ວັນ​ທີ 22/5, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫວຽດ​ນາມຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021. ບັດ​ເລືອກ​ຕັ້ງ​ແຕ່​ລະ​ໃບ ບໍ່​ພຽງ​ແຕ່​ເປັນ​ການຢັ້ງ​ຢືນ​ສິດ​ພົນ​ລະ​ເມືອງ​ຂອງ​ປະ​ເທດ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ, ການ​ຝາກ​ຝັງ​ຄວາມ​ຮັບ​ຜິດ​ຊອບ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ນັບ​ລ້ານ​ຄົນໃນ​ທົ່ວ​ປະ​ເທດ​ສຳ​ລັບ​ບັນ​ດາ​ຜູ້​ໄດ້​ຮັບ​ເລືອກ​ຕັ້ງ.


ທ່ານ ຫງວຽນ​ວັນ​ຟາ ຮອງ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ (baomoi.com)

ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ແລະ ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງແມ່ນ​ບັນ​ດາ​ສິດ​ການ​ເມືອງ​ອັນ​ເປັນ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​ຊຶ່ງ​ໄດ້​ລ​ະ​ບຸ​ໃນ​ລັດ​ຖະ​ທຳ​ມະ​ນູນ. ຈາກ ລັດ​ຖະ​ທຳ​ມະ​ນູນ​ປີ 1946 ຊຶ່ງ​ແມ່ນ ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ທຳ​ອິດ​ຂອງ​ຫວຽດ​ນາມ ຈົນ​ເຖິງ ລັດ​ຖະ​ທຳ​ມະ​ນູນ​ປີ 2013 (ໃນ​ມາດ​ຕາ 27). ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອ​ກາດ​ຂ່ຳ​ນັບ​ຮັບ​ຕ້ອນ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 1, ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ເຄີຍ​ເວົ້າ​ວ່າ : “ ບັດ​ເລືອກ​ຕັ້ງແມ່ນ​ມີ​ຄຸນ​ຄ່າ​ອັນ​ສູງ​ສົ່ງ, ເປັນ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ເຮົາ​ໄດ້​ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ. ເພາະ​ສະ​ນັ້ນ, ສຳ​ລັບ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ເທດ​ຊາດ ກໍ​ຄື​ຜົນ​ປະ​ໂຫຍດ​ສະ​ເພາະ​ຂອງ​ແຕ່​ລະ​ຄົນ​ນັ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕ້ອງ​ເຮັດຫຼ້ອນ​ໜ້າ​ທີ່​ຂອງ​ຕົນ​, ໝາຍ​ຄວາມວ່າ ຕ້ອງ​ບອກ​ເຕືອນ​ກັນ​ໄປ​ບ່ອນ​ບັດ​ໃນ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ”

ບັດ​ເລືອກ​ຕັ້ງແຕ່ລະ​ໃບປຽບ​ເໝືອນ​ສີ​ລາ​ລຶກ​ເພື່ອ​ສ້າງ​ພື້ນ​ຖານກໍ່​ສ້າງ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົ​ງ​ເຂັ້ມ​ແຂງ

ເນື່ອງ​ໃນ​ໂອ​ກາດ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ເມື​ອ່​ປີ 1946, ທ່ານ​ປະ​ທານ​ໂຮ່​ຈິ​ມິນ ໄດ້​ເວົ້າ​ວ່າ “ ບັດ​ເລືອກ​ຕັ້ງແຕ່ລະ​ໃບປຽບ​ເໝືອນ​ສີ​ລາ​ລຶກ​ເພື່ອ​ສ້າງ​ພື້ນ​ຖານກໍ່​ສ້າງ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບໝັ້ນ​ຄົ​ງ​ເຂັ້ມ​ແຂງ”. ບົນ​ເນື້ອ​ໃນ​ຈິດ​ໃຈ​ ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດເມື່ອ​ປີ 1946 ແລະ ​ວັນ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ຕໍ່ໆ​ໄປ, ພັກ ແລະ ລັດ​ຫວຽດ​ນາມ​ຍາ​ມ​ໃດ​ກໍ​ເຊີດ​ຊູ​ການ​ເສີມ​ຂະ​ຫຍາຍ​ຈິດ​ໃຈ, ເຈດ​ຈຳ​ນົງ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ຫງວ​ຽນ​ຈ້ອງ​ຟຸກ ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ ( ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ)ໃຫ້​ຮູ້​ວ່າ :

“ ໂດຍ​ຜ່ານ ບັດ​ເລືອກ​ຕັ້ງຂອງ​ຕົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຕ່​ລະ​ຄົນ​ປະ​ກອບ​ສ່ວນກໍ່​ສ້າງ​ລັດ​ໃຫ້​ ນັບ​ມື້​ນັບ​​ໝັ້ນ​ຄົ​ງ​ເຂັ້ມ​ແຂງ. ແລະ ກໍ​ຜ່ານບັດ​ເລືອກ​ຕັ້ງ ກໍ​ເປັນ​ການ​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ, ເຈດ​ຈຳ​ນົງ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ນ້ຳ​ໃຈ​ສາ​ມັກ​ຄີ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ການ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫງ​ຊາດ​ຊຸດ​ທີ 14 ໃກ້​ຈະ​ມາ​ເຖິງ​ແລ້ວ, ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ຄວນ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ນີ້”

ທ່ານ ຫງວຽນ​ວັນ​ຟາ ຮອງ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ ກົດ​ໝາຍ​ໄດ້​ກຳ​ນົດ​ວ່າ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ແມ່ນບໍ່​ພຽງ​ແຕ່​ແມ່ນ​ປະ​ຕິ​ບັດສິດຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພັນ​ທະ​ຂອງ​ພົນ​ລະ​ເມືອງ​ອີກ​ດ້ວຍ. ທ່ານ ຫງວຽນ​ວັນ​ຟາ ຮອງ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ :

“​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງໄດ້​ເລືອກ​ເອົາບັນ​ດາ​ຜູ້​ທີ່​ເປັນ​ຄົວ​ແທນ​ໃຫ້​ແກ່​ຕົນ​ເຂົ້າ​ເຮັດ​ວຽກ​ໃນ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ອຳ​ນາດ​ແຫ່ງ​ລັດ​ຢູ່​ຂັ້ນ​ສູນ​ກາງ ແລະ​ທ້ອງ​ຖິ່ນ. ເປັນ​ອັນ​ວ່າ ບັນ​ດາ ຜູ້​ມີ​ສິດ​ເລືອກ​ຕັ້ງຄວນ​ຮັບ​ຮູ້​ໃນ​ການກໍ່​ສ້າງ​ລັດ, ອຳ​ນາດ​ການ​ປົກ​ຄອງ​ດ້ວຍ​ການ​ໄປ​ປ່ອນ​ບັດ​ຢ່າງ​ຄົບ​ຖ້ວນ. ພິ​ເສດ​ຄວນ​ເອົາ​ໃຈ​ໃສ່​ຄົ້ນ​ຄ້​ວາ​ຊີ​ວະ​ປະ​ຫວັດ​ຫຍໍ້, ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໂດຍ​ລະ​ອຽດ ເພາະ​ວ່າ​​ໃນ​ພາບ​ດຽວ, ພວກ​ເຮົາຕ້ອງ​ດຳ​ເນີນ​ການ​ປ່ອນ​ບັດ​ໃນ 4 ຂັ້ນ​, ທັງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ, ເມືອງ ແລະ ຕາ​ແສງ ”

ເອົາ​ໃຈ​ໃສ່​ເຖິງ​ໂຄງ​ການ​ດຳ​ເນີນ​ງານ​ຂອງ ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ

ໂດຍ​ຮັບ​ຮູ້ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ໃນ​ການ​ເລືອກ​ເອົາ​ຜູ້​ແທນ​ເຂົ້າ​ໃນ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ອຳ​ນາດ​ແຫ່ງ​ລັດ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ ໂຄງ​ການ​ດຳ​ເນີນ​ງານ​ຂອງບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ທ່ານ​ດິງ​ຊວນ​ເງີ້ຍ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ​ບາ​ດິງ ແບ່ງ​ປັນ​ວ່າ :

“ສະ​ມາ​ຊິກ​ສະ​ພາ​ແຫງ​ຊາດ​ຕ້ອງ​ໃກ້ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ, ເກັບ​ກຳ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ເພື່ອ​ສ່ອງ​ແສງ​ເຖິງ​ສະ​ພາ​ແຫ່​ງ​ຊາດ, ຕ້ອງ​ເຮັດ​ຈັ່ງ​ຊັ້ນ ຈຶ່ງ​ສາ​ມາດ​ເຮັດຫຼ້ອນ​ໜ້າ​ທີ່ຂອງ​ຕົ​ນ. ບັນ​ດາ ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຕ້ອງ​ມີ ໂຄງ​ການ​ດຳ​ເນີນ​ງານ​ເພື່ອ​ລາຍ​ງານ​ຕໍ່​ປະ​ຊາ​ຊົນ​ຢ່າງ​ຈະ​ແຈ້ງ”

ສ່ວນ​ທ່ານ​ຝ້າມ​ຮີ​ຖຸ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ​ດົງ​ດາ, ຮ່າ​ໂນ້ຍ ຖື​ວ່າ :

“ ຢາກ​ຮູ້​ວ່າ ຜູ້​ແທນ​ມີ​ຄວາມ​ສາ​ມາດຫຼືບໍ່​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຈະ​ຮັບ​ຟັງ​ແຜນ​ຄາດ​ຄະ​ເນ​ວຽກ​ງານ​ຂອງ​ເຂົາ​ເຈົ້າ. ຕ້ອງ​ເບິ່ງວ່າ ເຂົາ​ເຈົ້າ​ຈະ​ເຮັດ​​ຄືແນວ​ໃດ​ເພື່ອກໍ່​ສ້າງ​ທ້ອງ​ຖິ່ນ​. ຄວາມ​ມຸງ​ຫວັງ​ຂອງ​ປະ​ຊາ​ຊົນ​ແມ່ນ​ຢາກ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ​ເສດ​ຖະ​ກິດ, ມີ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ສັງ​ຄົ​ມ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ເຂດ​ໝູ່​ເກາະ​ທະ​ເລ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ ແລະ ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ ”

ບັດ​ເລືອກ​ຕັ້ງແຕ່​ລະ​ໃບ​ແມ່ນ​ສິດ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອ​ງ​ພົນ​ລະ​ເມືອງ. ເພາະ​ສະ​ນັ້ນ, ວັນ​ທີ 22/5 ທີ່ຈະ​ມາ​ເຖິງ, ການ​ທີ່ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ເລືອກ​ເອົາ​ບັນ​ດາ​ຜູ້​ທີ່​ສົມ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດ​ຈຳ​ນົງ, ຄວາມ​ມຸງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ເຂົ້າ​ໃນ​ສະ​ພາ​ແຫງ​ຊາດ​ ແລະ ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ ກໍ​ເປັນ​ພະ​ຍານຫຼັກ​ຖານ​ທີ່​ຈະ​ແຈ້ງ​ເພື່ອຢັ້ງ​ຢືນ​ສິດ​ພົນ​ລະ​ເມືອງ​ຂອງ​ປະ​ເທດ​ແຫ່ງ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​ໃນ​ລະ​ດັບ​ສູງ​ສຸດ.