(vov5) - ດອກເໝີຍສີເຫຼືອງ ພ້ອມກັບໃບໄມ້ສີຂຽວພວມເບັ່ງບານອອກ, ເປັນສັນຍານທີ່ວ່າ ລະດູບານໃໝ່ໄດ້ວຽນມາຢູ່ໝູ່ເກາະຕ່າງໆໃນເຂດທະເລທາງທິດຕາເວັນຕົກສຽງໃຕ້ຂອງປະເທດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ທະຫານເຮືອເຂດ 5 ນຳເອົາຂອງຂວັນຈາກດິນຕໍ່ແຜນໄປຍັງໝູ່ເກາະ ເພື່ອມອບໃຫ້ນັກຮົບຢູ່ທີ່ນີ້ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດ (ບຸນເຕັດ) ດ້ວຍຄວາມອົບອູ່ນ ແລະ ເຕັມໄປດ້ວຍສາຍໃຈທີ່ຮັກແພງລະຫວ່າງທະຫານ ແລະ ປະຊາຊົນ. ບັນດາກ່ຳປັ່ນທີ່ອອກໄປຍັງເຂດໝູ່ເກາະນັ້ນ ໄດ້ເປັນຂົວເຊື່ອມຕໍ່ລະຫວ່າງດິນຕໍ່ແຜ່ນ ກັບຫມູ່ເກາະຢູ່ຫ່າງໄກສອກຫຼີກ - ແຫ່ງທີ່ບັນດານັກຮົບກອງທັບເຮືອພວມປະຕິບັດໜ້າທີ່ປ້ອງກັນເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ.

ເກາະ ໂຖຈູ ເຊິ່ງແມ່ນເກາະປ້ອມໜ້າ ຢູ່ທາງທິດຕາເວັນຕົກສຽງໃຕ້ຂອງປະເທດ
(ພາບອິນເຕີແນດ)
ມາຢ້ຽມຢາມບັນດາກົມກອງທີ່ຂຶ້ນກັບເຂດ 5 ຂອງກອງທັບເຮືອໃນຊຸມວັນໄກ້ຈະຮອດບຸນປີໃໝ່. ຢູ່ແຫ່ງໃດກໍ່ເຫັນບັນຍາກາດຟົດຟື້ນມ່ວນຊື່ນ ເພື່ອກະກຽມຕ້ອນຮັບບຸນປີໃໝ່. ບັນດາຄ້າຍທະຫານຖືກສ້ອມແປງຢ່າງສະອາດ, ສວຍງາມ. ດອກໄມ້ໃນສວນກໍ່ເບັ່ງບານອອກກົງກັບໂອກາດບຸນປີໃໝ່. ນັບແຕ່ຮຸ່ງເຊົ້າ, ຢູ່ເກາະ ໂຖຈູ ເຊິ່ງແມ່ນເກາະປ້ອມໜ້າ ຢູ່ທາງທິດຕາເວັນຕົກສຽງໃຕ້ຂອງປະເທດ, ພະນັກງານ, ນັກຮົບ ໄດ້ພ້ອມກັນບົວລະບັດ, ຫົດນ້ຳໃຫ້ດອກກ້ວຍໄມ້ທີ່ພວມເບັ່ງບານດ້ວຍສີສັນສົດໄສ. ນັກຮົບ ຫງວຽນວັນກິງ, ບ້ານເກີດຢູ່ແຂວງຮ່າຕິ້ງ, ໃຫ້ຮູ້ວ່າ: ນີ້ແມ່ນເທື່ອທຳອິດທີ່ອ້າຍຕ້ອນຮັບບຸນປີໃໝ່ໄກຈາກຄອບຄົວ,
“ບຸນປີໃໝ່ຢູ່ບ້ານແມ່ນມີໝູ່ເພື່ອນ, ຍາດຕິພີ່ນ້ອງ. ເຖິງວ່າຫາກໍ່ມາຮັບໜ້າທີ່ຢູ່ເກາະໂຖຈູ ກໍ່ຕາມ, ແຕ່ຂ້າພະເຈົ້າພັດໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງຈາກຂັ້ນເທິງ ແລະ ເພື່ອນຮ່ວມກົມກອງ, ດັ່ງນັ້ນຈຶ່ງມີຄວາມອູ່ນອ່ຽນໃຈ ເພື່ອປະຕິບັດໜ້າທີ່. ອ້າຍນ້ອງຢູ່ທີ່ນີ້ດຳລົງຊີວິດປອງດອງກັນ ແລະ ມີຄວາມສະໜິດສະໜົມນຳກັນ. ມື້ວານນີ້, ອ້າຍນ້ອງໃນກົມກອງຫາໄດ້ດອກເໝີຍທີ່ສວຍງາມຢູ່ໃນປ່າເພື່ອຕັ້ງໃນຫໍປະຊຸມ ແລະ ຫໍ່ເຂົ້າຕົ້ມ 10 ໜ່ວຍເພື່ອຕ້ອນຮັບບຸນປີໃໝ່. ປະຈຸບັນ, ກົມກອງໄດ້ກະກຽມວຽກງານທັງໝົດສຳເລັດແລ້ວເພື່ອຕ້ອນຮັບບຸນປີໃໝ່”.

ນັກຮົບຢູ່ເກາະໂຖຈູກະກຽມຕ້ອນຮັບບຸນປີໃໝ່
(ພາບອິນເຕີແນດ)
ສຳລັບ ຮ້ອຍເອກ ຈ້ຽວວັນຕ໋ວຽນ, ນັກເຕັກນິກ ຮາດາ, ຜູ້ທີ່ມາເຮັດວຽກຢູ່ເກາະແຫ່ງນີ້ເປັນເວລາກວ່າ 17 ປີແລ້ວໄດ້ເລົ່າສູ່ຟັງວ່າ, ບຸນປີໃໝ່ທີ່ໜ້າຈົດຈຳທີ່ສຸດແມ່ນບຸນປີໃໝ່ປີ 2007, ເມື່ອອ້າຍຕົກລົງນຳຄອບຄົວມາດຳລົງຊີວິດ, ກໍ່ຮ່າງສ້າງຕົວຢູ່ເກາະແຫ່ງນີ້ ດ້ວຍຄວາມທຸກຍາກລຳບາກຫຼາຍຢ່າງ. ມາຮອດປະຈຸບັນ, ອ້າຍໄດ້ມີເຮືອນຕຶກຫຼັງໜຶ່ງຢູ່ມໍ່ກັບກົມກອງແລ້ວ, ສ່ວນລູກເຕົ້າກໍ່ໄດ້ໄປຮ່ຳຮຽນຢູ່ເຂດດິນຕໍ່ແຜ່ນ, ສ່ວນເມຍກໍ່ມີຮ້ານຄ້ານ້ອຍໆ ເພື່ອຫາເງິນລ້ຽງຊີບ. ອ້າຍຕ໋ວຽນ ໃຫ້ຮູ້ວ່າ:
“ໃນຊຸມປີມໍ່ໆມານີ້, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ພວກຂ້າພະເຈົ້າຈຶ່ງໄດ້ຕ້ອນຮັບບຸນປີໃໝ່ດ້ວຍຄວາມເບິນບານມ່ວນຊື່ນ ບໍ່ຕ່າງຫຍັງກັບຢູ່ເຂດດິນຕໍ່ແຜ່ນ, ການພົວພັນລະຫວ່າງປະຊາຊົນກັບທະຫານກໍ່ມີຄວາມສະໜິດຕິດພັນກວ່າ. ອ້າຍນ້ອງໃນກົມກອງກໍ່ຮັກແພງກັນປຽບເໝືອນອ້າຍນ້ອງໃນຄອບຄົວດຽວກັນ. ຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ພວກຂ້າພະເຈົ້າໄດ້ຈັດງານພົບປະແລກປ່ຽນກັບຄະນະຊາວໜຸ່ມ, ຈັດການສະແດງສິລະປະ. ຄວາມປາຖະໜາຂອງນັກຮົບພວກຂ້າພະເຈົ້າແມ່ນຢາກໃຫ້ຊີວິດຂອງປະຊາຊົນທຸກຄົນນັບມື້ນັບດີຂຶ້ນ. ສ່ວນນັກຮົບພວກຂ້າພະເຈົ້າກໍ່ຫວັງວ່າເງື່ອນໄຂດ້ານວັດຖຸ ແລະ ການດຳລົງຊີວິດຢູ່ເຂດເກາະນີ້ຈະໄດ້ຮັບການຍົກສູງຂຶ້ນ”.

ການເພີ່ມພູນຜະລິດຜົນຂອງປະຊາຊົນໃນເກາະໂຖຈູ
(ພາບອິນເຕີແນດ)
ຢູ່ເກາະ ໂຖຈູ, ພັນໂທ ຟ້າມວັນຮູຍ, ຜູ້ບັນຊາການກອງພັນໃຫຍ່ໂຖຈູ, ໃຫ້ຮູ້ວ່າ, ທາງກົມກອງໄດ້ມີແຜນການລາດຕະເວັນໃນໂອກາດບຸນປີໃໝ່ແລ້ວ, ສ້າງເງື່ອນໄຂໃຫ້ອ້າຍນ້ອງກະກຽມຕ້ອນຮັບບຸນປີໃໝ່ບົນຈິດໃຈເບິກບານມ່ວນຊື່ນ, ປອດໄພ, ປະຢັດ ແລະ ກຽມພ້ອມສູ້ຮົບໃນທຸກສະພາບການ ເພື່ອຮັກສາອະທິປະໄຕເຂດທະເລໝູ່ເກາະ .
”ບຸນປີໃໝ່ນີ້, ພວກຂ້າພະເຈົ້າໄດ້ມີການປ່ຽນໃໝ່ຫຼາຍຢ່າງໃນການຜັນຂະຫຍາຍໜ້າທີ່ ກ່ຽວກັບຊີວິດທາງດ້ານວັດຖຸ ແລະ ຈິດໃຈ ກໍ່ຄືການລາດຕະເວນ, ດ້ວຍຄວາມຮັບຜິດຊອບສູງກວ່າ. ໃນໂອກາດບຸນປີໃໝ່, ພວກຂ້າພະເຈົ້າກໍ່ສົມທົບກັບຄະນະກຳມະການປະຊາຊົນ, ຄະນະຊາວໜຸ່ມຕາແສງ ຈັດຕັ້ງການເຄື່ອນໄຫວລະຫຼິ້ນພື້ນເມືອງ, ສະແດງສິລະປະ, ແຂ່ງຂັນກິລາ”.

ນັກຮົບຢູ່ເກາະໂຖຈູຍາມໃດກໍ່ກຽມພ້ອມສູ້ຮົບເພື່ອຮັກສາອະທິປະໄຕເຂດທະເລໝູ່ເກາະ
(ພາບອິນເຕີແນດ)
ທ່ານ ຫງວຽນທ້າຍຫວຽດ, ຮອງປະທານຄະນະກຳມະການປະຊາຊົນຕາແສງອານເຊີນ, ໃຫ້ຮູ້ວ່າ ພາເຂົ້າສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ໂດຍສະຖານີ ຮາດາ ແລະ ປະຊາຊົນຈັດຕັ້ງ ເພື່ອ ຂໍລາພະນັກງານ, ນັກຮົບບາງຄົນກັບເມືອບ້ານຕ້ອນຮັບປີໃໝ່ ກໍ່ມີອາຫານຫຼາຍເຍື່ອງທີ່ເປັນສັນຍາລັກຂອງບຸນເຕັດຄື: ເຂົ້າຕົ້ມ, ຢໍ່, ພັກບົວສົ້ມ, ປາ…
”ເພື່ອຮັບປະກັນໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່ໃນຄວາມເບີກບານມ່ວນຊື່ນ, ທະຫານ ແລະ ປະຊາຊົນໄດ້ມີງານພົບປະແລກປ່ຽນ, ສະແດງສິລະປະກັບກອງປ້ອງກັນຊາຍແດນ, ທະຫານເຮືອ… ທີ່ຕັ້ງທັບໃນບໍລິເວນຕາແສງ. ນອກນັ້ນ, ບຸນປີໃໝ່ນີ້, ພວກຂ້າພະເຈົ້າຍັງສ້າງຕັ້ງຄະນະປະຕິບັດງານໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທີ່ທຸກຍາກ, ຄອບຄົວໃນເປົ້າໝາຍນະໂຍບາຍອີກດ້ວຍ”
ລະດູບານໃໝ່ໄດ້ວຽນມາອີກວາລະໜຶ່ງ ແລະ ຢູ່ເຂດເກາະທີ່ຫ່າງໄກທາງທິດຕາເວັນຕົກສຽງໃຕ້ຂອງປະເທດ, ມີພະນັກງານ, ນັກຮົບຫຼາຍຄົນຍັງຄົງສືບຕໍ່ປະຕິບັດໜ້າທີ່ ບໍ່ໄດ້ກັບເມືອບ້ານຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວ. ສຳລັບເຂົາເຈົ້າແລ້ວ, ເຖິງວ່າຈະຢູ່ໄກຈາກຄອບຄົວກໍ່ຕາມ ແຕ່ຢູ່ເກາະແຫ່ງນີ້ ຍັງມີຄວາມອົບອູ່ນຂອງລະດູບານໃໝ່ ແລະ ອາລົມຈິດຂອງເພື່ອນຮ່ວມກົມກອງຢູ່.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
