່ອຜັນຂະຫຍາຍການ ຕິດຕາມກວດກາວຽກງານການເລືອກຕັ້ງ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫາກໍຮັບຮອງເອົາແຜນການຜັນຂະຫຍາຍວຽກງານຕິດຕາມກວດກາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021. ທ່ານຫງວຽນວັນຟາ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ :
“ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຈະຕິດຕາມກວດກາຢ່າງແໜ້ນແຟ້ນວິວັດການຂົນຂວາຍຫາສຽງເລືອກຕັ້ງ. ຍົກຕົວຢ່າງຄືການມອບຂອງຂວັນ, ເຮັດວຽກງານກຸສົນ, ຖ້າຫາກເຫັນວ່າ ວຽກງານນີ້ແມ່ນເພື່ອການເອົາໃຈຜູ້ປ່ອນບັດ ແມ່ນບໍ່ໄດ້ຢ່າງເດັດຂາດ. ຖ້າຫາກແນວໂຮມປະເທດຊາດຫວຽດນາມເມື່ອຕິດຕາມກວດກາ ກໍຮູ້ກ່ຽວກັບເລື່ອງນີ້, ຫຼືຜູ້ມີສິດເລືອກຕັ້ງເວົ້າວ່າ ທ່ານນີ້ທ່ານນັ້ນລົງໄປໃຫ້ເງິນນັ້ນ, ຜູ້ມີສິດເລືອກຕັ້ງຄົນນັ້ນຈະຕ້ອງລົບຊື່ອອກ, ບໍ່ໄດ້ເຂົ້າຮ່ວມການເລືອກຕັ້ງເລີຍ ”
ຕາມແຜນການ, ການເຄື່ອນໄຫວຕິດຕາມກວດກາວຽກງານການເລືອກຕັ້ງ ແມ່ນຕ້ອງດຳເນີນຢ່າງທັນການ, ມີຄວາມປະຢັດ ແລະ ບັນລຸປະສິດທິຜົນ. ບັນດາການກະທຳລະເມີດກົດໝາຍວ່າດ້ວຍການເລືອກຕັ້ງໄດ້ຖືກແຈ້ງມາຍັງຄະນະປະຈຳສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສະພາການເລືອກຕັ້ງແຫ່ງຊາດເພື່ອພິຈາລະນາແກ້ໄຂ ແນໃສ່ຮັບປະກັນໃຫ້ແກ່ການເລືອກຕັ້ງໃຫ້ມີປະຊາທິປະໄຕ ແລະ ຖືກຕາມລະບຽບກົດໝາຍ.

