2 ນະຄອນຂອງຫວຽດນາມ - ໂຮມລັງ ຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ

2 ນະຄອນຂອງຫວຽດນາມ - ໂຮມລັງ ຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພິທີລົງ​ນາມ​ໃນ​ບົດ​ບັນ​ຖືກ​ຊ່ວຍຈຳ​ໄລຍະ 2013 – 2015
ລະຫວ່າງ​ນະຄອນ​​ໂຮ່ຈິ​ມິນ ​ແລະ ນະຄອນ Rotterdam
(ພາບ: vietnamplus.vn)


(vovworld) -     ວັນ​ທີ 08/04, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດການ​ສະຫລຸບ​ໂ​ຄງການ “ນະຄອນ​ໂຮ່ຈິ​ມິນ ພັດທະນາ​ມຸ່ງ​ໄປ​ສູ່​ທາງ​ທະ​ເລ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ​ແລະ ລົງ​ນາມ​ໃນ​ບົດ​ບັນ​ຖືກ​ຊ່ວຍຈຳ​ໄລຍະ 2013 – 2015 ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ​​ໂຮ່ຈິ​ມິນ ​ແລະ ນະຄອນ Rotterdam (​ໂຮມລັງ). ກວ່າ 1 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​​ໄດ້​ຊ່ວຍ​ໃຫ້​ນະຄອນ​ໂຮ່ຈິ​ມິນ ຍົກ​ສູງ​ຄວາມ​ສາມາດ​​ໃຫ້ຖັນ​ແຖວ​ພະນັກງານ​ໃນ​ພະ​ແນ​ກ​ຂະ​ແໜງ​ຕ່າງໆທີ່​ກ່ຽວຂ້ອງ. ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຫງວຽນ​ຮິ​ວຕິ໋ນ ​ໃຫ້​ຮູ້​ວ່າ.

“2 ນະຄອນ​ຕ້ອງ​ຄົ້ນຄວ້າ​ການ​ຮ່ວມ​ມື, ກໍ່ສ້າງ ​ແລະ ພັ​ດທະນາ​ແຜນ​ຮ່າງ​ຄຸ້ມ​ຄອງສັງ​ລວມກ່ຽວ​ກັບ​ຊັບພະຍາກອນ​ແຫ​ລ່ງນ້ຳນະຄອນ​ໂຮ່ຈິ​ມິນ​ໄລຍະ 2015 – 2025; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ເໝາະ​ສົມ​ກັບ​ແຕ່ລະ​ໄລຍະ, ພິ​ເສດ​ແມ່ນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໃນ​ຂົງ​ເຂດ​ຕ້ານ​ນ້ຳ​ຖ້ວມ ​ແລະ ລະ​ບາຍ​ນ້ຳ; ຄຸ້ມຄອງ​ລະບົບ​ແມ່​ນ້ຳ, ຄອງ​ເໝືອງຂອງ​ນະຄອນ​, ບຳລຸງ​ສ້າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບແຫຼ່ງຊັບພະຍາກອນ. ການຮ່ວມ​ມື​ຂອງນະຄອນ​ໂຮ່ຈິ​ມິນ ​ແລະ Rotterdam ຈະ​ແມ່ນ​ປັດ​ໃຈ​ຕົ້ນ​ຕໍ່​ເພື່ອ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮວ່ມມື​ຍຸດ​ທະ​ສາດ​ອັນ​ຍາວ​ນານ ​ແລະ ໝັ້ນຄົງ​ລະຫວ່າງ 2 ນະຄອນ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ​ຫວຽດນາມ ​ແລະ ​ໂຮມ​ລັງ ​ເວົ້າ​ລວມ”.

ນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນ Rotterdam ສືບ​ຕໍ່​ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຫົວ​ໜ່ວຍ, ພະ​ແນກ, ຄະນະ, ​ໂຮງຮຽນ, ສະ​ຖາ​ບັນ ​ແລະ ສູນ​ຄົ້ນຄວ້າ​ຕ່າງໆ, ພັນ​ຂະຫຍາຍ​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ​ສົມທົບ​ກັບ​ວຽກ​ງານ​ວາງ​ແຜນການ​ພື້ນຖານ​ໂຄງ​ລ່າງ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ສາມາດ​ຂອງ​ພະນັກງານ​ລັດຖະກອນ​ໃນ​ຂົງ​ເຂດ​ນີ້.

ຂ່າວ/ບົດ​ອື່ນ