ລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ Nakatani
ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ Shangri-La.
ກອງປະຊຸມ Shangri-la 15 ໄດ້ໄຂຂຶ້ນໃນວັນທີ 3/6, ຢູ່ສິງກະໂປ, ໂດຍສະຖາບັນຄົ້ນ້ວາຍຸດທະສາດສາກົນ (IISS) ຈັດຕັ້ງ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນນັບຮ້ອຍຄົນ, ເຊິ່ງແມ່ນລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີປ້ອງກັນປະເທດ, ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂັ້ນສູງ ແລະ ຜູ້ຊ່ຽວຊານປະເທດຕ່າງໆ.
ຄັດຄ້ານການຮຽກສິດອະທິປະໄຕຢ່າງໄຮ້ເຫດຜົນຂອງຈີນຢູ່ທະເລຕາເວັນອອກ
ບໍ່ມີເນື້ອໃນໃດຖືກສຸມໃສ່ປຶກສາຫາລື ແລະ ປະກອບຄວາມເຫັນຢູ່ ກອງປະຊຸມ Shangri-la ຫຼາຍຄືບັນຫາທະເລຕາເວັນອອກ. ໃນເວທີປາໄສ, ລັດຖະມົນຕີປ້ອງກັນປະເທດຂອງຫຼາຍປະເທດ, ໃນນັ້ນມີ ອາເມລິກາ, ອັງກິດ, ຝລັ່ງ, ການນາດາ ແລະ ອິນເດຍ ໄດ້ພ້ອມກັນອອກສຽງຮຽກຮ້ອງປັກກິງຕ້ອງເຄົາລົບກົນໝາຍສາກົນ ແລະ ສະໜັບສະໜູນຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ເຊິ່ງແມ່ນແຫ່ງທີ່ມີບັນດາທາງທະເລສຳຄັນຂອງໂລກ.
ໃນບົດປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ໄດ້ຕັ້ງບັນຫາວ່າ, ການຂັດແຍ້ງກັນຢູ່ທະເລຕາເວັນອອກ ແມ່ນ 1 ໃນຈຳນວນຄວາມວິຕົກກັງວົນດ້ານຄວາມສະຫງົບປອດໄພ 7 ຢ່າງຢູ່ອາຊີ - ປາຊີຟິກ. ທ່ານຖືວ່າ, ພາກພື້ນ ແລະ ໂລກພວມຢູ່ໃນສະພາບ “ຂາດຄວາມສົມດຸນ“ ດ້ານຄວາມສະຫງົບປອດໄພ. ຢາກສ້າງຄວາມໝັ້ນຄົງຄືນໃໝ໋, ບັນດາຝ່າຍຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເຄົາລົບກັນ ແລະ ພ້ອມກັນຊົມໃຊ້ຜົນປະໂຫຍດ. ສຳລັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ໄທ ຖືວ່າ, ບັນດາປະເທດພວມມີການຂັດແຍ້ງກັນຄວນ “ປະກາດອະທິປະໄຕຕາມທິດບໍ່ເຫັນແກ່ຕົນເອງ, ຫາກເອົາໃຈໃສ່ກວ່າອີກເຖິງຜົນປະໂຫຍດລວມ“. ໃນຂະນະນັ້ນ, ທີ່ວາລະປະຊຸມຄົບຄະນະທຳອິດໃນວັນທີ 4/6 ດ້ວຍຫົວຂໍ້ວ່າ: “ແກ້ໄຂບັນດາການທ້າທາຍກ່ຽວກັບຄວາມໝັ້ນຄົງທີ່ສັບສົນຢູ່ອາຊີ“ ນັ້ນ, ທ່ານລັດຖະມົນຕີປ້ອງກັນປະເທດ ອາເມລິກາ Ashton Carter ກໍ່ສະແດງຄວາມວິຕົກກັງວົນຕໍ່ການກະທຳຂອງ ຈີນຢູ່ທະເລຕາເວັນອອກ, ເມື່ອທ່ານຢືນຢັນວ່າ, ຢູ່ທະເລຕາເວັນອອກ, ຈີນໄດ້ ແລະ ພວມປະຕິບັດບັນດາການກະທຳເປີດກວ້າງທີ່ບໍ່ເຄີຍມີມາກ່ອນ. ການກະທຳນີ້ໄດ້ກໍ່ຄວາມວິຕົກກັງວົນໃຫ້ບັນດາປະເທດທີ່ກ່ຽວຂ້ອງ ແລະ ພາໃຫ້ຈີນຖືກຕົກຢູ່ໂດດດຽວທາງດ້ານທັດສະນະ. ທ່ານຖືວ່າຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແມ່ນການທ້າທາຍ ແຕ່ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ຈີນ ແລະ ບັນດາປະເທດໃນພາກພື້ນສ້າງກົນໄກສະກັດກັ້ນການປະທະກັນ.
ນາຍົກລັດຖະມົນຕີໄທ ກ່າວຄຳເຫັນທີ່ພິທີ
ໄຂກອງປະຊຸມເຈລະຈາ Sangri-La 2016
ຍົກສູງເລື່ອງປະຕິບັດກົດໝາຍສາກົນ, ຮ່ວມມືແທນທີຈະປະເຊີນໜ້າ
ຕໍ່ໜ້າຜູ້ແທນນັບຮ້ອຍຄົນທີ່ມາຈາກບັນດາປະເທດ ອາຊຽນ, ອາຊີ, ເອີລົບ, ຈີນ ແລະ ອາເມລິກາ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຮຽກຮ້ອງບັນດາປະເທດມີຄວາມຂັດແຍ້ງດ້ານຜືນແຜ່ນດິນຢູ່ທະເລຕາເວັນອອກ ຄວນເລືອກເຟັ້ນການຮ່ວມມືແທນທີ່ການປະທະກັນ. ໄທ ສະໜັບສະໜູນມາດຕະການສັນຕິພາບໃຫ້ແກ່ບັນດາການຂັດແຍ້ງກັນ, ຕາມກົດໝາຍສາກົນ, ເຊິ່ງລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ຜູ້ນຳລັດຖະບານໄທ ເຊື່ອໝັ້ນວ່າ: ອາຊຽນ ຕ້ອງສາມັກຄີ ແລະ ຍົກສູງບົດບາດຂອງກົດໝາຍສາກົນໃນການແກ້ໄຂບັນຫາທະເລຕາເວັນອອກ. ໄທ ຖືວ່າ: ການປະຕິບັດຖະແຫຼງການກ່ຽວກັບການປະພືດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ຈະສ້າງບັນຍາກາດເພື່ອແກ້ໄຂບັນຫາ ແລະ ສະໜັບສະໜູນເລື່ອງສິ້ນສຸດການເຈລະຈາປະມວນຂໍ້ກຳນົດກ່ຽວກັບການປະພືດຢູ່ທະເລຕາເວັນອອກ (COC) ໂດຍໄວ. ປະເທດຕ່າງໆມີການຂັດແຍ້ງອະທິປະໄຕຕ້ອງຍາດແຍ່ງທຸກກາລະໂອກາດ, ທຸກເວທີປາໄສເພື່ອສະແດງໃຫ້ເຫັນເຈດຈຳນົງດ້ານການເມືອງໃນການແກ້ໄຂບັນຫາ.
ສ່ວນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Gen Nakatani ຮຽກຮ້ອງບັນດາປະເທດປະຕິບັດ ຖະແຫຼງການກ່ຽວກັບການປະພືດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ເຄົາລົບຄວາມເສລີໃນການເດີນເຮືອ ແລະ ແກ້ໄຂການຂັດແຍ້ງກັນຜ່ານບັນດາມາດຕະການສັນຕິພາບ, ເຄົາລົບບັນດາຄຳຕັດສິນຂອງສາກົນ. ໃນຂະນະນັ້ນ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຝຣັ່ງ Jean Yves Le Drian ຢັ້ງຢືນຜົນສັກສິດຢ່າງແຮງຂອງສົນທິສັນຍາ ສປຊ ກ່ຽວກົບກົດໝາຍວ່າດ້ວຍທະເລປີ 1982, ເຊິ່ງແມ່ນເອກະສານທີ່ທ່ານຖືວ່າໄດ້ຮັບການນຳໃຊ້ຢູ່ທຸກແຫ່ງໃນໂລກ. ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຝຣັ່ງ ເນັ້ນໜັກວ່າ: ສິ່ງສຳຄັນທີ່ສຸດແມ່ນການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ ແມ່ນຈຳເປັນຕ້ອງສ້າງປະມວນຂໍ້ກຳນົດກ່ຽວກັບການປະພືດຢູ່ທະເລຕາເວັນອອກ (COC).
ກອງປະຊຸມ Shangri La ຄັ້ງທີ 15 ຖືກອັດລົງ, ບັນຫາທະເລຕາເວັນອອກ ສືບຕໍ່ແມ່ນເນື້ອໃນຈຸດສຸມທີ່ໄດ້ນຳມາປຶກສາຫາລືໃນເວທີປາໄສປ້ອງກັນຄວາມສະຫງົບນີ້, ໄດ້ສະແດງໃຫ້ເຫັນວ່າຄວາມເອົາໃຈໃສ່ເປັນພິເສດຂອງປະຊາຄົມໂລກ. ອີກຄັ້ງໜຶ່ງ, ແນວຄິດຮ່ວມມື ຫຼື ຕໍ່ສູ້ແມ່ນຕ້ອງອີງໃສ່ຈິດໃຈສະເໝີພາບ, ການເຄົາລົບບັນດາຫຼັກການຂອງກົດໝາຍສາກົນຕ້ອງໄດ້ຮັບການຍົກສູງ. ນັ້ນກໍ່ແມ່ນມາດຖານເພື່ອໃຫ້ບັນດາຝ່າຍກ່ຽວຂ້ອງແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນ, ຫລຸດຜ່ອນໄພປະທະກັນ, ພ້ອມກັນຊອກຫາບັນດາມາດຕະການເໝາະສົມກັບກົດໝາຍ ແລະ ທຳນຽມສາກົນ, ປະກອບສ່ວນຮັກສາສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.
