ວັນທີ 13/3 ແມ່ນກຳນົດສຸດທ້າຍເພື່ອຍື່ນສຳເນົາເອກະສານອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021. ມາດຕາ 27 ໃນລັດຖະທຳມະນູນປີ 2013 ຊີ້ແຈ້ງວ່າ : “ ພົນລະເມືອງມີອາຍຸຄົບ 18 ປີ ຂຶ້ນໄປ ແມ່ນມີສິດປ່ອນບັດເລືອກຕັ້ງ ແລະ ມີອາຍຸຄົບ 21 ປີ ແມ່ນມີສິດອອກສະໝັກເລືອກຕັ້ງເຂົ້າເປັນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ”. ຕາມການຕີລາຄາຂອງ ແນວໂຮມປະເທດຊາດຫວຽດນາມແລ້ວ, ຈຳນວນຜູ້ອອກສະໝັກເລືອກຕັ້ງເອງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021 ໄດ້ເພີ່ມຂຶ້ນເມື່ອທຽບໃສ່ອາຍຸການສະພາແຫ່ງຊາດຊຸດກ່ອນໆ. ນີ້ຖືກຖືວ່າ ແມ່ນປະກົດການຂອງລັກສະນະປະຊາທິປະໄຕໃນການເລືອກຕັ້ງ
![]() ຈຳນວນຜູ້ອອກສະໝັກເລືອກຕັ້ງເອງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021 ໄດ້ເພີ່ມຂຶ້ນເມື່ອທຽບໃສ່ຊຸດກ່ອນນີ້ |
ເວລາ 10 ໂມງເຊົ້າວັນທີ 10/3, ຊຶ່ງແມ່ນຈຸດເວລາກ່ອນກຳນົດສຸດທ້າຍ 3 ວັນເພື່ອຍື່ນສຳເນົາເອກະສານອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ, ຢູ່ສະຖານທີ່ຮັບສຳເນົາເອກະສານອອກສະໝັກເລືອກຕັ້ງຂອງຄະນະກຳມະການເລືອກຕັ້ງນະຄອນຮ່າໂນ້ຍ, ມີຫຼາຍຄົນໄດ້ມາຊອກຮູ້ ແລະ ຍື່ນສຳເນົາເອກະສານ. ບັນດານັກວິຊາການຂອງພະແນກວຽກງານພາຍໃນນະຄອນຮ່າໂນ້ຍ ກໍຄ້າງຄາກັບວຽກງານຕະຫຼອດເພື່ອແນະນຳໃຫ້ບັນດາຜູ້ມາຊອກຮູ້ກ່ຽວກັບການອອກສະໝັກເລືອກຕັ້ງ , ຂໍແບບຟອມ ແລະ ຍື່ນສຳເນົາເອກະສານ…
ຜູ້ອອກສະໝັກເລືອກຕັ້ງເອງ ຈະມີກາລະໂອກາດທີ່ດີ
ທ່ານ ເລຈວຽນ, ອະດີດຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ : ປີ 2011, ທ່ານບໍ່ຖືກຕິດຂັດຫຍັງເມື່ອເຮັດລະບຽບການເພື່ອອອກສະໝັກເລືອກຕັ້ງເອງເປັນສະມາຊິກສະພາແຫ່ງຊາດຊຸດທີ 13. ກ່ຽວກັບການເຄື່ອນໄຫວອອກສະໝັກເລືອກຕັ້ງດ້ວຍຕົນເອງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14, ທ່ານຈວຽນ ຖືວ່າ ນັບມື້ນັບມີຫຼາຍຄົນ ອອກສະໝັກເລືອກຕັ້ງເອງເຂົ້າເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ, ຊຶ່ງສະແດງໃຫ້ເຫັນບັນຍາກາດປະຊາທິປະໄຕໃນການເລືອກຕັ້ງຖືກເສີມຂະຫຍາຍຢ່າງແຂງແຮງ. ທ່ານ ເລຈວຽນ, ອະດີດຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເວົ້າວ່າ :
“ ຂ້າພະເຈົ້າເຫັນວ່າ ຈຳນວນຜູ້ອອກສະໝັກເລືອກຕັ້ງເອງແມ່ນນັບມື້ນັບຫຼາຍຂຶ້ນ. ນີ້ເປັນການຢັ້ງຢືນວິວັດການທີ່ກ້າວໜ້າ, ປະຊາທິປະໄຕໃນສັງຄົມ. ຖ້າຫາກ ກະໂຕຜູ້ອອກສະໝັກເລືອກຕັ້ງເອງມີຄວາມເຄົາລົບຕໍ່ກົດໝາຍ, ບັນດາອົງການສຳນັກງານປະຕິບັດວຽກງານເລືອກຕັ້ງກໍເຮັດຖືກຕາມກົດໝາຍ, ບໍ່ມີການຈຳແນກປະພຶດ, ປະຕິບັດດ້ວຍຄວາມຍຸດຕິທຳ, ປະຊາທິປະໄຕນັ້ນ, ວຽກງານທຸກຢ່າງຈະດຳເນີນໄປດ້ວຍດີ ແລະ ຈະບໍ່ຫຍຸ້ງຍາກແຕ່ຢ່າງໃດ. ຂ້າພະເຈົ້າຊົມເຊີຍບັນດາ ຜູ້ອອກສະໝັກເລືອກຕັ້ງເອງເຂົ້າເປັນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຊຸດນີ້. ”
ຕາມລະບຽບກົດໝາຍ, ບັນດາຜູ້ທີ່ຖືກບັນດາອົງການສຳນັກງານສະເໜີ ອອກສະໝັກເລືອກຕັ້ງ ແລະ ບັນດາຜູ້ ອອກສະໝັກເລືອກຕັ້ງດ້ວຍຕົນເອງ ກໍລ້ວນແຕ່ມີຄວາມສະເໝີພາບເຊັ່ນກັນຕໍ່ຜູ້ມີສິດເລືອກຕັ້ງ. ຄວາມທ່ຽງທຳນີ້ຖືກສະແດງອອກຜ່ານບັນຊີລາຍຊື່ຜູ້ອອກສະໝັກເລືອກຕັ້ງ ຊຶ່ງຖືກຈັດຕາມລ້ຳດັບຕົວອັກສອນ A,B,C ໂດຍບໍ່ມີການຈຳແນກລະຫວ່າງຜູ້ໄດ້ຮັບການສະເໜີອອກສະໝັກເລືອກຕັ້ງ ແລະ ຜູ້ອອກສະໝັກເລືອກຕັ້ງເອງ. ພ້ອມກັນນັ້ນ, ໃນການລົງພົບປະກັບຜູ້ມີສິດເລືອກຕັ້ງກ່ອນດຳເນີນການເລືອກຕັ້ງ, ທາງທ້ອງຖິ່ນບໍ່ໄດ້ກຳນົດທິດໃນການສະເໜີຜູ້ອອກສະໝັກເລືອກຕັ້ງ. ທ່ານຫງວຽນຕື້ຕ້ວນ ສະມາຊິກສະໂມສອນ ທັງລອງ, ຮ່າໂນ້ຍ, ຖືວ່າ :
“ ສຳຄັນກວ່າໝູ່ສຳລັບບັນດາຜູ້ໄດ້ຮັບການສະເໜີອອກສະໝັກເລືອກຕັ້ງ ແລະ ຜູ້ອອກສະໝັກເລືອກຕັ້ງເອງ ແມ່ນລ້ວນແຕ່ຕ້ອງມີຈິດໃຈສ້າງສາປະເທດຊາດ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນຂອງຊາດຕົນ. ຖ້າຫາກພວກເຮົາເປັນຕົວແທນໃຫ້ແກ່ປະຊາຊົນ, ແຕ່ການເວົ້າຈາຂາດຄວາມລະມັດລະວັງ, ກໍ່ຄວາມເຄັ່ງຮ້ອນໃນສັງຄົມ ແລະ ບໍ່ແທດເໝາະນັ້ນ, ຂ້າພະເຈົ້າເຫັນວ່າ ມັນກໍບໍ່ນຳມາເຊິ່ງຜົນປະໂຫຍດ ”
ເຄົາລົບບັນດາມາດຕະຖານຂອງ ສະມາຊິກສະພາແຫ່ງຊາດ
ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 13 ເມື່ອປີ 2011, ມີຜູ້ ອອກສະໝັກເລືອກຕັ້ງເອງເຖິງ 82 ຄົນຢູ່ 22 ແຂວງ, ນະຄອນໄດ້ຖືກຂຶ້ນບັນຊີລາຍຊື່ໃນຮອບທີ 2 ແລະ ໄດ້ມີ 15 ຄົນຖືກຈັດເຂົ້າບັນຊີລາຍຊື່ເພື່ອປ່ອນບັດເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ. ທ່ານຫງວຽນວັນຟາ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເວົ້າວ່າ :
“ຜູ້ອອກສະໝັກເລືອກຕັ້ງເອງຕ້ອງມີຈິດໃຈຢ່າງເຂັ້ມງວດ, ຫາກບໍ່ແມ່ນວ່າ ເຮົາທົດລອງເບິ່ງວ່າ ປະຊາທິປະໄຕຄືແນວໃດ. ຈິດໃຈເຂັ້ມງວດຢູ່ນີ້ ແມ່ນຕ້ອງຮູ້ວ່າ ເຮົາໄດ້ມາດຕະຖານຕາມກົດໝາຍຫຼືບໍ່? . ທີ່ 2 ແມ່ນເມື່ອໄດ້ຮັບການເລືອກຕັ້ງ, ເຮົາຕ້ອງຄຶດເບິ່ງວ່າ ຈະມີເງື່ອນໄຂພຽງພໍຫຼືບໍ່, ເພື່ອປະຕິບັດບັນດາວຽກງານທີ່ເຮົາໄດ້ໝັ້ນໝາຍ. ທີ 3, ແມ່ນບໍ່ພຽງແຕ່ຜູ້ໄດ້ຮັບການສະເໜີອອກສະໝັກເລືອກຕັ້ງເທົ່ານັ້ນ, ບັນດາຜູ້ອອກສະໝັກເລືອກຕັ້ງເອງ ກໍຕ້ອງໃສ່ໃຈສຳລັບຈຸດໜຶ່ງ, ນັ້ນແມ່ນການພົວພັນຢູ່ບ່ອນພັກຢູ່ອາໄສ. ຖ້າວ່າ ເຮົາບໍ່ເປັນແບບຢ່າງ, ມີວິຖີຊີວິດທີ່ບໍ່ຈົບບໍ່ງາມນັ້ນ, ກໍຈະບໍ່ສາມາດກາຍເປັນຕົວແທນໃຫ້ແກ່ຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕົນໄດ້ ”
ການອອກສະໝັກເລືອກຕັ້ງເອງເປັນສະມາຊິກສະພາແຫ່ງຊາດ ໄດ້ສະແດງໃຫ້ເຫັນບັນດາສິດທີ່ບະບຸໃນລັດຖະທຳມະນູນໄດ້ຮັບການປະຕິບັດໃນພາກຕົວຈິງຢູ່ຫວຽດນາມ. ເພື່ອກາຍເປັນສະມາຊິກສະພາແຫ່ງຊາດນັ້ນ, ກ່ອນອື່ນໝົດ, ຜູ້ອອກສະໝັກເລືອກຕັ້ງແຕ່ລະຄົນ, ໃນນັ້ນມີຜູ້ອອກສະໝັກເລືອກຕັ້ງດ້ວຍຕົນເອງ, ຕ້ອງເຄົາລົບບັນດາມາດຕະຖານຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຊຶ່ງໄດ້ລະບຸໄວ້ໃນກົດໝາຍ, ພ້ອມກັນນັ້ນ ກໍຕ້ອງກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດຢ່າງແທ້ຈິງ. ຕ້ອງມີມາດຖານເຊັ່ນນັ້ນ, ເຂົາເຈົ້າຈຶ່ງສົມເປັນຕົວແທນໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ

