16 ສ່ວນບຸກຄົນ ແລະ ໝູ່ຄະນະໄດ້ຮັບລາງວັນກຽດສະຫງ່າ ຫວຽດນາມ 2023

(VOVWORLD) - ບັນດາໝູ່ຄະນະ, ສ່ວນບຸກຄົນໃນຕຳແໜ່ງວຽກງານ, ຂົງເຂດ, ຂະແໜງການທີ່ແຕກຕ່າງກັນ ລ້ວນແຕ່ເປັນແບບຢ່າງດີເດັ່ນໃນຫຼາຍຂົງເຂດ.
16 ສ່ວນບຸກຄົນ ແລະ ໝູ່ຄະນະໄດ້ຮັບລາງວັນກຽດສະຫງ່າ ຫວຽດນາມ 2023 - ảnh 1(ທີ່ການຖະແຫຼງຂ່າວ)

       ມີ 16 ໝູ່ຄະນະ, ສ່ວນບຸກຄົນດີເດັ່ນສຳລັບດ້ານເຈດຈຳນົງ, ຄວາມຄາດຫວັງບືນຕົວຂຶ້ນ, ຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມແລ້ວທີ່ຈະເສຍສະຫຼະເພື່ອວົງຄະນະຍາດ  ຈະໄດ້ຮັບລາງວັນກຽດສະຫງ່າ ຫວຽດນາມ 2023 ໃນວັນທີ 04 ມິຖຸນາ, ຢູ່ ຮ່າໂນ້ຍ. ໂດຍກົມໃຫຍ່ສະຫະພັນແຮງງານ ຫວຽດນາມ ຊີ້ນຳ ແລະ ການສົມທົບຂອງຄະນະແຂ່ງຂັນ- ຍ້ອງຍໍສູນກາງ ແລະ ບັນດາກະຊວງ, ຂະແໜງການສູນກາງ, ໂດຍໜັງສືພິມ ລາວດົ້ງ (ອອກແຮງງານ) ປະຕິບັດໂດຍກົງ. ກ່າວຄຳເຫັນທີ່ການຖະແຫຼງຂ່າວໃນວັນທີ 01 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານ ຫງໍຢຸຍຫຽວ, ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ, ໃຫ້ຮູ້ວ່າ:

        “ບັນດາໝູ່ຄະນະ, ສ່ວນບຸກຄົນໃນຕຳແໜ່ງວຽກງານ, ຂົງເຂດ, ຂະແໜງການທີ່ແຕກຕ່າງກັນ ລ້ວນແຕ່ເປັນແບບຢ່າງດີເດັ່ນໃນຫຼາຍຂົງເຂດ. ລາງວັນກຽດສະຫງ່າ ຫວຽດນາມ ແມ່ນໂອກາດໃຫ້ທຸກໆຄົນ, ເຖິງວ່າແມ່ນປະຊາຊົນ, ຊາວໜຸ່ມຄົນພິການ, ກຳມະກອນ ຫຼື ເຮັດວຽກໂດຍກົງກັບເຄື່ອງຈັກ, ໂຮງງານ ແຕ່ດ້ວຍຄວາມມານະພະຍາຍາມຂອງເຂົາເຈົ້າ ພວກເຮົາເຫັນວ່າ ເຂົາເຈົ້າ ສົມເປັນຜູ້ໄດ້ຮັບລາງວັນ”.

ຕອບກັບ

ຂ່າວ/ບົດ​ອື່ນ