(vovworld) - ນັກທ່ອງທ່ຽວຫລາຍຄົນເມື່ອມີໂອກາດໄດ້ມາຢ້ຽມຢາມ ນະຄອນ ດາລາດ ເຄີຍຕັ້ງຊື່ໃຫ້ແຫ່ງນີ້ວ່າ: “ນະຄອນແຫ່ງນ້ຳຫມອກ”, ນະຄອນແຫ່ງຕົ້ນແປກ”, “ນະຄອນແຫ່ງດອກຊາກຸຣະ”, “ນະຄອນແຫ່ງດອກໄມ້ ຫລື ຄ້າຍຄືນະຄອນປາຣີ ນ້ອຍ. ນະຄອນ ດາລາດ ຂຶ້ນກັບແຂວງ ເລີມດົ່ງ ຢູ່ເຂດພູພຽງ ເລີມວຽນ ເຂດໄຕງວຽນ ປະເທດຫວຽດນາມ. ຢູ່ທີ່ນີ້ ອາກາດເຢັນສະບາຍຕະຫລອດປີ ແລະ ແມ່ນຫນຶ່ງໃນບັນດາສະຖານທີ່ທ່ອງທ່ຽວລືຊື່ຂອງຫວຽດນາມ.
![]() ນະຄອນ ດາລາດ
ພາບ:internet |
ດາລາດໄດ້ຮັບການຂະຫນານນາມວ່າແມ່ນ ນະຄອນແຫ່ງດອກໄມ້ນັບນາໆ ຊະນິດ, ເພາະວ່າ ດາລາດ ແມ່ນເຂດປູກດອກໄມ້ແຫ່ງໃຫຍ່ກວ່າໝູ່ຢູ່ ຫວຽດນາມ. ສະນັ້ນ ມາຢ້ຽມຢາມ ດາລາດ, ສະຖານທີ່ທຳອິດນັກທ່ອງທ່ຽວມັກໄປຢ້ຽມຊົມນັ້ນແມ່ນສວນດອກໄມ້ຂອງນະຄອນ, ແມ່ນບ່ອນເຕົ້າໂຮມດອກໄມ້ສີສັນຫລາກຫລາຍນາໆຊະນິດ. ປະຈຸບັນ, ສວນດອກໄມ້ ດາລາດ ແມ່ນແຫ່ງວາງສະແດງດອກໄມ້ດ້ວຍຂອບຂະຫນາດໃຫຍ່ກວ່າໝູ່ ແລະ ຄົບທຸກຊະນິດ ຢູ່ ດາລາດ. ຢູ່ທີ່ນີ້ ມີດອກໄມ້ກວ່າ 300 ຊະນິດ, ໃນນັ້ນ ມີດອກກູຫລາບ, ດອກມີໂມຢາ, ດອກເບັນຈະມາດ, ດອກກ້ວຍໄມ້, ດອກສາມສີເບັ່ງບານດອກຕະຫລອດປີ. ນອກຈາກດອກໄມ້ທີ່ເຄີຍມີຢູ່ ຫວຽດນາມ ແລ້ວ, ຢູ່ສວນດອກໄມ້ແຫ່ງນີ້ຍັງມີດອກໄມ້ຫລາຍຊະນິດທີ່ສວຍງາມນຳເອົາຈາກຕ່າງປະເທດມາປູກ. ບໍ່ວ່າບ່ອນຢູ່ໃດໃນນະຄອນດາລາດທີ່ສວຍງາມນີ້ ລ້ວນແຕ່ພົບເຫັນສີສັນຫລາກຫລາຍຂອງດອກໄມ້, ຈາກຖະຫນົນສາຍຕ່າງໆ ຕະຫລອດຮອດຮ່ອມທາງ, ຕໍ່ຫນ້າເຮືອນຊານ ລ້ວນແຕ່ເຫັນດອກໄມ້ບົ່ງບານດອກນາໆສີ. ຫງວຽນມິນແອງ ນັກທ່ອງທ່ຽວມາຈາກນະຄອນ ໂຮ່ຈິມິນ ແບ່ງປັນວ່າ:
“ຢູ່ທີ່ນີ້ມີດອກໄມ້ຫລາຍຊະນິດ ແລະ ບາງຊະນິດເປັນຄັ້ງທຳອິດຂ້າພະເຈົ້າໄດ້ເຫັນ. ສິ່ງທີ່ສ້າງຄວາມປະທັບໃຈ ກວ່າໝູ່ແມ່ນດອກໄມ້ຈັດຕາມຮົ້ວຂາວ ຫລື ຢູ່ຕາມຖະຫນົນສາຍຕ່າງໆ. ບັນດາຕົ້ນດອກບານ,ດອກສາມສີຫລືຟຸ່ມໄມ້ນອ້ຍໆ.ກໍເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກວ່າ ດາລາດແມ່ນແຫ່ງພິເສດແທ້ໆ.”
ດາລາດແມ່ນແຫ່ງທີ່ບັນດາບໍລິສັດທ່ອງທ່ຽວເຄີຍເລືອກເຟັ້ນເພື່ອສ້າງຫລາຍລາຍການທີ່ອຸດົມສົມບູນໃຫ້ແກ່ນັກທ່ອງທ່ຽວຄື: ທ່ອງທ່ຽວໃນເມືອງ, ທ່ຽວຊົມຕາມລາຍການທ່ອງທ່ຽວຫລື ລາຍການທັດສະນະສຶກສາພິເສດຕາມຫົວເລື່ອງສະເພາະ. ໃນນັ້ນ ມີບັນດາລາຍການທ່ອງທ່ຽວຄື: ລາຍການຕັ້ງຄ້າຍ, ຕືກປາ, ປີນພູ, ລາຍການທ່ອງທ່ຽວຊີວະພາບ, ຄົ້ນຄ້ວາຫົວເລື່ອງສະເພາະ, ລາຍການທ່ອງທ່ຽວວັດທະນະທຳ, ງານບຸນ ຍາມໃດກໍມີຈຳນວນນັກທ່ອງທ່ຽວເລືອກເຟັ້ນຫລາຍກວ່າໝູ່. ອ້າຍ ຫງວຽນມີນຟອງ, ພະນັກງານ ບໍລິສັດທ່ອງທ່ຽວ Viettrip ໃຫ້ຮູ້ວ່າ:
“ນັກທ່ອງທ່ຽວມາຢ້ຽມຢາມ ດາລາດ ສ່ວນຫລາຍມັກໄປທ່ຽວຊົມ Lang Biang. ເພາະວ່າ ເຂົາເຈົ້າຢາກຂຶ້ນຈອມພູ, ບ່ອນທີ່ມີອາກາດຫນາວສຸດ. ຖ້າຫາກເຂົ້າຮ່ວມລາຍການທ່ອງທ່ຽວບ້ານນາ ອາດຈະຮຽນໄດ້ວິທີປູກດອກໄມ້ຂອງຊາວ ດາລາດ, ນອກນັ້ນ ຍັງຮູ້ຈັກເຖິງວິທີຜະລິດເຫລົ້າຂອງຊາວບ້ານ Nam Bang ກໍຄືຂັ້ນຕອນຕ່ຳຫູກທໍໄຫມ .”
ສຳລັບອ້າຍ ຫງວຽນຕວນແອງ, ນັກທ່ອງທ່ຽວມາຈາກ ຮ່າໂນ້ຍ, ສິ່ງທີ່ອ້າຍຮູ້ສຶກປະທັບໃຈທີ່ສຸດແມ່ນການເຂົ້າຮ່ວມບັ້ນດຳເນີນຊີວິດດ້ານວັດທະນະທຳວົງຄະນາຍາດພ້ອມກັບຊາວເຜົ່າ K’ Ho. ອ້າຍຕວນແອງ ແບ່ງປັນວ່າ:
“ນີ້ເປັນຄັ້ງທຳອິດຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການວັດທະນະທຳຂອງຊາວເຜົ່າ K’ Ho. ພວກຂ້າພະເຈົ້າໄດ້ດື່ມເຫລົ້າໄຫ, ຮັບປະທານອາຫານພິເສດຊອງຊາວບ້ານ, ນອກນັ້ນ ຍັງໄດ້ຮຽນວິທີຫລິ້ນເຄື່ອງດົນຕີພື້ນເມືອງ, ຟ້ອນ, ລຳພ້ອມກັບຊາວເຜົ່າອີກດ້ວຍ. ສິ່ງທີ່ຂ້າພະເຈົ້າຮູ້ສຶກປະທັບໃຈກວ່າໝູ່ ແມ່ນໄດ້ນຸ່ງຊຸດປະເພນີຂອງຊາວເຜົ່າ K’ Ho”
![]() ດອກໄມ້ຢູ່ ດາລາດ
ພາບ:dulich.vn |
ສ່ວນ ອ້າຍ Rick ນັກທ່ອງທ່ຽວມາຈາກ ອາເມລິກາ ບໍ່ເຂົ້າຮ່ວມລາຍການຂອງບໍລິສັດທ່ອງທ່ຽວ, ຫາກອ້າຍຈັດລາຍການເອງ ຢາກຄົ້ນຫາສິ່ງທີ່ສ້າງຄວາມປະທັບໃຈຢູ່ດາລາດ. ອ້າຍ Rick ເວົ້າວ່າ:
“ອາກາດ ແລະ ທິວທັດທຳມະຊາດຢູ່ທີ່ນີ້ກໍແຕກຕ່າງກັນແຫ່ງອື່ນ. ຂ້າພະເຈົ້າມາຢ້ຽມຢາມ ດາລາດ ສອງສາມຄັ້ງແລ້ວ. ຂ້າພະເຈົ້າໄປຄົ້ນຫາດາລາດດ້ວຍລົດຈັກ, ບາງເທື່ອກໍຖືກຫລົງທາງ ແຕ່ຍ້ອນເຫດນັ້ນ ຈຶ່ງຮູ້ຈັກໄດ້ສິ່ງທີ່ໃຫມ່ອ່ຽມຫລາຍຢ່າງ.”
ນັກທ່ອງທ່ຽວແຕ່ລະຄົນເມື່ອມີໂອກາດມາຢ້ຽມຢາມ ດາລາດ ລ້ວນແຕ່ຮູ້ສຶກລວມວ່າ ທິວທັດທຳມະຊາດທີ່ສວຍງາມ ແລະ ອາກາດເຢັນສະບາຍພ້ອມກັບອາລົມຈິດຂອງ ຊາວເຜົ່າຕ່າງໆຢູ່ ດາລາດ ໄດ້ເຮັດໃຫ້ເຂົາເຈົ້າບໍ່ຢາກອອກຈາກແຫ່ງນີ້. ຖ້າມີໂອກາດໃຜໆກໍຢາກກັບຄືນມາຢາມດາລາດອີກຄັ້ງຫນຶ່ງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


