ພາຍຫຼັງສິ້ນສຸດການປຶກສາຫາລື 3 ຮອບ, ໃນຈຸເວລານີ້, ບັນດາທ້ອງຖິ່ນຢູ່ຫວຽດນາມໄດ້ເລີ່ມດຳເນີນບັນດາກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເພື່ອໃຫ້ບັນດາຜູ້ອອກສະໝັກຮັບເລືອກຕັ້ງໃນຈຳນວນຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫງຊາດທັງໝົດ 870 ຄົນດຳເນີນການຂົນຂວາຍຫາສຽງເລືອກຕັ້ງ. ນີ້ແມ່ນການເຄື່ອນໄຫວທີ່ສຳຄັນເພື່ອໃຫ້ບັນດາຜູ້ອອກສະໝັກຮັບເລືອກຕັ້ງສະເໜີຕໍ່ຜູ້ມີສິດເລືອກຕັ້ງກ່ຽວກັບຄາດຄະເນໂຄງການດຳເນີນງານຂອງຕົນຖ້າຫາກໄດ້ຮັບການເລືອກຕັ້ງ. ນີ້ກໍແມ່ນໂອກາດເພື່ອໃຫ້ບັນດາຜູ້ມີສິດເລືອກຕັ້ງມີຂໍ້ມູນຂ່າວສານຕື່ມອີກກ່ຽວກັບບັນດາຜູ້ອອກສະໝັກຮັບເລືອກຕັ້ງ ແລະ ຕັດສິນໃນການປ່ອນບັດເລືອກຕັ້ງ.
![]() ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງຮ່ວານກ້ຽມ-ຮ່າໂນ້ຍ |
ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແລ້ວ, ຫຼັກການຂົນຂວາຍຫາສຽງເລືອກຕັ້ງແມ່ນໄດ້ດຳເນີນຢ່າງມີປະຊາທິປະໄຕ, ເປີດເຜີຍ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ການຂົນຂວາຍຫາສຽງເລືອກຕັ້ງຂອງ ຜູ້ອອກສະໝັກຮັບເລືອກຕັ້ງໄດ້ດຳເນີນດ້ວຍຮູບແບບຕ່າງໆເຊັ່ນ: ພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຊຶ່ງແມ່ນບ່ອນທີ່ຕົນຢູ່ອາໄສເພື່ອຍື່ນສະເໜີໂຄງການດຳເນີນງານ ຖ້າຫາກໄດ້ຮັບການເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ
ໂຄງການດຳເນີນງານທີ່ຕິດແທດຕົວຈິງ
ຜ່ານບັນດາການລົງພົບປະກັບຜູ້ມີສິດເລືອກຕັ້ງ ໄດ້ສະແດງໃຫ້ເຫັນວ່າ ບັນດາໂຄງການດຳເນີນງານຂອງບັນດາຜູ້ອອກສະໝັກຮັບເລືອກຕັ້ງ ລ້ວນແຕ່ຕິດແທດ ກັບຊີວິດຕົວຈິງ, ເຕື້ອງເຖິງຫຼາຍບັນຫາທີ່ຫາງສຽງມີຄວາມສົນໃຈ. ທີ່ການພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ເນັ້ນໜັກເຖິງ 3 ໜ້າທີ່ຈຸດສຸມໃນໂຄງການດຳເນີນງານຂອງຕົນ, ໃນນັ້ນມີການເລັ່ງໃສ່ກໍ່ສ້າງພັກ ແລະ ລະບົບການເມືອງ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ກໍ່ສ້າງກົງຈັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ. ເພື່ອຮັກສາການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໄດ້ຮັບຖືວ່າ ແມ່ນໜ້າທີ່ສຳຄັນຕ້ອງປະຕິບັດເປັນປະຈຳ; ຮັກສາເອກະລາດອະທິປະໄຕແຫ່ງຊາດ, ໃນນັ້ນມີອະທິປະໄຕເຂດທະເລ, ຫມູ່ເກາະ ກໍຄືສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ເພື່ອປະຕິບັດວຽກງານນີ້ໃຫ້ໄດ້, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ກຳໜົດວ່າ ຕ້ອງຜູກພັນກັບປະຊາຊົນ, ຮັບຟັງຄຳເຫັນຂອງປະຊາຊົນເປັນປະຈຳ ແລະ ຮັກສາການພົວພັນກັບປະຊາຊົນໃຫ້ດີ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍົກອອກບັນດາວິທີການແກ້ໄຂເພື່ອພ້ອມກັບພັກ, ສະພາແຫ່ງຊາດ ແລະ ປະຊາຊົນສູ້ຊົນນຳຫວຽດນາມກາຍເປັນປະເທດອຸດສາຫະກຳໂດຍພື້ນຖານຕາມທິດທັນສະໄໝ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເຕື້ອງເຖິງບັນດາກົນໄກນະໂຍບາຍເພື່ອປົດປ່ອຍກຳລັງການຜະລິດ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດພັດທະນາ, ຄວບຄຸມໜີ້ສາທາລະນະ, ແກ້ໄຂໜີ້ເສຍ, ເດັດດ່ຽວຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ກໍ່ສ້າງລັດຖະບານບໍລິສຸດຜຸດຜ່ອງ, ຮັບປະກັນ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕຂອງປະເທດຊາດ; ຍູ້ແຮງການກໍ່ສ້າງຊົນນະບົດໃໝ່. ພ້ອມກັນນັ້ນ ແມ່ນບັນດາວິທີການແກ້ໄຂຫຼຸດຜ່ອນອັດຕາຄອບຄົວທຸກຍາກ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.
ເບິ່ງລວມແລ້ວ, ໃນ ໂຄງການດຳເນີນງານ, ບັນດາຜູ້ອອກສະໝັກຮັບເລືອກຕັ້ງຕ່າງກໍຢັ້ງຢືນຈະຕັ້ງໜ້າປະກອບສ່ວນສະຕິປັນຍາ, ເຫືອ່ແຮງຢ່າງເໝາະສົມດ້ວຍຄວາມໄວ້ວາງໃຈ, ເຊື່ອໝັ້ນ, ແລະ ການຝາກຝັງຂອງຜູ້ມີສິດເລືອກຕັ້ງ, ເພີ່ມທະວີການລົງພົບປະກັບຜູ້ມີສິດເລືອກຕັ້ງ. ບັນດາຜູ້ອອກສະໝັກຮັບເລືອກຕັ້ງຍັງໝັ້ນໝາຍວ່າ ໃນຂອບເຂດໜ້າທີ່, ສິດອຳນາດຂອງຕົນ, ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບເພື່ອແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ລາຍງານໝາກຜົນກັບ ຜູ້ມີສິດເລືອກຕັ້ງ. ເມື່ອຕີລາຄາກ່ຽວກັບ ໂຄງການດຳເນີນງານຂອງບັນດາຜູ້ອອກສະໝັກຮັບເລືອກຕັ້ງ, ທ່ານບຸຍວັນຊວຽນ ກຳມະການປະຈຳກຳມາທິການກົດໝາຍຂອງສະພາແຫ່ງຊາດຫວຽດນາມ ຖືວ່າ :
“ ສິ່ງທີ່ສຳຄັນຂອງ ໂຄງການດຳເນີນງານຂອງຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫງຊາດແມ່ນສະແດງໃຫ້ເຫັນສຽງເວົ້າຂອງຜູ້ມີສິດເລືອກຕັ້ງໃນກອງປະຊຸມສະພາແຫ່ງຊາດ ແລະ ຕໍ່ໜ້າອົງການສຳນັກງານສູນກາງ, ທ້ອງຖິ່ນເພື່ອສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ສາມາດແກ້ໄຂ ແລະ ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ນັບທັງການພັດທະນາເສດຖະກິດ, ສັງຄົມ, ຮັກສາສະຖຽນລະພາບທາງດ້ານການເມືອງຂອງປະເທດຊາດ ”
ຜູ້ມີສິດເລືອກຕັ້ງມີຄວາມເຊື່ອໝັ້ນ
ຜ່ານບັນດາການພົບປະລະຫວ່າງບັນດາຜູ້ອອກສະໝັກຮັບເລືອກຕັ້ງ, ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ຖ້າຫາກໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈະຜັນຂະຫຍາຍໂຄງການດຳເນີນງານຢ່າງມີປະສິດທິຜົນ, ເສີມຂະຫຍາຍພູມປັນຍາ, ປ່ຽນໃໝ່ ແລະ ຍົກສູ ງການເຄື່ອນໄຫວຂອງສະພາແຫ່ງຊາດ, ຕິດຕາມກວດກາ ແລະ ແກ້ໄຂບັນດາບັນຫາໃຫຍ່ຂອງປະເທດຊາດ. ຜູ້ມີສິດເລືອກຕັ້ງ ຢູ່ຊຸ່ງແຊວໂຮ່ ຢູ່ເມືອງ ຊີມາກາຍ ແຂວງ ລ່າວກາຍ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າຕີລາຄາສູງທີ່ສຸດກ່ຽວກັບໂຄງການດຳເນີນງານຂອງບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ. ສຳລັບບັນດາຜູ້ອອກສະໝັກຮັບເລືອກຕັ້ງໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ນັ້ນ, ພວກຂ້າພະເຈົ້າມີຄວາມຫວັງວ່າ ບັນດາສະມາຊິກສະພາແຫງຊາດມີຄວາມເອົາໃຈໃສ່ກ່ຽວກັບລະບອບນະໂຍບາຍໃຫ້ແກ່ປະຊາຊົນ ”
ຄຳໝັ້ນໝາຍຂອງສະມາຊິກສະພາແຫ່ງຊາດແມ່ນຄວາມເປັນກຽດ, ແມ່ນຄວາມເຄົາລົບຕົນເອງ. ເພາະສະນັ້ນ, ພ້ອມກັບຄຳໝັ້ນໝາຍໃນການຂົນຂວາຍຫາສຽງເລືອກຕັ້ງ, ການເກັ້ຍກອມດ້ວຍການເຄື່ອນໄຫວຕົວຈິງຂອງຜູ້ອອກສະໝັກຮັບເລືອກຕັ້ງແຕ່ລະຄົນ ແມ່ນສິ່ງທີ່ສຳຄັນ, ປະກອບສ່ວນປັບປຸງຄວາມເຊື່ອໝັ້ນຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ອົງການນິຕິບັນຍັດ.

