2 ພາກເກົາຫຼີ ເລີ່ມ ດຳເນີນຮອບເຈລະຈາທີ 7 ກ່ຽວກັບເຂດອຸດສາຫະກຳ Kaesong

2 ພາກເກົາຫຼີ ເລີ່ມ ດຳເນີນຮອບເຈລະຈາທີ 7 ກ່ຽວກັບເຂດອຸດສາຫະກຳ Kaesong - ảnh 1
ເຂດ​ອຸດສາຫະກຳ​ຮ່ວມ Keasong
(ພາບປະກອບ)


(vovworld) - ວັນ​ທີ 14 ສິງຫາ, 2 ພາກ​ເກົາຫຼີ ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ທີ 7 ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວຢູ່​ເຂດ​ອຸດສາຫະກຳ​ຮ່ວມ Keasong, ​ເຊິ່ງພວມ​ຖືກ​ຢຸດ​ສະງັກ​ໃນ​ເກືອ​ບ 4 ​ເດືອນ​ຜ່ານ​ມາ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ​ເລ​ື່ອງບັນລຸ​ໄດ້​ບາດກ້າວບຸກທະລຸ​ໃນ​ຮອບ​ເຈລະຈາ​ຄັ້ງ​ນີ້ ​ແມ່ນ​ສຳຄັນ​ທີ່​ສຸດ, ສາມາດ​ສ້າງພື້ນຖານ​ໃຫ້​ແກ່ການ “ພັດທະນາ​ທີ່ກ້າວໜ້າ” ຂອງ​ເຂດ​ອຸດສາຫະກຳ Kaesong, ​ແຕ່​ວ່າ ຖ້າປະລາ​ໄຊ ອາດ​ຈະ​ພາ​ໄປ​ເຖິງ​ເລື່ອງ​ອັດ​ປະຕູ​ເຂດ​ອຸດສາຫະກຳ​ນີ້. ນອກຈາກ​ນັ້ນ, ​ເລື່ອງສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ລະຫວ່າ​ງວັນ​ທີ 19 – 30 ສິງຫາ ຈະ​ມາ​ເຖິງ ອາດ​ຈະ​ເປັນ​ການ​ກີດຂວາງ​​ການ​ເຈລະຈາ​ລະຫວ່າງ 2 ພາກ​ເກົ່າ​ຫຼີ. ນັບ​ແຕ່​​ເມື່ອເຂດ​ອຸດສາຫະກຳ Kaesong ຖືກ​ອັດ​ປະຕູ ຕາມ​ຂໍ້​ຕົກລົງ​ຂອງ​ສປປ.​ເກົ່າ​ຫຼີ, 2 ຝ່າຍ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ເປັນ 6 ຄັ້ງ ​ແຕ່​ບໍ່​ບັນລຸ​ໄດ້​ຄວາມ​​ເຫັນ​ດີ​ເຫັນ​ພ້ອມ ກ່ຽວ​ກັບ​ບັນດາ​ມາດຕາ​ທີ່​ກ່ຽວຂ້ອງ​ເຖິງການ​ເຊື່ອນ​ຕໍ່ການ​​ເຄື່ອນ​ໄວຂອງ​ເຂດອຸດສາຫະກຳ Kaesong ຄືກ່ອນນີ້. ​ເລື່ອງ​ອັດ​ປະຕູ​ເຂດ​ອຸດສາຫະກຳ​ດັ່ງກ່າວ ​ໄດ້​ກໍ່​ຄວາມ​ເສຍ​ຫາຍຢ່າງ​ໃຫຍ່​ຫຼວງໃຫ້​ແກ່​ບັນດາ​ວິ​ສາ​ຫະກິດສ.​ເກົ່າ​ຫຼີ ທີ່​ມີ​ໂຮງງານ​ຢູ່​ທີ່ນີ້. ​ ວັນ​ທີ 07 ສິງຫາ, ລັດຖະບານ​ສ.​ເກົ່າ​ຫຼີ ​​​ໄດ້ຮັບຮອງ​ເອົາ​ບ້ວງ​ເງິນຊົດ​ເຊີຍ​​ທີ່​ມີ​ມູນ​ຄ່າ 250 ລ້ານ USD ເພື່ອ​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​​ໃຫ້​ບັນດາ​ວິ​ສາ​ຫະກິດຢູ່​ເຂດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ