(vovworld)-ຫນຶ່ງໃນບັນດາປັດໄຈດູດດື່ມນັກທ່ອງທ່ຽວເມື່ອມາຢ້ຽມຢາມຫວຽດນາມ ນັ້ນແມ່ນບັນດາມໍລະດົກທຳມະຊາດ ແລະ ມໍລະດົກວັດທະນະທຳທີ່ມີຮູບຮ່າງ ກໍຄືບໍ່ມີຮູບຮ່າງ ທີ່ໄດ້ຮັບການຮັບຮອງຈາກ UNESCO. ຂະແຫນງການທ່ອງທ່ຽວ ຫວຽດນາມ ພວມຊອກຫາວິທີຂຸດຄົ້ນແຫລ່ງຜົນປະໂຫຍດຈາກມໍລະດົກນີ້ຢ່າງເໝາະສົມ ແລະ ມີປະສິດທິຜົນ ເພື່ອພັດທະນາ ແລະ ດຶງດູດນັກທ່ອງທ່ຽວ.
![]() ອ່າວ ຮ້າລອງ
ພາບ: internet |
ແຕ່ພາກເຫນືອຕະຫລອດຮອດພາກໃຕ້, ຫວຽດນາມ ມີຫລາຍມໍລະດົກທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງເຊິ່ງມີຄຸນຄ່າຄື: ອ່າວ Ha Long ຢູ່ແຂວງ Quang Ninh, ພະລາຊະວັງ Thang Long, Van Mieu Quoc Tu Giam ຢູ່ ນະຄອນ Ha Noi, Phong Nha Ke Bang ຢູ່ແຂວງ Quang Binh, ເມືອງຫລວງເກົ່າ Hue, ຄຸ້ມເມືອງເກົ່າ Hoi An ( ຢູ່ ແຂວງ Quang Nam), ຂັບ ກາຈູ, ຂັບກວານຫໍ້, ຄ້ອງ ໄຕງວຽນ ແລະອື່ນໆ. ມໍລະດົກທັງໝົດນີ້ ລ້ວນແຕ່ແມ່ນແຫລ່ງຊັບພະຍາກອນສຳຄັນ, ມີຄວາມໝາຍເປັນຕາຍສຳລັບການພັດທະນາຂອງຂະແຫນງການທ່ອງທ່ຽວ ຫວຽດນາມ. ເມື່ອເວົ້າເຖິງສິ່ງນີ້, ທ່ານ Nguyen Van Tuan, ຫົວຫນ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຕີລາຄາວ່າ:
“ບັນຫາມໍລະດົກ, ປູຊະນີຍະສະຖານເວົ້າສະເພາະ ແລະ ວັດທະນະທຳເວົ້າລວມຕິດພັນ ກັບການເຄື່ອນໄຫວ ແລະ ທ່ອງທ່ຽວ ແມ່ນທ່າອ່ຽງທີ່ຈຳເປັນ. ມໍລະດົກ ແລະ ບັນດາຄຸນຄ່າວັດທະນະທຳແມ່ນຊັບພະຍາກອນທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວນຳມາໃຫ້ແຂກທ່ອງທ່ຽວບັນດາຮູບພາບຂອງປະເທດຫນຶ່ງ ແລະ ການທ່ອງທ່ຽວເອງໄດ້ສ້າງພະລັງຊີວິດໃຫ້ແກ່ບັນດາປູຊະນີຍະສະຖານນີ້.”
ຕາມທ່ານ Mai Tien Dung ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ນະຄອນ ຮ່າໂນ້ຍແລ້ວ, ຫນຶ່ງໃນບັນດາປັດໄຈດູດດື່ມນັກທ່ອງທ່ຽວເມື່ອມາຢ້ຽມຢາມ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ ນັ້ນແມ່ນບັນດາຄຸນຄ່າວັດທະນະທຳ. ຖ້າຮູ້ຈັກຂຸດຄົ້ນຢ່າງເໝາະສົມ ແລະ ມີປະສິດທິຜົນຈະນຳມາຊຶ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ຂະແຫນງທ່ອງທ່ຽວ.
“ຂະແຫນງທ່ອງທ່ຽວບໍສາມາດພັດທະນາໄດ້ ຖ້າຫາກບໍ່ເສີມຂະຫຍາຍຄຸນຄ່າ ບັນດາມໍລະດົກວັດທະນະທຳໄດ້. ຢູ່ທ່ີ່ນີ້, ບັນດາມໍລະດົກວັດທະນະທຳສວມບົດບາດສຳຄັນທີ່ສຸດທີ່ສຳລັບການພັດທະນາການທ່ອງທ່ຽວຂອງ ຮ່າໂນ້ຍ. ເມື່ອມໍລະດົກຕິດພັນກັບການພັດທະນາການທ່ອງທ່ຽວຈຶ່ງສາມາດເສີມຂະຫຍາຍຄຸນຄ່າເອງໄດ້.”
ເຖິງວ່າ ມີທ່າໄດ້ປຽບຄືແນວນັ້ນ, ແຕ່ເລື່ອງຂຸດຄົ້ນບັນດາຄຸນຄ່າມໍລະດົກໃນການເຄື່ອນໄຫວການທ່ອງທ່ຽວ ຍັງມີຫລາຍສາຍເຫດ. ຕາມທ່ານ Mai Tien Dung ສາຍເຫດນີ້ບໍ່ຂຶ້ນກັບຜູ້ໃດ, ເພາະວ່າ ອົງການບໍລິຫານລັດ ກ່ຽວກັບການທ່ອງທ່ຽວກໍບໍ່ທັນວາງຍຸດທະສາດຂຸດຄົ້ນຄຸນຄ່າມໍລະດົກ ເພື່ອພັດທະນາການທ່ອງທ່ຽວເທື່ອ, ໃນຂະນະທີ່ບັນດາວິສາຫະກິດພຽງແຕ່ຂຸດຄົ້ນບັນດາສິ່ງທີ່ມີຢູ່ແລ້ວ ບໍ່ມີການລົງທຶນຄືນໃຫມ່ໃຫ້ແກ່ບັນດາມໍລະດົກວັດທະນະທຳ. ໃນຂະນະນັ້ນ ການຮ່ວມສຳພັນລະຫວ່າງທ້ອງຖິ່ນທີ່ມີມໍລະດົກເພື່ອພັດທະນາການທ່ອງທ່ຽວໃນປະຈຸບັນພຽງແຕ່ສະແດງອອກໃນການລົງນາມເອກະສານຮ່ວມມືເທົ່ານັ້ນ. ທ່ານ Ho Tan Cuong ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ແຂວງ Quang Nam ຖືວ່າ: ຫວຽດນາມ ຄວນສ້າງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະ ແຕກຕ່າງເມື່ອຂຸດຄົ້ນຄຸນຄ່າວັດທະນະທຳເພື່ອເພີ່ມລາຍຮັບໃຫ້ແກ່ການທ່ອງທ່ຽວ.
“ເພື່ອເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ມີຢູ່ແລ້ວຂອງແຕ່ລະທ້ອງຖິ່ນທີ່ມີມໍລະດົກວັດທະນະທຳຂອງໂລກໃຫ້ໄດ້, ກ່ອນອື່ນໝົດພວກເຮົາຕ້ອງມີການຕິດພັນໃນການຮ່ວມມືເພື່ອສ້າງຜະລິດຕະພັນ. ທີສອງ ຕ້ອງຕິດພັນການຮ່ວມມືເພື່ອໂຄສະນາສົ່ງເສີມ. ຜ່ານນັ້ນ, ພວກເຮົາຈະຊ່ວຍໃຫ້ການໂຄສະນາແຕ່ລະເທື່ອເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳກວ່າ.”
![]() ຄຸ້ມເມືອງເກົ່າ ໂຮ້ຍອານ ໃນຍາມກາງຄືນ
ພາບ: internet |
ບັນດາມໍລະດົກໂລກຢູ່ ຫວຽດນາມ ໄດ້ຮັບຖືວ່າ ແມ່ນຊັບພະຍາກອນການທ່ອງທ່ຽວທີ່ມີຄຸນຄ່າພິເສດເພື່ອຂຸດຄົ້ນສ້າງບັນດາຜະລິດຕະພັນການທ່ອງທ່ຽວອັນດູດດື່ມ, ມີກຳລັງແກ້ງແຍ້ງສູງ. ແຕ່ເພື່ອຂຸດຄົ້ນບັນດາຄຸນຄ່າທ່ອງທ່ຽວຈາກມໍລະດົກນັ້ນໃຫ້ມີປະສິດທິຜົນ ຍັງມີຫລາຍບັນຫາຕ້ອງແກ້ໄຂ ແລະ ຕ້ອງມີການປະສານສົມທົບຢ່າງຄົບຊຸດລະຫວ່າງບັນດາຂະແຫນງການກ່ຽວຂ້ອງ. ພິເສດຄຽງຄູ່ກັບວຽກງານອະນຸລັກຮັກສາຄຸນຄ່າຂອງບັນດາມໍລະດົກນັ້ນ,ການເຄື່ອນໄຫວສົ່ງເສີມໂຄສະນາກໍໄດ້ຮັບການຕີລາຄາວ່າ ແມ່ນສຳຄັນທີ່ສຸດ ພິເສດ ແມ່ນບັນດາລາຍການໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ຕ່າງປະເທດ ເພື່ອໃຫ້ການທ່ອງທ່ຽວຫວຽດນາມ ນັບມື້ນັບພັດທະນາ. ເພາະສະນັ້ນ ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໄດ້ເລືອກເຟັ້ນຫົວເລື່ອງການທ່ອງທ່ຽວມໍລະດົກໃຫ້ແກ່ປີທ່ອງທ່ຽວແຫ່ງຊາດຢູ່ເຂດແຄມທະເລຕອນເຫນືອ ພາກກາງຫວຽດນາມ ປີ 2012 ເພື່ອໂຄສະນາ ແລະ ພັດທະນາໃຫ້ແກ່ຮູບການທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ດູດດື່ມນີ້. ປີທ່ອງທ່ຽວແຫ່ງຊາດເຂດແຄມທະເລຕອນເຫນືອພາກກາງ ປີ 2012 ເລີ່ມຕົ້ໜດ້ວຍບັນດາການເຄື່ອນໄຫວຂອງ Festival Hue ໃນຊຸມມື້ຈະມາເຖິງ ແນ່ນອນວ່າ ຈະແມ່ນບັນດາຜະລິດຕະພັນການທ່ອງທ່ຽວໃຫມ່ ແລະ ດູດດື່ມ ໂດຍອີງໃສ່ຄຸນຄ່າຂອງບັນດາມໍລະດົກວັດທະນະທຳຢູ່ ຫວຽດນາມ.
ນັກຂ່າວ ມາຍລານ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


