ການຢ້ຽມຢາມ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ດຳເນີນໄປຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ແຫ່ງຣາຊະອານາຈັກ ກຳປູເຈຍ. ການຢ້ຽມຢາມໄດ້ດຳເນີນໃນລະຫວ່າງວັນທີ 12 – 16/6/2016. ແລະໃນສະພາບການທີ່ ຫວຽດນາມ ແລະ ລາວ ກະກຽມສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962 -5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977 – 18/7/2017), ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ຝ່າຍ ຫວຽດນາມ - ກຳປູເຈຍ (24/6/1967 – 24/6/2017).
ປັບປຸງການພົວພັນທີ່ເປັນມູນເຊື້ອອັນດີງາມ
ສືບຕໍ່ພັດທະນາການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ-ກຳປູເຈຍ
ໄປຄຽງຄູ່ກັບຜົນງານອັນໃຫຍ່ຫຼວງກ່ຽວກັບດ້ານການເມືອງ, ການທູດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ປຶກສາຫາລືເນື້ອໃນດ້ານເສດຖະກິດຢ່າງເລິກເຊິ່ງ, ກ້ວາງຂວາງກັບການນຳລາວ ແລະ ກຳປູເຈຍ. ການນຳຂັ້ນສູງຂອງລາວ ແລະ ກຳປູເຈຍ ຢັ້ງຢືນວ່າບັນດາໂຄງການລົງທຶນຂອງ ຫວຽດນາມ ເຂົ້າລາວ ແລະ ກຳປູເຈຍ ໄດ້ປະກອບສ່ວນໃຫ້ແກ່ການເຕີບໂຕຢູ່ແຕ່ລະປະເທດ, ສ້າງວຽກເຮັດງານທຳ, ປະກອບສ່ວນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ແລະ ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.
ກ່ຽວກັບດ້ານການຄ້າ, ການນຳ ລາວ ແລະ ກຳປູເຈຍ ລ້ວນແຕ່ຖືວ່າ: ຄວາມສາມາດບົ່ມຊ້ອນຍັງໃຫຍ່ຫຼວງຢູ່, ຕ້ອງມານະພະຍາຍາມກ່ວາອີກເພື່ອເຮັດໃຫ້ເງິນການຄ້າເຕີບໂຕ. ນອກນັ້ນ, ເລື່ອງເຊື່ອມຕໍ່ໂຄງລ່າງຄົມມະນາຄົມເວົ້າສະເພາະ ກໍ່ຄືການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ກັບ ຫວຽດນາມ ແລະ ເຊື່ອມຕໍ່ເສດຖະກິດ 3 ປະເທດໃນຂອບເຂດ CLV (ກຳປູເຈຍ, ລາວ, ຫວຽດນາມ), CLMV (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ) ກໍ່ໄດ້ນຳມາປຶກສາຫາລື ແລະ ເຫັນດີເປັນເອກະພາບ. ລາວປາດຖະໜາຢາກເປີດກ້ວາງຮູບແບບ “ປະຕູດຽວ, ຈອດເທື່ອດຽວ” ເຊິ່ງປະຈຸບັນພວມໄດ້ຮັບການນຳໃຊ້ຢ່າງມີປະສິດທິຜົນຢູ່ດ່ານຊາຍແດນສາກົນ ລາວບາວ - ແດນສະຫວັນ. ສຳລັບລາວແລ້ວ, 2 ຝ່າຍໄດ້ເຫັນດີເປັນເອກະສັນສູ້ຊົນປະຕິບັດແຜນການຮ່ວມມືລະຫວ່າງ 2 ລັດຖະບານໃນປີ 2016 ແລະ ສັນຍາຮ່ວມມື 2 ຝ່າຍ ຫວຽດນາມ - ລາວ ໄລຍະ 2016 – 2020 ຢ່າງມີໄຊ. ສຳລັບກຳປູເຈຍ, 2 ຝ່າຍເຫັນດີເປັນເອກະສັນຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ຄັ້ງທີ 14 ແລະ ກອງປະຊຸມຮ່ວມມືບັນດາແຂວງເຂດຊາຍແດນຄັ້ງທີ 8 ຢ່າງມີປະສິດທິຜົນ.
ກ່ຽວກັບດ້ານການສຶກສາ, ວັດທະນະທຳ - ສັງຄົມ, ຫວຽດນາມ ແລະ ລາວ ເຫັນດີເປັນເອກະສັນສົມທົບກັນຈັດຕັ້ງສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ, ສົມທົບກັນຜັນຂະຫຍາຍການກໍ່ສ້າງບັນດາກິດຈະກຳກ່ຽວກັບນຳ້ໃຈມິດຕະພາບ 2 ປະເທດ, ໃນນັ້ນມີສວນສາທາລະນະປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ ວຽງຈັນ.
ໃນບັນດາບັນຫາສາກົນ, ທັງ ລາວ ແລະ ກຳປູເຈຍ ລ້ວນແຕ່ເຫັນດີເປັນເອກະສັນກັນໂດຍຖືວ່າ: ສະພາບການຢູ່ພາກພື້ນຍັງມີການຜັນແປສັບສົນຫຼາຍຢ່າງ, ຕ້ອງສົ່ງເສີມການແກ້ໄຂບັນດາການຂັດແຍ້ງກັນດ້ວຍມາດຕະການສັນຕິພາບ, ລວມທັງການເຈລະຈາ ແລະ ທາບທາມຄວາມເຫັນ, ຄວາມລະງັບໃຈ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ກຳລັງອາວຸດ, ເໝາະສົມກັບບັນດາຫຼັກການທີ່ໄດ້ຮັບຮູ້ຢ່າງກ້ວາງຂວາງຂອງກົດໝາຍສາກົນເຊິ່ງລວມມີ: ສົນທິສັນຍາ ສປຊ ປີ 1982 ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). 2 ຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນນຳກັນ ແລະ ກັບບັນດາປະເທດສະມາຊິກອື່ນຂອງຄະນະກຳມະການແມ່ນຳ້ຂອງສາກົນ ເພື່ອແນໃສ່ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນຳ້ແມ່ນຳ້ຂອງແບບຍືນຍົງ.
ບັນດາຜົນງານທີ່ບັນລຸໄດ້ໃນການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແມ່ນສຳຄັນທີ່ສຸດ ແລະ ຮອບດ້ານ. ໝາກຜົນນີ້ໄດ້ສ້າງພື້ນຖານຢ່າງໝັ້ນຄົງເພື່ອນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບ ລາວ ແລະ ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນຳ້ໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ແບບຍືນຍົງຍາວນານກັບ ກຳປູເຈຍ ໃຫ້ນັບມື້ນັບພັດທະນາ.
