ສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ທີ່ຈະໄດ້ຮັບການເລືອກເຟັ້ນຈາກຜູ້ມີສິດເລືອກຕັ້ງໃນວັນທີ 22/5 ຈະເປັນຕົວແທນໃຫ້ແກ່ເຈດຈຳນົງ ແລະ ຄວາມມຸ່ງຫວັງຂອງປະຊາຊົນໃນບັນດາອົງການສຳນັກງານສິດອຳນາດແຫ່ງລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ຜູ້ມີສິດເລືອກຕັ້ງມີຄວາມຫວັງວ່າ ບັນດາຜູ້ແທນປະຊາຊົນຍາມໃດກໍຕ້ອງມີຈິດສຳນຶກ ແລະ ກະທຳເພື່ອສິດຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
![]() ຜູ້ມີສິດເລືອກຕັ້ງຢູ່ແຫ່ງຕ່າງໆໃນແຂວງກວາງນິງໄປບ່ອນບັດ |
ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ແມ່ນເຫດການການເມືອງທີ່ສຳຄັນຂອງປະເທດຊາດ, ແມ່ນໂອກາດເພື່ອໃຫ້ຜູ້ມີສິດເລືອກຕັ້ງເລືອກເຟັ້ນເອົາບັນດາຜູ້ດີເດັ່ນ, ສົມກັບເປັນຕົວແທນແຫ່ງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສິດເປັນເຈົ້າຂອງຕົນເພື່ອຕິດຕາມກວດກາ, ສ້າງກົດໝາຍ ແລະ ພິຈາລະນາ, ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ, ຂອງທ້ອງຖີ່ນໃນອາຍຸການ 5 ປີ 2016-2021.
ພາລະກຳອັນໃຫຍ່ຫຼວງຂອງຜູ້ໄດ້ຮັບເລືອກຕັ້ງເປັນຕົວແທນໃຫ້ປະຊາຊົນ
ແນວຄິດຖືປະຊາຊົນເປັນກົກ ແມ່ນຄວາມຕ້ອງການໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດແຕ່ລະຄົນ ກໍຄືຂອງອົງການອຳນາດແຫ່ງລັດຢູ່ທ້ອງຖິ່ນ. ການຜູກຮັດຢ່າງສະໜິດແໜ້ນກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ຮັບຟັງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຈະປະກອບສ່ວນສ້າງກຳລັງແຮງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນ, ຮັບປະກັນເພື່ອໃຫ້ບັນດາອົງການສຳນັກງານນີ້ ຕິດພັນກັບການເຄື່ອນເໜັງຂອງຊີວິດເສດຖະກິດ-ສັງຄົມ, ມີບັນດາລັດຖະນະໂຍບາຍອັນຖືກຕ້ອງ, ທັນການ, ຕິດແທດຕົວຈິງ, ເໝາະສົມກັບຈິດໃຈຂອງປະຊາຊົນ. ບົນຈິດໃຈດັ່ງກ່າວ, ບັນດາໂຄງການດຳເນີນງານຈຂອງບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ສະແດງໃຫ້ເຫັນເຈດຈຳນົງ, ຄວາມຕັດສິນໃຈເພື່ອສະພາແຫ່ງຊາດປ່ຽນແປງໃໝ່, ມີຄວາມສາມາດຢ່າງພຽງພໍເພື່ອແບກຫາບໜ້າທີ່ຂອງອົງການນິຕິບັນຍັດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ. ທ່ານຫງວຽນເລີມແທ່ງ ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ຖືວ່າ :
“ ຂ້າພະເຈົ້າຄິດວ່າ ຖ້າຫາກໄດ້ຮັບການເລືອກຕັ້ງ, ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງຈະເປັນຜູ້ຕິດຕາມຢ່າງໃກ້ຊິດກ່ຽວກັບການເຄື່ອນໄຫວຂອງຜູ້ແທນປະຊາຊົນຊຶ່ງເຂົາເຈົ້າໄດ້ຮັບການເລືອກຕັ້ງໂດຍຜ່ານບັນດາການເຄື່ອນໄຫວໃນກອງປະຊຸມສະພາແຫ່ງຊາດຫຼືໃນກອງປະຊຸມຂອງສະພາປະຊາຊົນຫຼືດ້ວຍການເຄື່ອນໄຫວລະອຽດຂອງຜູ້ແທນປະຊາຊົນເມື່ອປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ. ພິເສດ, ບັນດາອົງການສື່ມວນຊົນແມ່ນມີບົດບາດສາຄັນໃນການໜູນຊ່ວຍຜູ້ແທນປະຊາຊົນປະຕິບັດຄຳໝັ້ນໝາຍຂອງຕົນ ແລະ ຜ່ານທາງສື່ມວນຊົນ, ຜູ້ມີສິດເລືອກຕັ້ງສາມາດຕິດຕາມການເຄື່ອນໄຫວຂອງຜູ້ແທນປະຊາຊົນ ”
ສົມກັບຄວາມເຊື່ອໝັ້ນຂອງຜູ້ສະໝັກຮັບເລືອກຕັ້ງ
ຄວາມຄອງຄອຍອັນໃຫຍ່ຫຼວງທີ່ສຸດຂອງຜູ້ມີສິດເລືອກຕັ້ງແມ່ນປະເທດຊາດນັບມື້ນັບພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປົວແປງ. ພ້ອມກັນນັ້ນ, ຜູ້ມີສິດເລືອກຕັ້ງຍາມໃດກໍມີຄວາມຫວັງມີສິ່ງທີ່ແທດຈິງໃນເຂດຊຸມຊົນທີ່ຕົນຢູ່ອາໄສ ແລະ ເຮັດວຽກ. ບັນດາຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ເຖິງວ່າໃນລະດັບມະຫາພາກຫຼືຈຸນລະພາກກໍຕາມ ແຕ່ກໍລ້ວນແຕ່ໄດ້ຝາກຝັງຕໍ່ບັນດາຜູ້ໄດ້ຮັບການເລືອກຕັ້ງ. ທ່ານເຈີນເຟືອກສາວ ຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ :
“ ເພື່ອເລືອກເອົາຜູ້ແທນປະຊາຊົນ, ພວກຂ້າພະເຈົ້າຕ້ອງເລືອກເຟັ້ນເອົາຜູ້ທີ່ສາມາດເປັນຕົວແທນປະຊາຊົນໄດ້ ແລະ ເປັນຕົວແທນປະຊາຊົນຢູ່ນີ້ແມ່ນອີງບົນພື້ນຖານເຮັດວຽກເພື່ອປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ສະແດງຄວາມມຸ່ງຫວັງຂອງປະຊາຊົນ. ຖ້າຫາກບໍ່ໄດ້ເລືອກເຟັ້ນລະອຽດ ແລະ ປ່ອນບັດເລືອກເອົາຜູ້ທີ່ມີແຕ່ຄຳເວົ້າລ້າໆ, ບໍ່ມີການກະທຳທີ່ແທດຈິງນັ້ນ ກໍບໍ່ສາມາດແກ້ໄຂໄດ້ບັນຫາຫຍັງເລີຍ. ດັ່ງນັ້ນ, ພວກຂ້າພະເຈົ້າຕ້ອງເລືອກເອົາຜູ້ສົມເປັນຕົວແທນໃຫ້ແກ່ປະຊາຊົນ, ສຸດຈິດສຸດໃຈເພື່ອປະຊາຊົນ”
ບັນດາຜູ້ແທນປະຊາຊົນເປັນຕົວແທນໃຫ້ແກ່ຜູ້ມີສິດເລືອກຕັ້ງທົ່ວປະເທດນັບສີບລ້ານຄົນໄດ້ຮັບການເລືອກຕັ້ງໂດຍບັດເລືອກຕັ້ງເສລີ, ປະຊາທິປະໄຕຂອງຜູ້ມີສິດເລືອກຕັ້ງ, ບັນດາຜູ້ແທນປະຊາຊົນຕ້ອງສະແດງໃຫ້ເຫັນຈິດໃຈຂອງປະຊາຊົນ, ນຳລົມຫາຍໃຈຈາກຊີວິດຕົວຈິງມາສູ່ກອງປະຊຸມສະພາແຫ່ງຊາດ, ຈາກນັ້ນວາງອອກບັນດາລັດຖະນະໂຍບາຍທີ່ສອດຄ່ອງກັບການດຳລົງຊີວິດຂອງປະຊາຊົນ. ທ່ານ ຫງວຽນວັນເຕີມ ຜູ້ມີສິດເລືອກຕັ້ງຮ່າໂນ້ຍມີຄວາມຫວັງວ່າ :
“ ຫວັງວ່າ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດມີຄວາມກະຕືລືລົ້ນໃນບັນດາການເຄື່ອນໄຫວຂອງອົງການຕົວແທນປະຊາຊົນ, ນຳຄວາມມຸ່ງຫວັງຂອງປະຊາຊົນມາສູ່ສະພາແຫ່ງຊາດ, ຕັດສິນໃຈຕ້ານການສໍ້ລາດບັງຫຼວງ. ນັ້ນແມ່ນຄວາມຄອງຄອຍຂອງປະຊາຊົນ ”
ສ່ວນທ່ານ ຫງວຽນຫງອກແທ່ງ ຜູ້ມີສິດເລືອກຕັ້ງແຂວງຟູ້ເຖາະ ເປີດເຜີຍວ່າ :
“ ຂ້າພະເຈົ້າເຫັນວ່າຜູ້ອອກສະໝັກຮັບເລືອກຕັ້ງໄດ້ເຕື້ອງເຖິງລະອຽດກ່ຽວກັບຂົງເຂດຂອງຕົນ. ຖ້າຫາກບັນດາຜູ້ອອກສະໝັກຮັບເລືອກຕັ້ງເຮັດໄດ້ເຊັ່ນນັ້ນ ແລະ ສາມາດປະຕິບັດຕາມຄຳໝັ້ນໝາຍຂອງຕົນນັ້ນ, ພວກຂ້າພະເຈົ້າກໍຊົມເຊີຍຢ່າງສຸດໃຈ ແລະ ເຊື່ອແນວ່າ ຈະເຮັດໃຫ້ສະພາບເສດຖະກິດ-ສັງຄົມ ແລະ ທຸກດ້ານຂອງປະເທດຊາດປ່ຽນແປງໄປ. ຂ້າພະເຈົ້າຫວັງວ່າ ຖ້າຫາກບັນດາຜູ້ອອກສະໝັກຮັບເລືອກຕັ້ງໄດ້ຮັບການເລືອກຕັ້ງນັ້ນ, ຈະປະຕິບັດຄຳໝັ້ນໝາຍຂອງຕົນເປັນຢ່າງດີ ແລະ ເຊື່ອວ່າ ເຂົາເຈົ້າຈະປະຕິບັດວຽກງານເປັນຢ່າງດີ ”
ສະພາແຫ່ງຊາດຫວຽດນາມໄດ້ຜ່ານ 13 ອາຍຸການ. ສຳລັບ ສະພາແຫ່ງຊາດແຕ່ລະຊຸດ, ສະພາບການ ແລະ ໜ້າທີ່ໃໝ່ພັດວາງອອກຄວາມຮັບຜິດຊອບໃໝ່ ແຕ່ປະຊາຊົນຍາມໃດກໍເຊື່ອໝັ້ນບັນດາຜູ້ແທນປະຊາຊົນຈະສຸມຈິດສຸມໃຈຮັບໃຊ້ປະຊາຊົນ. ຄວາມເຊື່ອໝັ້ນນີ້ຈະເປັນກຳລັງໜູນເພື່ອໃຫ້ຜູ້ແທນປະຊາຊົນແຕ່ລະທ່ານປະຕິບັດໂຄງການດຳເນີນງານຂອງຕົນຢ່າງມີປະສິດທິຜົນ, ສົມກັບເປັນຄວາມເຊື່ອໝັ້ນຂອງ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ.

