15 ປະ​ເທດ ຮັບ​ຮອງ​ເອົາ​ປາດ​ສະ​ປໍ​ວັກ​ຊິນ ຂອງ ຫວຽດ​ນາມ

(VOVWORLD) - 15 ປະເທດ ແລະ ເຂດແຄວ້ນ ລວມມີ: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ, ກຳປູເຈຍ, ຟີລິບປິນ, ປາແລັດສະຕິນ, ມານດິວ, ນິວຊີແລນ, ສີລັງກາ, ອີຢິບ, ຕວັກກີ ແລະ ສິງກະໂປ ໄດ້ຮັບຮອງເອົາປາດສະປໍວັກຊິນ ຂອງ ຫວຽດນາມ.



15 ປະ​ເທດ ຮັບ​ຮອງ​ເອົາ​ປາດ​ສະ​ປໍ​ວັກ​ຊິນ ຂອງ ຫວຽດ​ນາມ - ảnh 1ພະນັກງານການບິນ ແນະນຳຜູ້ໂດຍສານເຮັດລະບຽບການຕ່າງໆຢູ່ສະໜາມບິນ (ພາບ: VNExpress)

“ຫວຽດນາມ ໄດ້ປຶກສາຫາລືກັບ 15 ປະເທດ ແລະ ເຂດແຄວ້ນເພື່ອຮັບຮອງເອົາ ປາດສະປໍວັກຊິນຂອງກັນ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ຍົກອອກໃນການຖະແຫຼງຂ່າວນັດສາມັນ ດໍາເນີນໃນຕອນບ່າຍວັນທີ 3 ມີນາ ຕາມຮູບການທາງໄກ.

        ຕາມທ່ານນາງ ເລທິທູຮັ່ງ ແລ້ວ, 15 ປະເທດ ແລະ ເຂດແຄວ້ນເຫຼົ່ານັ້ນ ລວມມີ: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ, ກຳປູເຈຍ, ຟີລິບປິນ, ປາແລັດສະຕິນ, ມານດິວ, ນິວຊີແລນ, ສີລັງກາ, ອີຢິບ, ຕວັກກີ ແລະ ສິງກະໂປ.


ຕອບກັບ

ຂ່າວ/ບົດ​ອື່ນ