ໂດຍແມ່ນເຂດດິນແດນໃນແຫຼມແຫ່ງໜຶ່ງຢູ່ຕອນໃຕ້ສຸດຂອງຫວຽດນາມ, ແຫຼມ ກາເມົາ ແມ່ນເຂດດິນແດນທີ່ສັກກະລະບູຊາໃນຈິດໃຈຂອງຊາວຫວຽດນາມ. ມາຢ້ຽມຢາມແຫຼມ ກາເມົາ ແມ່ນຢ້ຽມຢາມເຂດທະເລ ແລະ ປ່າດົງທີ່ກວ້າງໃຫຍ່ໄພສານຂອງພາກໃຕ້ .

(ພາບ : vietnamtravellook.com)
ປະຈຸບັນມາຢ້ຽມຢາມແຫຼມກາເມົາ ແມ່ນສະດວກຫລາຍແລ້ວ ເມື່ອໃສ່ທຽບກັບຊຸມປີກ່ອນນີ້. ຄາວນັ້ນ ຈາກເທດສະບານຕ້ອງເດີນທາງດ້ວຍທາງບົກກວ່າ 50 ກິໂລແມດ ຂ້າມເຮືອບັກ ເດີ່ມກຸງ ເຖິງ ນຳກັນ ແລ້ວ, ຈ້າງກຳປັ່ນນ້ອຍ ຫລື ເຮືອເລວໄປຕໍ່ຈຶ່ງໄປຮອດແຫຼມກາເມົາໄດ້. ປະຈຸບັນ ຢູ່ທ່າກຳປັ່ນ ນະຄອນ ກາເມົາ, ແຕ່ລະວັນມີກຳປັ່ນດ່ວນ ດ້ວຍລາຄາ 8 ໂດລາສະຫະລັດ/ຄົນ ທີ່ຂົນສົ່ງນັກທ່ອງທ່ຽວໄປເຖິງເຂດແຫຼມກາເມົາຢ່າງ ງ່າຍດາຍ.
ຂີ່ກຳປັ່ນດ່ວນຈາກນະຄອນໂຮ່ຈິມີນໄປເຖິງ ແຫຼມກາເມົາ ຕ້ອງເສຍເວລາເກືອບ 3 ຊົ່ວໂມງ ດ້ວຍທາງນ້ຳຍາວກວ່າ 100 ກິໂລແມດ ເລາະລຽບຕາມລຳແມ່ນ້ຳອັນກວ້າງໃຫຍ່, ສອງເບື້ອງແມ່ນສີຂຽວອຸ່ມທຸ່ມຂອງປ່າຄາມແລະ ບັນດາຫລັງຄາເຮືອນຕັ້ງຢູ່ແຄມແມ່ນ້ຳ, ນັກທ່ອງທ່ຽວຈະໄດ້ຊົມແລະ ຮູ້ສຶກໄດ້ຄວາມສະຫງົບສຸກຂອງເຂດ.
“ນີ້ແມ່ນແມ່ນ້ຳກາເມົາ. ຢູ່ແມ່ນ້ຳລຳນີ້ ປະຊາຊົນ ລ້ຽງກຸ້ງ. ນັກທ່ອງທ່ຽວມາຢ້ຽມຢາມຫລາຍ. ສະນັ້ນມື້ໃດກໍມີແຂກໄປມາຕະຫຼອດ. ບາງເທື່ອເຂົາເຈົ້າເໝົາເຮືອເລວເປັນລຳ. ແຂກສ່ວນຫລາຍແມ່ນໄປເຖິງ ແຫຼມ ກາເມົາ.“
ບັນດາກັບຕັນເຮືອເລວຢູ່ທີ່ນີ້ ລ້ວນແຕ່ແມ່ນ ປຊຊ ດຳລົງຊີວິດຕິດພັນກັບແມ່ນ້ຳ, ສະນັ້ນ ເຂົາເຈົ້າມີຄວາມຊຳນິຊຳນານໃນການຂັບເຮືອເລວ,ສ້າງຄວາມຮູ້ສຶກທີ່ສະຢອງໃຈ ໃຫ້ແກ່ນັກທ່ອງທ່ຽວ..ການດຳລົງຊີວິດຂອງ ປຊຊ ຢູ່ທີ່ນີ້ ສ່ວນຫລາຍແມ່ນເຄື່ອນໄຫວຢູ່ເທິງຫນ້ານ້ຳ, ກຳປັ່ນພຽງແຕ່ແວ່ເຂົ້າແຫຼມກາເມົາກໍສາມາດແລກປ່ຽນສິນຄ້າທຸກປະເພດໄດ້.
ນັກທ່ອງທ່ຽວຕ້ອງເສຍເວລາເກືອບ 3 ຊົ່ວໂມງ ຈຶ່ງສາມາດເຂົ້າທຽບທ່າກຳປັ່ນໄດ້. ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດສຳລັບນັກທ່ອງທ່ຽວເມື່ອມາຮອດແຫ່ງນີ້ນັ້ນແມ່ນ ຄວາມຮັກແພງແຂກຄົນ ຂອງຊາວ ກາເມົາ. ພາຫະນະຫນຶ່ງດຽວທີ່ນັກທ່ອງທ່ຽວອາດຈະນຳໃຊ້ເພື່ອເດີນທາງເຖິງຫລັກໝາຍອະທິປະໄຕຂອງປະເທດຊາດຫວຽດນາມ ນັ້ນແມ່ນລົດຈັກ, ດ້ວຍລາຄາ 5 - 10 ໂດລາສະຫະລັດ/ຄົນ. ທຸກສິ່ງທຸກຢ່າງຢູ່ທີ່ນີ້ ລ້ວນແຕ່ຮົກເຮື້ອເປົ່າຫວ່າງ ນັບທັງຊາວ ກາເມົາ ຕະຫລອດຮອດທິວທັດທຳມະຊາດ. ໂດຍໄດ້ເຫັນປະຈັກຕາຫລັກໝາຍອະທິປະໄຕຂອງປະເທດຊາດ, ອ້າຍ ຟານແອງ ພ້ອມດ້ວຍເພື່ອນຮ່ວມງານມາຈາກແຂວງ ເລີມດົງ ລ້ວນແຕ່ມີຄວາມຮູ້ສຶກອອນຊອນຈົນສະທ້ານໃຈ
“ນີ້ເປັນຄັ້ງທຳອິດຂ້າພະເຈົ້າມາຢ້ຽມຢາມແຫ່ງນີ້. ໂດຍແມ່ນຊາວຫວຽດນາມແລະໄດ້ຮັບຟັງກ່ຽວກັບ ແຫຼມກາເມົາ ມາແຕ່ດົນນານແລ້ວ ແຕ່ເມື່ອມາແຫ່ງນີ້ຈຶ່ງເຫັນປະເທດຊາດຂອງຕົນແມ່ນຍາວອີ່ຫຼີ. ເດີນທາງປະມານ 800 ກິໂລແມດ, ເຖິງວ່າຫ່າງໄກຫລາຍ ແຕ່ເມື່ອມາແຫ່ງນີ້ ແລະ ເຫັນປະຈັກຕາເຂດແຫຼມ ກາເມົາ ກໍໄດ້ຊ່ວຍບັນເທົາ ຄວາມອິດເມືອ່ຍໃນການເດີນທາງຍາວໄກໄດ້ສ່ວນໃດສ່ວນໜຶ່ງ . ຜ່ານຫນັງສືພິມ, ວາລະສານແລະຂໍ້ມູນຂ່າວສານຕ່າງໆ ຂ້າພະເຈົ້າບໍ່ນຶກເຫັນໄດ້. ແຕ່ເມື່ອມາເຖິງແຫ່ງນີ້ຈຶ່ງຮູ້ສຶກໄດ້ວ່າໝົດເຂດດິນແຫ່ງ ສັກກະລະບູຊາຂອງປະເທດຊາດ.“

(ພາບ : vietbao)
ຍັງມີສະຖານທີ່ອີກແຫ່ງຫນຶ່ງທີ່ສ້າງຄວາມປະທັບໃຈຢູ່ເຂດ ແຫຼມກາເມົາ ນັ້ນແມ່ນປ່າສະຫງວນແຫ່ງຊາດ ແຫຼມກາເມົາ. ແຕ່ລະປີ ເນື້ອທີ່ຫນ້າດິນຂອງປ່າສະຫງວນແຫ່ງຊາດນີ້ ຍາມໃດກໍໄດ້ຮັບການຂະຫຍາຍອອກກວ້າງແບບທຳມະຊາດ, ແຕ່ລະປີ ແຫຼມກາເມົາຂະຫຍາຍອອກໄດ້ນັບສີບແມດ. ນີ້ກໍແມ່ນເຂດປ່າຊາຍເລນມີລະບົບຊີວະນາໆພັນ ດ້ວຍບັນດາຕົ້ນໄມ້ທີ່ເໝາະສົມກັນສະພາບນ້ຳເຄັມ ແລະ ມີທັງສັດນ້ຳຫລາຍປະເພດຄື: ງູ, ເຕົ່າ, ປານ້ຳຈືດ,ປູ, ບໍ່ສະເພາະເທ່ົານັ້ນ ປ່າສະຫງວນແຫ່ງຊາດຍັງແມ່ນກຳແພງກັນຄຶ້ນທະເລ, ລົມ ພາຍຸຈາກທະເລພັດເຂົ້າ. ທ່ານລີຮ່ວາງຕຽນ ປະທານຄະນະກຳມະການ ປຊຊ ຕາແສງ ເດີດໝຸຍໃຫ້ຮູ້ວ່າ:
“ ຊາວຫວຽດນາມໝົດທຸກຄົນ ໃຜໆກໍ່ຢາກມາຢ້ຽມຢາມແຫຼມກາເມົາ ຈັກຄັ້ງຫນຶ່ງ, ຢາກຊົມທິວທັດທຳມະຊາດທ່ີສວຍງາມຂອງເຂດດິນແດນແຫ່ງນີ້. ເດີດໝຸຍ ມີປ່າສະຫງວນແຫ່ງຊາດ, ເຂດນິເວດວິທະຍາຂອງໂລກ, ແມ່ນສະຖານທີ່ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ຄົ້ນຄ້ວາວິທະຍາສາດ. ຄຽງຂ້າງນັ້ນ ເດີດໝຸຍ ຍັງມີຫາດຊາຍເຫລືອງເມື່ອທຽບກັບເຂດທົ່ງພຽງແມ່ນ້ຳຂອງ, ຫາດຊາຍທະເລຄາຍລອງກໍມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບໃຫຍ່ໃນການດຶງດູດປຊຊ ພາຍໃນ ແລະ ນອກແຂວງມາຢ້ຽມຢາມ.“
ຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້ ລ້ວນແຕ່ອີງໃສ່ທະເລ ແລະ ປ່າ. ເມື່ອມາຢາມຄອບຄົວໃດ, ນັກທ່ອງທ່ຽວລ້ວນແຕ່ໄດ້ຮັບການຕ້ອນຮັບຢ່າງສະຫນິດສະຫນົມ ຄືດັ່ງລູກຫລານຫ່າງໄກບ້ານເກີດເມືອງນອນຫາກໍກັບເມືອ ແລະ ໄດ້ຮັບປະທານອາຫານພິເສດຂອງເຂດດິນແດນແຫ່ງນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
