ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ໄປຮອດສະໜາມບິນ ວຽນ, ເລີ່ມຕົ້ນການຢ້ຽມຢາມ ສ.ໂອຕາລິດ ຢ່າງເປັນທາງການ
(ພາບ: TTXVN)

ຕອນຄ່ຳວັນທີ 23 ກໍລະກົດ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ໄປຮອດສະໜາມບິນ ວຽນ, ເລີ່ມຕົ້ນການຢ້ຽມຢາມ ສ.ໂອຕາລິດ ຢ່າງເປັນທາງການ, ໄປຢ້ຽມຢາມທາງລັດຖະກິດຢູ່ ສ.ອີຕາລີ ແລະ ໄປຢ້ຽມຢາມສຳນັກ ວາຕີກັງ ແຕ່ວັນທີ 23-28 ກໍລະກົດ. ໃນສະພາບທີ່ ຫວຽດນາມ ແລະ ໂອຕາລິດ ຫາກໍ່ຈັດພິທີສະຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ (01 ທັນວາ 1972 – 01 ທັນວາ 2022), ການຢ້ຽມຢາມປະເທດ ໂອຕາລິດ ຢ່າງເປັນທາງການຄັ້ງນີ້ ແມ່ນເພື່ອຊຸກຍູ້, ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມື, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ໂອຕາລິດ ໃຫ້ເລິກເຊິ່ນຂຶ້ນຕື່ມ.

ການເດີນທາງໄປຢ້ຽມຢາມ ສ.ໂອຕາລິດ ແມ່ນການເຄື່ອນໄຫວເປີດສາກໃນການຢ້ຽມຢາມ, ເຮັດວຽກຢູ່ ເອີລົບ ຂອງທ່ານປະທານປະເທດ ຫວໍວັນເຖືອງ. ນີ້ກໍ່ແມ່ນການເດີນທາງໄປຢ້ຽມຢາມ ໂອຕາລິດ ເປັນຄັ້ງທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຖານະຕຳແໜ່ງປະທານປະເທດ.

ການພົວພັນຮ່ວມມືໃນຫຼາຍຂົງເຂດ

ປີ 1972, ສ. ໂອຕາລິດ ແມ່ນໜຶ່ງໃນບັນດາປະເທດທຳອິດຢູ່ ເອີລົບ ສ້າງສາຍພົວພັນທາງການທູດກັບ ຫວຽດນາມ. ນັບແຕ່ນັ້ນເປັນຕົ້ນມາ, 2 ປະເທດໄດ້ສ້າງການພົວພັນ 2 ຝ່າຍໃນທຸກຂົງເຂດໃຫ້ເລິກເຊິ່ງຂຶ້ນຕື່ມ, ຈາກບັນດາຂົງເຂດການເມືອງ ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ.. ໂດຍມີການສັງເກດລວມກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ໂອຕາລິດ ຫງວຽນຈູງກຽນ, ໃຫ້ຮູ້ວ່າ:

“ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບ ສ. ໂອຕາລິດ ແມ່ນສາຍພົວພັນພົ້ນເດັ່ນພໍສົນຄວນໃນຈຳນວນບັນດາປະເທດ ເອີລົບ. ໂອຕາລິດ ແມ່ນປະເທດທຳອິດຮັບຮູ້ ແລະ ສ້າງສາຍພົວພັນທາງການທູດກັບ ຫວຽດນາມ ແລະ ກ່ອນທີ່ ຫວຽດນາມ ລົງນາມໃນສັນຍາສັນຕິພາບຢູ່ ປາຣີ. ປະຈຸບັນ, ໂອຕາລິດ ແມ່ນໜຶ່ງໃນບັນດາຄູ່ຄ້າແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ. ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ໂອຕາລິດ ໃນຈຸດເວລາຍອດສູງແມ່ນເກືອບ 4 ຕື້ USD. ການພົວພັນຮ່ວມມືໄດ້ເປີດກວ້າງສູ່ຂົງເຂດອື່ນ, ຄືການສຶກສາບຳລຸງສ້າງ, ວັດທະນະທຳ.”

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ໂອຕາລິດ Alexander Schallenberg ເມື່ອເດືອນ ເມສາ 2023 ຢູ່ ຮ່າໂນ້ຍ
(ພາບປະກອບ: TTXVN)

ທາງດ້ານການເມືອງ, ຫວຽດນາມ ແລະ ໂອຕາລິດ ໄດ້ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ໂອຕາລິດ Sebanstia Kurz (ເດືອນ ກັນຍາ 2021), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມກອງປະຊຸມສະຫະພັນບັນດາປະທານສະພາແຫ່ງຊາດຢູ່ ໂອຕາລິດ (ເດືອນ ກັນຍາ 2021), ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄປຢ້ຽມຢາມ ໂອຕາລິດ (ເດືອນ ເມສາ 2023). 2 ປະເທດໄດ້ສົມທົບກັນເປັນປະຈຳຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາກົນໄກສາກົນ, ຄື: ສະຫະປະຊາຊາດ, ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ເອີລົບ (ອີຢູ), ເວທີປາໄສຮ່ວມມື ອາຊີ - ເອີລົບ (ອາແຊມ).

ທາງດ້ານເສດຖະກິດ, ໂອຕາລິດ ນອນໃນກຸ່ມ 10 ຄູ່ຮ່ວມມືສົ່ງອອກແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ ແລະ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ໂອຕາລິດ ໃນ ອາຊຽນ. ສະເພາະປີ 2022, ວົງເງິນການຄ້າ 2 ສົ້ນບັນລຸເກືອບ 2,8 ຕື້ USD. ໃນ 4 ເດືອນຕົ້ນປີ 2023, ຕົວເລກນີ້ແມ່ນກວ່າ 1 ຕື້ USD. ດ້ວຍບັນດາສັນຍາການຄ້າທີ່ມີຜົນສັກສິດແລ້ວ, ສະພາບແວດລ້ອມນັບມື້ນັບສະດວກ, ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ແຮງງານມີຄຸນນະພາບສູງ, ຫວຽດນາມ ພວມແມ່ນຕະຫຼາດລົງທຶນທີ່ດູດດື່ມຂອງ ໂອຕາລິດ ແລະ ອີຢູ. ໂອຕາລິດ ຢືນອັນດັບທີ 44/143 ປະເທດ ແລະ ເຂດແຄວ້ນລົງທຶນເຂົ້າ ຫວຽດນາມ, ດ້ວຍ 41 ໂຄງການມີຜົນສັກສິດດ້ວຍຍອດມູນຄ່າ 148 ລ້ານ USD.

(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ, ຫງວຽນຈູງກຽນ)

ເຮັດໃຫ້ການພົວພັນທຸກດ້ານເລິກເຊິ່ງກວ່າ, ພິເສດແມ່ນການຮ່ວມມືດ້ານການຄ້າ

ຕາມທ່ານເອກອັກຄະລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ Hans Peter Glanzer ແລ້ວ, ການເດີນທາງໄປຢ້ຽມຢາມປະເທດ ໂອຕາລິດ ຂອງທ່ານປະທານປະເທດ ຫວໍວັນເຖືອງ ມີຄວາມສຳຄັນ ແລະ ມີຄວາມໝາຍໃຫຍ່ຫຼວງ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ປະເທດໃຫ້ດີກວ່າເກົ່າ. ສ່ວນຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ, ຫງວຽນຈູງກຽນ ແລ້ວ, ການເດີນທາງໄປຢ້ຽມຢາມ ໂອຕາລິດ ຄັ້ງນີ້ຂອງທ່ານປະທານປະເທດ ຫວໍວັນເຖືອງ ຈະປະກອບສ່ວນເພີ່ມທະວີການຮ່ວມມື 2 ຝ່າຍ ຫວຽດນາມ - ໂອຕາລິດ ແລະ ການຮ່ວມມືຫຼາຍຝ່າຍຂອງ ຫວຽດນາມ.

“ນີ້ແມ່ນໂອກາດສຳຄັນເພື່ອຊຸກຍູ້ການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ໂອຕາລິດ, ເຊິ່ງແມ່ນໜຶ່ງໃນບັນດາປະເທດມີການພົວພັນດ້ານການຄ້າແຖວໜ້າກັບ ຫວຽດນາມ ຢູ່ ເອີລົບ. ການຢ້ຽມຢາມກໍ່ມີຄວາມສຳຄັນຍິ່ງ ຍ້ອນ ໂອຕາລິດ ແມ່ນສູນຮ່ວມມືຫຼາຍຝ່າຍໃຫຍ່ທີ 3 ຂອງໂລກ, ແມ່ນເຂດທີ່ສະຫະປະຊາຊາດໄດ້ຕັ້ງສຳນັກງານຫຼາຍແຫ່ງ. ການເດີນທາງໄປຢ້ຽມຢາມຄັ້ງນີ້ຂອງປະທານປະເທດ ກໍ່ມີການເຄື່ອນໄຫວກັບ ສະຫະປະຊາຊາດ ແລະ ບັນດາອົງການຂອງສະຫະປະຊາຊາດ ເພື່ອແນໃສ່ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ”.

ບົນພື້ນຖານການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ໃນການຢ້ຽມຢາມ ໂອຕາລິດ ຂອງທ່ານປະທານປະເທດ ຫວໍວັນເຖືອງ ຄັ້ງນີ້ ຈະຊຸກຍູ້ການຮ່ວມມືໃນທຸກດ້ານລະຫວ່າງ 2 ປະເທດໃຫ້ດີກວ່າເກົ່າ, ໂດຍສະເພາະແມ່ນໃນບາງຂົງເຂດຮ່ວມມືໃໝ່, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ການຄ້າເອເລັກໂຕນິກ, ການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງ, ພະລັງງານທົດແທນ, ແຮງງານ ແລະ ການບຳລຸງສ້າງແຮງງານ, ກະສິກຳອັດສະລິຍະ, ການກຳຈັດຂີ້ເຫຍື້ອສິ່ງເສດເຫຼືອ… ພ້ອມທັງ, ຊຸກຍູ້ການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ ໃຫ້ບັນລຸປະສິດທິຜົນ, ກໍຄືຜ່ານ ໂອຕາລິດ, ຊຸກຍູ້ບັນດາປະເທດອື່ນໃນກຸ່ມ ອີຢູ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ ອີຢູ ໂດຍໄວ.