(vovworld)- ບໍ່ພຽງແຕ່ແມ່ນພາບທີ່ນຳມາວາງສະແດງເທົ່ານັ້ນ, ງານວາງສະແດງ “ ພາບພື້ນເມືອງ 12 ປະເພດທີ່ພົ້ນເດັ່ນຂອງຫວຽດນາມ” ຖືກຈັດຂຶ້ນຢູ່ ຫໍພິພິດທະພັນ ຮ່າໂນ້ຍ ໃຫ້, ສາທາລະນະຊົນທີ່ນິຍົມສິລະປະພື້ນເມືອງ ໄດ້ຮັບຊົມ, ມີຄວາມເຂົ້າໃຈຕື່ມອີກກ່ຽວກັບຕົ້ນກຳເນີດ, ວິວັດການຜະລິດພາບພື້ນເມືອງແຕ່ລະປະເພດ. ນອກຈາກໄດ້ຊົມບັນດາພາບພື້ນເມືອງທີ່ເປັນເອກະລັກສະເພາະແລ້ວ, ຜູ້ຊົມຍັງມີໂອກາດໄດ້ເຫັນປະຈັກຕາບັນດາຂັ້ນຕອນຜະລິດພາບພື້ນເມືອງຄື: ພາບດົງໂຮ່, ຮ່າງຈົງ, ກີມຮ່ວາງ... ທີ່ງານວາງສະແດງອີກດ້ວຍ. ເຂົ້າຮ່ວມງານວາງສະແດງ, ສາທາລະນະຊົນຈະມີໂອກາດໄດ້ຊອກຮູ້ກ່ຽວກັບການພົວພັນແລກປ່ຽນ, ຮັບເອົາບັນດາຈຸດທີ່ແຕກຕ່າງກັນຂອງພາບພື້ນເມືອງຫວຽດນາມ ແຕ່ລະປະເພດ. ບົດຂຽນຂອງນັກຂ່າວ ງາບັກ.

ພາບພື້ນເມືອງບ້ານຊີ່ງ
(ພາບປະກອບ)
ພາບພື້ນເມືອງ ຮ່າງຈົງ ດ້ວຍຂະຫນາດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ ເຊິ່ງມີລວງກວ້າງ 1,4 ແມັດ, ລວງຍາວ 1,8 ແມັດ ແມ່ນຈຸດພົ້ນເດັ່ນເປັນຫນ້າສົນໃຈໃນງານວາງສະແດງ “ພາບພື້ນເມືອງ 12 ປະເພດທີ່ພົ້ນເດັ່ນຂອງຫວຽດນາມ”. ນັກສິລະປະການຫນຸ່ມ ເລຮວ່ານ, ລູກຊາຍທັງເປັນຜູ້ສືບທອດຫນຶ່ງດຽວຂອງນັກສິລະປະການພາບຮ່າງຈົ໋ງ ເລດີງງວຽນ ໃຫ້ຮູ້ວ່າ: ນີ້ແມ່ນຫນຶ່ງໃນບັນດາພາບພື້ນເມືອງທີ່ພົ້ນເດັ່ນຂອງ ພາບຮ່າງຈົ໋ງ, ສ່ອງແສງໃຫ້ເຫັນການເຊື່ອຖືບູຊາພະແມ່ຂອງປະຊາຊົນ. ຕາມອ້າຍເລຮ່ວານ ແລ້ວ, ພາບແຕ່ລະແຜ່ນໃນງານວາງສະແດງພາບພື້ນເມືອງ 12 ປະເພດທີ່ພົ້ນເດັ່ນ, ມີຄວາມງາມພິເສດສະເພາະ, ສ່ອງແສງຈຸດຄ້າຍຄືກັນ ແລະ ແຕກຕ່າງກັນໃນຊີວິດທາງດ້ານວັດທະນະທຳ, ດ້ວຍຈິດໃຈຂອງປະຊາຊົນຢູ່ບັນດາເຂດພາກ.
“ຢູ່ພາກໃຕ້ ສ່ວນຫລາຍແມ່ນບູຊາພະພຸດທະເຈົ້າ, ພາບບູຊາ, ພາບແກ້ວຢູ່ຕະຫລາດໃຫຍ່. ສ່ວນຢູ່ພາກກາງ, ພາບແກ້ວພະລາດຊະວັງ ເຫ້ວ ມີສີສັນຂອງພະລາດຊະວັງ ເຫ້ວໃນສະໄຫມລາດຊະວົງຫງວຽນໃນເມື່ອກ່ອນ. ພາບພື້ນເມືອງຂອງໝູ່ບ້ານຊີ່ງ ສ່ວນຫລາຍແມ່ນພາບທີ່ໃຊ້ເພື່ອຂັບໄລ່ຜີສ້າງນາງໄມ້ເມື່ອບູຊາແລ້ວ ແມ່ນຈູດເຜົາ. ຢູ່ພາກເຫນືອມີພາບບູຊາພະແມ່. ພາບແຕ່ລະປະເພດລ້ວນແຕ່ມີຈຸດພິເສດສະເພາະ ແຕ່ທັງໝົດລ້ວນແຕ່ຮັບໃຊ້ການເຫລື້ອມໃສພື້ນເມືອງຂອງຫວຽດນາມ.”
ພາບພື້ນເມືອງທີ່ພົ້ນເດັ່ນ 12 ປະເພດແມ່ນນອນໃນປະມວນພາບຂອງຫໍພິພິດຕະພັນເຄື່ອງປັ້ນດິນເຜົາຮ່າໂນ້ຍ, ລວມມີ: ພາບດົງໂຮ່, ພາບກີມຮ່ວາງ, ພາບຮ່າງຈົ໋ງ, ພາບໝູ່ບ້ານຊີ່ງ ແລະອື່ນໆ. ພາບກວ່າ 200 ແຜ່ນ ແລະ ວັດຖຸພັນທີ່ໄດ້ນຳມາວາງສະແດງໃນງານວາງສະແດງຄັ້ງນີ້ ພຽງແຕ່ແມ່ນສ່ວນຫນຶ່ງໃນຈຳນວນພາບພື້ນເມືອງ 800 ແຜ່ນ ຊື່ງນັກສະສົມ ຫງວຽນທິທູຮ່ວາ, ຜູ້ອຳນວຍການຫໍພິພິດທະພັນເຄື່ອງປັ້ນດິນເຜົາເອກະຊົນ ຮ່າໂນ້ຍ ທ້ອນໂຮມມາໄດ້ໃນຫລາຍປີມານີ້. ສ່ວນຫນຶ່ງໃນບັນດາພາບພື້ນເມືອງບູຮານທີ່ທ່ານນາງຊື້ມາໄດ້ຈາກຜູ້ອື່ນ. ສ່ວນຫນຶ່ງອີກແມ່ນໄດ້ຜະລິດຄືນໃຫມ່ຕາມເອກະສານໃນຕົ້ນສັດຕະວັດທີ 20 ທີ່ພວມໄດ້ຮັບການຮັກສາໄວ້.
ຄຽງຄູ່ກັນນັ້ນ, ງານວາງສະແດງຄັ້ງນີ້ໄດ້ແນະນຳປະມວນພາບພື້ນເມືອງຂອງຫໍພິພິດທະພັນ ຮ່າໂນ້ຍ ຄື: ພາບແຕ້ມ ແລະ ແຜ່ນໄມ້ພິມພາບຮ່າງຈົງ, ພາບບູຊາຂອງຊາວເຜົ່າຢ້າວ, ພະພຸດທະຮູບບູຮານ.. ສົມທົບກັບການເຄື່ອນໄຫວແຕ້ມພາບພື້ນເມືອງສະຫງວນໃຫ້ແກ່ແຂກມາຢ້ຽມຊົມຢູ່ເຂດວາງສະແດງນີ້. ທ່ານນາງ ຫງວຽນທິງອກຮ່ວາ, ຫົວຫນ້າພະແນກສຶກສາ, ມະຫາຊົນ ແລະ ສື່ສານ, ຫໍພິພິດທະພັນຮ່າໂນ້ຍ ໃຫ້ຮູ້ວ່າ: ຄຽງຄູ່ກັບບັນດາພາບປະເພດທີ່ມີຊື່ສຽງແລ້ວ, ງານວາງສະແດງຄັ້ງນີ້ໄດ້ແນະນຳພາບບາງປະເພດທີ່ໄດ້ພັດທະນາໃນອະດີດຕະການ.
ບັນດານັກສິລະປະການພາບພື້ນເມືອງ, ຟີມເອກະສານທີ່ໄດ້ແນະນຳໃນງານວາງສະແດງຄັ້ງນີ້ໄດ້ຊ່ວຍໃຫ້ສາທາລະນະຊົນມີຄວາມເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາແຫ່ງການພັດທະນາພາບພື້ນເມືອງຢູ່ຫວຽດນາມ. ໃນສະໄຫມລາດຊະວົງ ມາກ (ສັດຕະວັດທີ 16), ພາບພື້ນເມືອງໄດ້ພັດທະນາຢ່າງແຮງ. ຕາມທ່ວງທ່າພັດທະນາຂອງຂະແຫນງພິມ ແລະ ແກະຄວັດສະຫລັກໄມ້ຢູ່ຫວຽດນາມ, ການຜະລິດພາບພື້ນເມືອງນັບມື້ນັບໄດ້ຮັບການເປີດກວ້າງຢູ່ຫລາຍທ້ອງຖິ່ນ, ສຸມໃສ່ເປັນໝູ່ບ້ານຫລືໂດຍແຕ່ລະຄອບຄົວພິມຕ່າງຫາກ ແລະ ໄດ້ໃຊ້ຊື່ຕາມຕາແສງ,ເມືອງ… ຄືພາບດົງໂຮ່, ແຂວງ ບັກນິງ, ພາບ ຮ່າງຈົ໋ງ ຮ່າໂນ້ຍ, ພາບນາມຮ່ວາງ ແຂວງ ເງ້ອານ, ພາບໝູ່ບ້ານຊີ່ງ, … ພາບພື້ນເມືອງໄດ້ຮັບການນຳໃຊ້ເປັນສ່ວນຫລາຍໃນໂອກາດບຸນເຕັດຫລືພິທີບູຊາ..ສ່ອງແສງໃຫ້ເຫັນການເຫລື້ອມໃສຂອງປະຊາຊົນ ແລະ ມີຄວາມມຸ້ງມາດປາດຖະຫນາກ່ຽວກັບຊີວິດທີ່ອີ່ມໜຳສຳລານພູນສຸກ. ທ່ານນາງ ຫງວຽນທິທູຮ່ວາ, ຜູ້ອຳນວຍການຫໍພິພິດທະພັນເຄື່ອງປັ້ນດິນເຜົາເອກະຊົນ ຮ່າໂນ້ຍ ເວົ້າວ່າ:
“ຈຸດປະສົງຂອງງານວາງສະແດງຄັ້ງນີ້ ຂ້າພະເຈົ້າຢາກອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງພາບພື້ນເມືອງຫວຽດນາມໄວ້. ຄຽງຄູ່ກັບການອະນຸລັກຮັກສາ ຕ້ອງມີການພັດທະນາກວ່າອີກ ຖ້າພຽງແຕ່ອະນຸລັກຮັກສາ ພາບພື້ນເມືອງຈະຄ່ອຍໆຖືກສູນຫາຍໄປ. “
ໂດຍການເຕົ້າໂຮມ 12 ປະເພດພາບພື້ນເມືອງທີ່ພົ້ນເດັ່ນຢູ່ທັງສາມພາກ ຂອງ ຫວຽດນາມຄື: ພາກເຫນືອ, ພາກກາງ ແລະ ພາກໃຕ້ ກໍຄືພາບບູຊາຢູ່ເຂດພູດອຍ, ງານວາງສະແດງໄດ້ສະແດງໃຫ້ເຫັນຄວາມອຸດົມສົມບູນ, ຫລາຍຮູບແບບຂອງປະເພດພາບພື້ນເມືອງຫວຽດນາມ. ງານວາງສະແດງພາບພື້ນເມືອງທີ່ພົ້ນເດັ່ນຢູ່ຫວຽດນາມ ພວມດຳເນີນໄປຢູ່ຫໍພິພິດທະພັນຮ່າໂນ້ຍ ແລະ ຄາດວ່າຈະແກ່ຍາວຮອດຕົ້ນປີ 2017 ເພື່ອແນະນຳໃຫ້ປະຊາຊົນນະຄອນຫລວງ ຮ່າໂນ້ຍ ແລະ ແຂກສາກົນ ຈຸດທີ່ເປັນເອກະລັກສະເພາະຂອງພາບພື້ນເມືອງ ຫວຽດນາມ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
