
ທ່ານ Kim Jong Un
ນີ້ແມ່ນກອງປະຊຸມໃຫຍ່ຄັ້ງທຳອິດຂອງພັກແຮງງານ ສປປ ເກົາຫຼີ ພາຍຫລັງ 36 ປີທັງແມ່ນກອງປະຊຸມໃຫຍ່ຄັ້ງທຳອິດຖືກດຳເນີນ ນັບແຕ່ທ່ານ Kim Jong Un ໄດ້ຮັບດຳລົງຕຳແໜ່ງເປັນການນຳ. ກອງປະຊຸມໃຫຍ່ມີຄວາມໝາຍສືບທອດມູນເຊື້ອ, ທັງໄດ້ທົບທວນຄືນ ແລະ ສຳຫລຸບບັນດາຜົນງານ ເຊິ່ງພັກນີ້ຍາດມາໄດ້ພາຍໃຕ້ການຊີ້ນຳນຳພາຂອງບັນດາອະດີດການນຳ, ທັງເພື່ອກຳນົດແນວທາງ, ນະໂຍບາຍ ແລະ ທິດທາງຂອງພັກແຮງງານ ສປປ ເກົາຫຼີ ໃນສະພາບການໃໝ່. ເຫດການນີ້ກໍ່ເພື່ອແນໃສ່ເພີ່ມທະວີທີ່ຕັ້ງບົດບາດນຳພາຢ່າງສຸດຂີດຂອງພັກ ທີ່ມີຕໍ່ລັດ, ກອງທັບ, ກໍ່ຄືທົ່ວປວງຊົນ ແລະ ທົ່ວກອງທັບ, ສ້າງກາລະໂອກາດເປີດໜ້າປະຫວັດສາດໃໝ່ໃນວຽກງານພົວພັນຕ່າງປະເທດຂອງ ສປປ ເກົາຫຼີ.
ບັນດາໜ້າບຸລິມະສິດທີ່ໄດ້ຍົກອອກມາ
ທີ່ກອງປະຊຸມໃຫຍ່, ການນຳ Kim Jong un ຢັ້ງຢືນໜ້າທ່ີຂອງພັກ ແມ່ນປະຕິບັດສຳເລັດບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການສ້າງລັດທິສັງຄົມນິຍົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂຮມປະເທດຊາດເປັນເອກະພາບກໍ່ຄືປັບປຸງກຳລັງແຮງຂອງພັກ.
ກ່ຽວກັບແຜນການພັດທະນາເສດຖະກິດໄລຍະ 5 ປີ 2016-2020, ບົດລາຍງານກໍ່ຊີ້ແຈ້ງໜ້າທີ່ອັນຮີບດ່ວນ, ແມ່ນຕ້ອງປະຕິບັດຍຸດທະສາດພັດທະນາເສດຖະກິດແຫ່ງຊາດຢ່າງຄົບຖ້ວນ, ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດໃນທຸກດ້ານ, ຮັບປະກັນຄວາມດຸນດ່ຽງໃນການພັດທະນາບັນດາຂະແໜງເສດຖະກິດ ແລະ ສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດຢ່າງໝັ້ນຄົງ. ສືບຕໍ່ເໜັ້ນໜັກເຖິງຄວາມຕັດສິນໃຈຂອງ ສປປ ເກົາຫຼີ ໃນການເພີ່ມທະວີກຳລັງຄວາມສາມາດ, ນາບຂູ່ນຳໃຊ້ນິວຄະເລຍ ຕໍ່ໜ້ານະໂຍບາຍເປັນປໍລະປັກຂອງອາເມລິກາ. ກອງປະຊຸມໃຫຍ່ພັກແຮງງານ ສປປເກົາຫຼີ ຄັ້ງທີ 7 ຢືນຢັນວ່າ, ລັດນີ້ຈະສືບຕໍ່ຊຸກຍູ້ລາຍການພັດທະນາອາວຸດນິວຄະເລຍ ຖ້າຫາກຍັງຕ້ອງປະເຊີນໜ້າກັບໄພນາບຂູ່ນຳໃຊ້ນິວຄະເລຍ.

ກອງປະຊຸມຂອງພັກແຮງງານ ສປປ ເກົາຫຼີ
ຫາງສຽງສາກົນກ່ຽວກັບແນວທາງໃໝ່ຂອງ ສປປ ເກົາຫຼີ
ບັນດາການປ່ຽນແປງໃນວິວັດແຫ່ງການພັດທະນາປະເທດຊາດ, ເຊິ່ງກອງປະຊຸມໃຫຍ່ພັກແຮງງານ ສປປ ເກົາຫຼີ ຄັ້ງທີ 7 ຍົກອອກມາ ບໍ່ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກ ສເກົາຫຼີ. ໃນຖະແຫຼງການທີ່ຍົກອອກມາວັນທີ 9/5, ກະຊວງປ້ອງກັນປະເທດ ສ ເກົາຫຼີ ໄດ້ອອກແຈ້ງການຊີ້ແຈ້ງວ່າ, ສ ເກົາຫຼີ ແລະ ປະຊາຄົມສາກົນ ຈະບໍ່ຮັບຮອງ ສປປ ເກົາຫຼີແມ່ນປະເທດມະຫາອຳນາດດ້ານນິວຄະເລຍ. ອຳນາດການປົກຄອງ ເຊີອູນ ຈະສືບຕໍ່ກໍ່ຄວາມດັນບັງຄັບໃຫ້ ພຽງຢາງ ຕ້ອງປະລະຄວາມມັກໃຫຍ່ໄຝ່ສູງດ້ານນິວຄະເລຍ ຜ່ານບັນດາມາດຕະການລົງໂທດຢ່າງແຮງ. ຄຽງຂ້າງນັ້ນ, ກະຊວງປ້ອງກັນປະເທດ ສ ເກົາຫຼີ ກໍ່ປະຕິເສດຂໍ້ສະເໜີປຶກສາດ້ານການທະຫານລະຫວ່າງສອງພາກເກົາຫຼີ, ໂດຍການນຳ ສປປ ເກົາຫຼີ Kim Jong – un ຍົກອອກມາ. ສ ເກົາຫຼີຖືວ່າ, ຂໍ້ສະເໜີດັ່ງກ່າວບໍ່ມີເຈດຕະນາດີ, ພ້ອມທັງສືບຕໍ່ຮຽກຮ້ອງ ສປປ ເກົາຫຼີ ປະລະທ່າທີເກາະຜິດ ແລະ ມຸ່ງເຖິງຈຸດໝາຍລົບລ້າງອາວຸດນິວຄະເລຍ.
ບັນດາຖະແຫຼງການຈາກກອງປະຊຸມໃຫຍ່ນີ້, ກໍ່ໄດ້ດຶງດູດຄວາມສົນໃຈພິເສດຈາກບັນດາປະເທດ: ຍີ່ປຸ່ນ, ລັດເຊຍ, ອາເມລິກາ, ຈີນ. ບັນດາປະເທດນີ້ພວມວິຕົກກັງວົນຕໍ່ຄວາມສາມາດພັດທະນາດ້ານນິວຄະເລຍ ກໍ່ຄືການຜັນແປດ້ານການເມືອງພາຍໃນ ສປປ ເກົາຫຼີ. ປັກກິງ ໃຫ້ຂໍ້ສັງເກດກ່ຽວກັບຜົນສະທ້ອນຂອງກອງປະຊຸມໃຫຍ່ພັກແຮງງານ ສປປ ເກົາຫຼີ ຄັ້ງທີ 7 ສຳລັບສະພາບການພາຍໃນປະເທດ, ເຊິ່ງຕົ້ນຕໍແມ່ນດ້ານເສດຖະກິດ. ໃນຊຸມປີມໍ່ໆມານີ້, ສປປ ເກົາຫຼີ ເລີ່ມຜ່ອນຄາຍນະໂຍບາຍດ້ານເສດຖະກິດ. ໃນຂະນະນັ້ນວົງການນັກໄຈ້ແຍກ ປາຣີ ພັດຖືວ່າ, ເຂົາເຈົ້າບໍ່ລໍຖ້າການຫັນປ່ຽນໃຫຍ່ດ້ານການເມືອງຢູ່ ພຽງຢາງ, ຫາກພຽງແຕ່ແມ່ນໂອກາດເພື່ອໃຫ້ການນຳ Kim Jong – un ຫັນສິດອຳນາດຢ່າງເດັດຂາດ, ພາຍຫຼັງ ກຳອຳນາດມາເປັນເວລາ 4 ກວ່າປີເທົ່ານັ້ນ. ວົງການສື່ມວນຊົນ ອາເມລິກາ ໃຫ້ຂໍ້ສັງເກດວ່າ, ເລື່ອງ ສປປ ເກົາຫຼີ ສະເໜີວິທີການໃໝ່ໃນການແກ້ໄຂບັນຫານິວຄະເລຍຜ່ານການປຶກສາຢ່າງຕັ້ງໜ້ານັ້ນ ຈະປະກອບສ່ວນແກ້ໄຂສະພາບການຢູ່ແຫຼມເກົາຫຼີ ກໍ່ຄືເຮັດໃຫ້ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອາເມລິກາ - ສປປ ເກົາຫຼີ ຫຼຸດຜ່ອນລົງ. ແລະ ລັດຖະບານ ອາເມລິກາ ກໍ່ຕ້ອງນຳໃຊ້ບັນດາມາດຕະການຮັບມືຢ່າງມີໄຫວພິກ ແລະ ມີຫົວຄິດປະດິດສ້າງກວ່າ.
ກອງປະຊຸມໃຫຍ່ພັກແຮງງານ ສປປ ເກົາຫຼີ ຄັ້ງທີ 7 ດຳເນີນໄປໃນສະພາບທີ່ການນຳ Kim Jong – un ກຳອຳນາດມາເປັນເວລາເກືອບ 5 ປີ. ດ້ວຍບັນດາຄຳຖະແຫຼງຂອງການນຳ ສປປ ເກົາຫຼີ, ປະຊາຄົມສາກົນຫວັງວ່າ, ຄຽງຂ້າງການຊຸກຍູ້ເຕີບໂຕດ້ານເສດຖະກິດ ພ້ອມກັບການພັດທະນາຄວາມສາມາດດ້ານອາວຸດນິວຄະເລຍນັ້ນ, ສປປ ເກົາຫຼີຈະມີການປ່ຽນແປງ ແລະ ຄວາມມານະພະຍາຍາມຫຼາຍຢ່າງ ເພື່ອໂລກປອດນິວຄະເລຍ, ແລະປະຕິບັດບັນດາພັນທະບໍ່ເຜີຍແຜ່ອາວຸດນິວຄະເລຍຢ່າງຄົບຖ້ວນ.
