2 ພາກ ເກົາຫຼີ ບັນລຸໄດ້ ຂໍ້ຕົກລົງໃຫ້ເຂດອຸດສາຫະກຳຮ່ວມ Kaesong ເຄື່ອນໄຫວຄືນໃໝ່

2 ພາກ ເກົາຫຼີ ບັນລຸໄດ້ ຂໍ້ຕົກລົງໃຫ້ເຂດອຸດສາຫະກຳຮ່ວມ Kaesong ເຄື່ອນໄຫວຄືນໃໝ່ - ảnh 1
ການເຈລະຈາລະຫວ່າງ 2 ພາກ ເກົາຫຼີ ເມື່ອວັນທີ 14/8 ບັນລຸຜົນສຳເລັດ
(ພາບ: Yonhap
)

(vovworld) – ວັນ​ທີ 14/8, ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ໄດ້ບັນ​ລຸ​​ຂໍ້​ຕົກລົງ​​ໃຫ້ເຂດ​ອຸດສາຫະກຳ​ຮ່ວມ Kaeson​g ​ເຄື່ອນ​ໄຫວຄື​ນ​ໃໝ່​​ເຊິ່ງ​ເຄີ​ຍຖື​ກຢຸດ​ສະ​ງັກມາ​ເປັນ​ເວລາ​ກ່ວາ 4 ​ເດືອນ​ຜ່ານ​ມາ. ຂໍ້​ຕົກລົງ​ລວມມີ 5 ຂໍ້​ໄດ້​ຮັບ​ການ​ເຫັນ​ດີ​ເປັນ​ເອກະສັນ​ຈາກ​ທັງ 2 ຝ່າຍ​ທີ່​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ຄັ້ງ​ທີ 7, ​ເຊິ່ງຈັດ​ຕັ້ງ​ໃນ​ວັນ​ດຽວ​ກັນ​ຢູ່​ເຂດ​ອຸດສາຫະກຳ​ດັ່ງກ່າວ. ຕາມ​ນັ້ນ​ແລ້ວ, 2 ຝ່າ​ຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ມານະ​ພະຍາຍາມ​ເພື່ອ​ໃຫ້​ເຂດອຸດສາຫະກຳ​ຮ່ວມ Kaeson​g ​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ຄືນ​ໃໝ່​ຍິ່ງ​ໄວ​ກໍ່​ຍິ່ງ​ດີ​​. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ໃຫ້​ເຂດອຸດສາຫະກຳ​ນີ້​ຖືກ​ໂຈະ​ການ​ເຄື່ອນ​ໄຫວ​ຄືນ​ໃໝ່ ຍ້ອນ​ຖອນ​ກຳມະກອນ​ອອກ. 2 ຝ່າຍ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ເຂດອຸດສາຫະກຳ​ຮ່ວມ Kaeson​g, ​ເຊິ່ງ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕົ້ນ​ຕໍ່ຂອງ ສ ​ເກົາຫຼີ. ຄະນະ​ກຳມະການ​ລວມຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຊົດ​​ເຊີຍ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຍ້ອນ​ເຂດອຸດສາຫະກຳ​ຮ່ວມ Kaeson​g ​ຖືກ​ປິດ​ປະຕູ.

 

 

 

ຂ່າວ/ບົດ​ອື່ນ