2 ພັກ​ຂວາ​ຈັດ​ຢູ່ ອິດສະຣາ​ແອັນ ຮ່ວມ​ສໍາພັນ​​ກະກຽມ​ໃຫ້​ແກ່​ການ​ປ່່ອນ​ບັດ

(VOVWORLD) -   ວັນທີ 14 ມັງກອນ, 2 ພັກຂວາຈັດຢູ່ ອິດສະຣາແອັນ ໄດ້ຮ່ວມສໍາພັນເພື່ອສູ້ຢັນກັບທ່ານນາຍົກລັດຖະມົນຕີ Benjamin Netayahu ກ່ອນດໍາເນີນການປ່ອນບັດເລືອກຕັ້ງ ເຊິ່ງຄາດວ່າ ຈະດໍາເນີນໃນວັນທີ 02 ມີນາ ຈະມາເຖິງ.

     ປັດຈຸບັນ, ອິດສະຣາແອັນ ພວມກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງຄັ້ງທີ 3 ໃນຮອບເວລາບໍ່ຮອດ 1 ປີ ພາຍຫຼັງທີ່ທັງ 2 ທ່ານ Netayahu ແລະ ຄູ່ແຂ່ງ Benny Gantz ການນໍາພັກຝ່າຍຄ້າຍຂຽວ - ຂາວບໍ່ສາມາດລະດົມພັນທະມິດ ເພື່ອສ້າງຕັ້ງລັດຖະບານ ພາຍຫຼັງການປ່ອນບັດທີ່ດໍາເນີນເມື່ອປີກາຍ. ບໍ່ວ່າຜູ້ໃດ ທີ່ໄດ້ຮັບມອບໝາຍໜ້າທີ່ໃຫ້ສ້າງຕັ້ງລັດຖະບານ ກໍຕ້ອງຍາດໄດ້ການສະໜັບສະໜູນຂອງບັນດາພັກຝ່າຍນ້ອຍ, ດັ່ງນັ້ນ ໃນການເຈລະຈາສໍາພັນທະມິດ, ບັນດາພັກດັ່ງກ່າວມີຜົນສະທ້ອນຢ່າງແຮງ. 

ຕອບກັບ

ຂ່າວ/ບົດ​ອື່ນ