(vovworld)- ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ໄດ້ຍື່ນສະເໜີເປັນເທື່ອທຳອິດຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ນີ້ແມ່ນໜຶ່ງໃນບັນດາກົດໝາຍຕ້ອງຜັນຂະຫຍາຍພາຍຫລັງລັດຖະທຳມະນູນປີ 2013 ມີຜົນບັງຄັບໃຊ້. ການສ້າງ ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ເພື່ອແນໃສ່ສ້າງພື້ນຖານດ້ານນິຕິກຳເພື່ອສ້າງລັດຖະບານທີ່ເຂັ້ມແຂງ, ແທດເໝາະກັບການພັດທະນາຂອງປະເທດຊາດໃນໄລຍະຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ ກໍ່ຄືສ້າງພື້ນຖານບໍລິຫານທັນສະໄໝ.
ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ໄດ້ເພີ່ມເຕີມບາງຫຼັກການເພື່ອໃຫ້ເໝາະສົມກັບພາລະໜ້າທີ່ເປັນອົງການບໍລິຫານລັດສູງສຸດ, ປະຕິບັດສິດບໍລິຫານ, ອົງການບໍລິຫານງານຂອງສະພາແຫ່ງຊາດ. ກົດໝາຍໄດ້ຫັນໜ້າທີ່, ສິດອຳນາດຂອງລັດຖະບານ, ນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງເປັນລະອຽດໃນການຄາດຄະເນ, ສະເໜີ, ສ້າງນະໂຍບາຍ, ຕັດສິນກົນໄກ, ນະໂຍບາຍທີ່ມີຍຸດທະສາດ, ມະຫາພາກໃນການບໍລິຫານປະເທດຊາດ.

(ພາບປະກອບ: baomoi.com)
ຮັບປະກັນລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງລັດຖະບານໃນການບໍລິຫານ
ຕາມທ່ານຫງວຽນທາຍບິງ, ລັດຖະມົນຕີກະຊວງພາຍໃນແລ້ວ, ໜຶ່ງໃນບັນດາຈຸດໝາຍຂອງການສ້າງ ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ແມ່ນເພື່ອແນໃສ່ສືບຕໍ່ສ້າງກົນໄກຊີ້ນຳນຳພາ ແລະ ການບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃຫ້ສຳເລັດ, ຮັບປະກັນລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຂະຫຍັນຂັນເຂື່ອນ, ມີໄຫວພິບເພື່ອແກ້ໄຂບັນດາບັນຫາຂອງຊີວິດຕົວຈິງ, ສອດຄ່ອງກັບລັດຖະທຳມະນູນປີ 2013. ທ່ານຟານຈຸງລີ ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຖືວ່າ:
“ໃນຍຸກສະໄໝຫັນເປັນໂລກກາພິບັດ ແລະ ເຊື່ອມໂຍງເຂົ້າກັບໂລກຢ່າງກວ້າງຂວາງ, ເລິກເຊິ່ງຄືປະຈຸບັນ, ດ້ວຍຖານະແມ່ນອົງການປະຕິບັດສິດບໍລິຫານ ຕ້ອງປະຕິບັດເປັນຢ່າງດີພາລະໜ້າທີ່ສ້າງນະໂຍບາຍ, ຂອບເຂດ, ລະບຽບການໃຫ້ເໝາະສົມ ແລະ ສ້າງເງື່ອນໄຂອັນຈຳເປັນເພື່ອເສີມຂະຫຍາຍຄວາມສາມາດ ແລະ ກຳລັງປະດິດສ້າງຂອງ ປຊຊ; ສ້າງກົງຈັກບໍລິຫານລັດກະທັດລັດ, ມີປະສິດທິພາບ, ບັນລຸປະສິດທິຜົນ“.

ທ່ານຫງວຽນທາຍບິງ, ລັດຖະມົນຕີກະຊວງພາຍໃນ
(ພາບ: TTXVN))
